ການກວດສອບ ແມ່ນຂະບວນການເຄືຶ່ອນໄຫວເກັບກຳຂໍ້ມູນ ແລະ ຫຼັກຖານຕົວຈິງ ກ່ຽວກັບເປົ້າໝາຍ ຖືກກວດສອບ ເພື່ອຢັ້ງຢືນຄວາມຖືກຕ້ອງຂອງເອກະສານລາຍງານ, ຄວາມສອດຄ່ອງທາງດ້ານລະບຽບກົດ ໝາຍ, ປະສິດທິຜົນໃນການຄຸ້ມຄອງ, ການນຳໃຊ້ທຶນຮອນຂອງຫົວໜ່ວຍງົບປະມານ, ຫົວໜ່ວຍທຸລະກິດ ແລະ ຫົວໜ່ວຍທີ່ບໍ່ສະແຫວງຫາຜົນກຳໄລ, ປະກອບສ່ວນເຂົ້າໃນການປັບປຸງບູລະນະວຽກງານຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດໃຫ້ມີຄວາມເຂັ້ມແຂງ, ເຮັດໃຫ້ລະບຽບວິໄນການເງິນ-ການບັນຊີ ໄດ້ຮັບການປະຕິບັດຢ່າງເຂັ້ມງວດ. ເມືຶ່ອເຫັນໄດ້ຄວາມສຳຄັນຂອງວຽກງານກວດສອບ ມາໃນປີ 1998 ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ສ້າງຕັ້ງອົງການກວດສອບບັນຊີແຫ່ງລັດຂຶ້ນ ເພື່ອປະຕິບັດໜ້າທີ່ບົດບາດຕິດຕາມກວດສອບ ຕໍ່ບັນດາກະຊວງ, ອົງການທຽບເທົ່າ, ແຂວງ, ນະຄອນຫລວງ, ຫົວໜ່ວຍງົບປະມານ, ຫົວໜ່ວຍທຸລະກິດ ແລະ ຫົວ ໜ່ວຍທີ່ບໍ່ສະແຫວງຫາຜົນກຳໄລ ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ, ມີປະສິດທິພາບ, ປະສິດທິຜົນ, ປະຢັດ, ສະກັດກັ້ນປະກົດການຫຍໍ້ທໍ້ທາງດ້ານການເງິນ ແລະ ການ ໃຊ້ງົບປະມານແຫ່ງລັດ, ຮັບປະກັນບົດ ບາດການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດໃຫ້ມີຄວາມເຂ້ັມແຂງ, ໂປ່ງໃສ, ສົ່ງເສີມໄດ້ການລົງທຶນພາຍໃນ ແລະ ຕ່າງປະເທດ ພ້ອມທັງຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ໃຫ້ນັບມື້ຂະຫຍາຍຕົວ ແລະ ໝັ້ນຄົງ. ເມື່ອທຽບໃສ່ກັບຫລາຍປະເທດ ໃນພາກພື້ນ ແລະ ສາກົນ ອົງການກວດສອບແຫ່ງລັດ ສປປ ລາວ ແມ່ນຍັງໃໝ່ ບົດຮຽນ, ພຶດຕິກຳໃນການກວດສອບບໍ່ທັນມີຫລາຍ ແຕ່ຜ່ານຈາກການຝຶກອົບຮົມ ແລະ ເຄື່ອນໄຫວກວດສອບຕົວຈິງ 10 ກວ່າປີຜ່ານມານີ້ ຈຶ່ງເຮັດໃຫ້ອົງການກວດສອບແຫ່ງລັດ ສປປ ລາວ ໄດ້ພັດທະນາຕົນເອງຢ່າງຕໍ່ເນືອ່ງ ສາມາດຍາດໄດ້ຜົນສຳເລັດໃນຫຼາຍໆດ້ານ, ເຮັດໃຫ້ເປົ້າໝາຍຖືກກວດສອບ, ອົງການຈັດຕັ້ງຕ່າງໆ ມີຄວາມເຊື່ອໝັ້ນ ແລະ ຍອມຮັບຄຸນນະພາບຜົນຂອງການກວດສອບ. ຄວາມເປັນມາຂອງ ອົງການກວດສອບແຫ່ງລັດ ອົງການກວດສອບບັນຊີແຫ່ງລັດ ສ້າງຂຶ້ນຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 174/ນຍ, ລົງວັນທີ 5 ສິງຫາ 1998 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງອົງການກວດສອບບັນຊີແຫ່ງລັດ ສັງກັດຢູ່ໃນໂຄງປະກອບກົງຈັກການຈັດຕັ້ງຂອງລັດຖະບານ ມີຖານະເປັນສະຖາບັນກວດສອບບັນຊີສູງສຸດຂອງ ສປປ ລາວ ຂຶ້ນໂດຍກົງກັບນາຍົກລັດຖະມົນຕີ, ເປັນເສນາທິການໃຫ້ລັດຖະບານ ໃນການກວດສອບ ບັນຊີ ແລະ ຢັ້ງຢືນຄວາມຖືກຕ້ອງ, ທ່ຽງທຳ ພາວະວິໃສຂອງເອກະສານ ແລະ ຕົວເລກບັນຊີຂອງບັນດາກະ ຊວງ, ຄະນະກຳມະການ, ອົງການຈັດຕັ້ງທຽບເທົ່າກະຊວງ, ແຂວງ, ກຳແພງນະຄອນ, ເຂດພິເສດ, ເມືອງ, ທະນາຄານຂອງລັດ, ວິສາຫະກິດຂອງລັດ, ວິສາຫະກິດປະສົມລັດເອກະຊົນ ແລະ ອົງການຈັດຕັ້ງອື່ນໆ ທີ່ນຳ ໃຊ້ງົບປະມານຂອງລັດ ແລະ ນຳໃຊ້ເງິນກູ້ຈາກທະນາຄານຂອງລັດໃນທຸກສ່ວນ ຫຼື ໃນສ່ວນໃດສ່ວນໜຶ່ງ ໃນ ການເຄື່ອນໄຫວວຽກງານຂອງຕົນ, ແນໃສ່ແນະນຳໃຫ້ ບັນດາອົງການຈັດຕັ້ງດັ່ງກ່າວ ເຫັນໄດ້ບັນດາຈຸດດີ, ຈຸດ ອ່ອນ ແລະ ຂໍ້ບົກຜ່ອງໃນການເຄື່ອນໄຫວວຽກງານຂອງຕົນ ແລະ ເຫັນໄດ້ທິດທາງແຫ່ງການເພີ່ມທະວີປະ ສິດທິພາບ, ການປະຢັດ ແລະ ຄວາມສັກສິດໃນການປະຕິບັດໜ້າທີ່ວຽກງານ. ໂຄງປະກອບການຈັດຕັ້ງຂອງອົງການກວດສອບບັນຊີແຫ່ງ ລັດ ມີຫົວໜ້າ 1 ທ່ານ ແລະ ຮອງຫົວໜ້າ 1 ທ່ານ, ຫົວໜ້າອົງການກວດສອບບັນຊີແຫ່ງລັດ ມີຖານະຕຳແໜ່ງທຽບເທົ່າລັດຖະມົນຕີ ໂດຍແມ່ນປະທານ ປະເທດເປັນຜູ້ແຕ່ງຕັ້ງ ຕາມການສະເໜີຂອງນາຍົກລັດຖະມົນຕີ ແລະ ໂດຍຜ່ານການຮັບຮອງຂອງສະພາ ແຫ່ງຊາດ, ຫົວໜ້າອົງການກວດສອບບັນຊີແຫ່ງລັດຮັບຜິດຊອບຕໍ່ນາຍົກລັດຖະ ມົນຕີໂດຍກົງກ່ຽວກັບທຸກໆການເຄືຶ່ອນໄຫວວຽກງານກວດສອບບັນຊີ. ຜ່ານການຈັດຕັ້ງ ແລະ ເຄື່ອນໄຫວ ຕາມດຳລັດເລກທີ 174/ນຍ, ລົງວັນທີ 5 ສິງຫາ 1998 ເຫັນວ່າສະພາບແວດລ້ອມທາງດ້ານເສດຖະກິດ-ສັງຄົມ ນັບທັງພາຍໃນ ແລະ ຕ່າງປະເທດ ມີການປ່ຽນແປງ ເຊິ່ງມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ທີ່ເປັນອຸປະສັກສົ່ງຜົນກະທົບຕໍ່ການກວດສອບ. ດັ່ງນັ້ນ ເພື່ອເຮັດໃຫ້ການເຄື່ອນ ໄຫວວຽກງານກວດສອບບັນຊີແຫ່ງລັດ ແທດເໝາະກັບສະພາບການຕົວຈິງ ໃນໄລຍະທີ່ມີການປ່ຽນແປງໃໝ່ ນາຍົກລັດຖະມົນຕີ ຈຶ່ງໄດ້ອອກດຳລັດ ເລກທີ 24/ນຍ, ລົງວັນທີ 25 ກຸມພາ 2004 ປ່ຽນແທນດຳລັດເລກທີ 174/ນຍ, ລົງວັນທີ 5 ສິງຫາ 1998. ດຳລັດເລກທີ 24/ນຍ, ລົງວັນທີ 25 ກຸມພາ 2004 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງອົງການກວດສອບບັນຊີແຫ່ງລັດ ເປັນສະຖາບັນກວດສອບບັນຊີສູງສຸດແຫ່ງ ສປປ ລາວ, ສັງກັດຢູ່ໃນໂຄງປະກອບກົງຈັກການຈັດຕັ້ງຂອງສຳນັກງານນາຍົກລັດຖະມົນຕີ ແລະ ມີພາລະບົດບາດເປັນເສນາທິການໃຫ້ແກ່ນາຍົກລັດຖະມົນຕີ ແລະ ລັດຖະບານໃນການກວດສອບ ແລະ ຢັ້ງຢືນຄວາມຖືກຕ້ອງຕາມກົດໝາຍ ຂອງບົດສະຫຼຸບການປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ ຢູ່ໃນການຈັດຕັ້ງລັດຂັ້ນຕ່າງໆ ໃນຂອບເຂດ ທົ່ວປະເທດ, ກວດສອບບົດສະຫຼຸບບັນຊີການເງິນ ຂອງບັນດາການຈັດຕັ້ງ ແລະ ໂຄງການລົງທຶນ ທີ່ນຳໃຊ້ງົບ ປະມານຂອງລັດ, ນຳໃຊ້ເງິນກູ້ຢືມ ແລະ ເງິນຊ່ວຍເຫຼືອລ້າຈາກພາຍໃນ ແລະ ຕ່າງປະເທດ, ກວດສອບລັກ ສະນະຄວາມເຂ້ັມງວດກວດຂັນ ຂອງການປະຕິບັດລະບຽບກົດໝາຍ ແລະ ລັກສະນະປະສິດທິຜົນທາງດ້ານ ເສດຖະກິດ ຂອງການຄຸ້ມຄອງ, ການນຳໃຊ້ງົບປະມານ ແລະ ຊັບສົມບັດລວມຂອງລັດ. ເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VII (2011-2015) ຂອງ ລັດຖະບານ ໃຫ້ປະກົດຜົນເປັນຈິງ ອົງການກວດສອບແຫ່ງລັດ ຕ້ອງເພີ່ມທະວີພາລະບົດບາດຂອງຕົນ ໃນ ການກວດສອບ ການນຳໃຊ້ງົບປະມານຢູ່ໃນບັນດາອົງການສິດອຳນາດແຫ່ງລັດ ໃຫ້ເປັນປົກກະຕິ ທັງເປັນ ເຈົ້າການໃນການຄົ້ນຄ້ວາ ແລະ ນຳສະເໜີວິທີການແກ້ໄຂຜົນການກວດສອບ ແກ່ລັດຖະບານໃຫ້ທັນກັບສະ ພາບການ. ດັ່ງນັ້ນ ອົງການກວດສອບແຫ່ງລັດ ຈຶ່ງໄດ້ສະເໜີ ປັບປຸງກົດໝາຍວ່າດວ້ຍການກວດສອບ ສະບັບເລກທີ 05/ສພຊ ລົງວັນທີ 3 ກໍລະກົດ 2007 ຄືນໃໝ່ໃນບາງມາດຕາທີ່ເຫັນວ່າບໍ່ທັນຊັດເຈນ, ຮັດກຸມ ແລະ ຄົບຖວ້ນ. ຊຶ່ງຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VII ຈຶ່ງໄດ້ຮັບຮອງເອົາກົດ ໝາຍ ວ່າດ້ວຍການກວດສອບແຫ່ງລັດ ສະບັບເລກທີ 16/ສພຊ, ລົງວັນທີ 6 ກໍລະກົດ 2012 ທີ່ໄດ້ການນົດຫຼັກ ການ, ລະບຽບການ ແລະ ມາດຕະການ ກ່ຽວກັບການກວດສອບແຫ່ງລັດ ເພື່ອເຮັດໃຫ້ຫົວໜ່ວຍງົບປະມານ, ຫົວໜ່ວຍທຸລະກິດ ແລະ ຫົວໜ່ວຍທີ່ບໍ່ສະແຫວງຫາຜົນກຳໄລ ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ, ມີປະສິດທິພາບ, ປະສິດທິຜົນ, ປະຢັດ, ແນໃສ່ສະກັດກັ້ນຕ້ານປາກົດການຫຍໍ້ທໍ້ທາງດ້ານການເງິນ ແລະ ງົບປະມານແຫ່ງລັດ, ປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ ມີຄວາມເຂັ້ມແຂງ, ໂປ່ງ ໃສ, ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍ ຕົວ ແລະ ໝັ້ນຄົງ. - ອົງການກວດສອບປະຈຳພາກ ແມ່ນການຈັດຕັ້ງກວດສອບຂັ້ນທ້ອງຖິ່ນ ທີ່ຂຶ້ນກັບອົງການກວດສອບ ແຫ່ງລັດ, ດຳເນີນການກວດສອບບັນດາການຈັດຕັ້ງ ທີ່ຕັ້ງຢູ່ໃນພື້ນທີ່ຂອງພາກ ແລະ ກວດສອບເປົ້າ ໝາຍ ອື່ນໆ ຕາມການມອບໝາຍຂອງປະທານອົງການກວດສອບແຫ່ງລັດ ປະກອບມີ: 4 ພະແນກວິຊາການ ແລະ 1 ຫ້ອງການ ຜົນສຳເລັດ ໃນໄລຍະ 13 ປີ ທີ່ຜ່ານມາຂອງອົງການກວດສອບແຫ່ງລັດ ຜູ້ສັ່ງການ ແຕ່ລະຂັ້ນຂອງບັßດາຫົວໜ່ວຍງົບປະມານ ເຫັນໄດ້ຄວາມສຳຄັນຂອງວຽກງານກວດສອບ ແມ່ນໜຶ່ງໃນມາດຕະຖານແຫ່ງການຄວບຄຸມການປະພຶດ, ການເຄື່ອນໄຫວຂອງພະນັກງານ ແລະ ອົງການຈັດຕັ້ງທາງສັງຄົມ. ຜ່ານການກວດສອບຈະສ່ອງແສງໃຫ້ເຫັນຂໍ້ມູນຂ່າວສານ ທີ່ຈຳເປັນໃນການເຄື່ອນໄຫວຂອງ ພະນັກງານ ແລະ ອົງ ການຈັດຕັ້ງສັງຄົມ, ຖ້າມີການກວດສອບຈຶ່ງຮູ້ ແລະ ກຳໄດ້ສະພາບການຈັດຕັ້ງນຳພາ, ການປະຕິບັດມະຕິຄຳສັ່ງ, ລະບຽບກົດໝາຍຂອງລັດເຂົ້າສູ່ຊີວິດສັງຄົມ, ພ້ອມທັງຮູ້ຂໍ້ຜິດພາດ, ສິ່ງບໍ່ຖືກຕ້ອງທີ່ຄວນໄດ້ຮັບການແກ້ໄຂ, ຖ້າມີການກວດສອບຢູ່ເລື້ອຍໆ ກໍຈະເຮັດໃຫ້ຄວາມສາມັກຄີເປັນເອກະພາບພາຍໃນແໜ້ນແຟ້ນ, ທັງ ເປັນການກະຕຸກຊຸກຍູ້ຄວາມຈູບຈ້າວຫ້າວຫັນຂອງເປົ້າໝາຍທີ່ຖືກກວດ ສອບ, ເປີດກວ້າງຄວາມອາດສາມາດບົ່ມຊ້ອນ ຊຶ່ງເປັນທ່າແຮງຂອງພະນັກງານ, ຊ່ວຍແກ້ໄຂຂໍ້ຂາດຕົກບົກຜ່ອງພາຍໃນອົງການຈັດຕັ້ງໃຫ້ດີຂຶ້ນ ກວ່າເກົ່າ. ອົງການກວດສອບແຫ່ງລັດ ໄດ້ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນດ້ວຍຄວາມຕັ້ງໜ້າໃນການຕິດຕາມກວດກາ ຊຸກຍູ້ໃຫ້ບັນດາອົງການຈັດຕັ້ງຂອງລັດ, ອົງການຈັດຕັ້ງສັງຄົມ ແລະ ອົງການອື່ນໆ ທີ່ນຳໃຊ້ງົບປະມານແຫ່ງລັດ ໃຫ້ມີຄວາມໂປ່ງໃສ, ປະສິດທິຜົນສູງ. ພາຍຫຼັງສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975 ເຄື່ອງມືທີ່ໃຊ້ເຂົ້າໃນການເຄື່ອນໄຫວ ດ້ານການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ແມ່ນອົງການຈັດຕັ້ງ ທີ່ເຮັດໜ້າທີ່ຕິດຕາມກວດກາການ ປົກປ້ອງກົດໝາຍ ຊຶ່ງມັນເກີດຂຶ້ນມາຈາກທາດແທ້ຂອງລະບອບການເມືອງ ຫຼື ລະບອບເສດຖະກິດຂອງລັດ. ໄປຄຽງຄູ່ກັບການຂະຫຍາຍຕົວ ຂອງລະບົບອົງການຈັດຕັ້ງກວດກາ, ກວດການ ແລະ ບັນດາອົງການ ປົກປ້ອງກົດໝາຍ, ລັດຖະບານແຫ່ງ ສປປ ລາວ ເຫັນໄດ້ຄວາມສຳຄັນທີ່ຈຳເປັນຕ້ອງສ້າງຕັ້ງອົງການກວດ ສອບແຫ່ງລັດຂຶ້ນ ເພື່ອເຮັດໜ້າທີ່ກວດສອບການນຳໃຊ້ງົບປະມານຂອງລັດ ໃຫ້ຖືກຕ້ອງຕາມລະບຽບກົດ ໝາຍ ແນໃສ່ສະກັດກັ້ນປະກົດການຫຍໍ້ທໍ້ທາງດ້ານການເງິນ, ງົບປະມານແຫ່ງລັດ ເວົ້າລວມ, ເວົ້າສະເພາະ ຖ້າອົງການກວດສອບແຫ່ງລັດ ສາມາດປະຕິບັດພາລະບົດບາດຂອງຕົນໄດ້ດີເທົ່າໃດ ກໍ່ຈະເປັນການປະກອບ ສ່ວນອັນສຳຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ ຢູ່ ປະເທດເຮົາໃຫ້ຂະຫຍາຍຕົວໄວ, ເຮັດໃຫ້ຄາດໝາຍສູ້ຊົນໃນການແກ້ໄຂຄວາມທຸກຍາກ ແລະ ດ້ອຍພັດທະ ນາ ຂອງປະເທດເຮົາກາຍເປັນຮູບປະທຳ ພ້ອມດຽວກັນນັ້ນ ກໍ່ເປັນການປະກອບສ່ວນເຂົ້າໃນການສ້າງຄວາມ ໂປ່ງໃສ ໃນອົງການລັດຂອງພວກເຮົາ ເຮັດໃຫ້ອຳນາດລັດ ເປັນຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອ ປະຊາຊົນ ຢ່າງແທ້ຈິງ.
ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງອົງການກວດສອບແຫ່່ງລັດ