ພິທີລົງນາມບົດບັນທຶກການປະສານງານ ລະຫວ່າງ ສານປະຊາຊົນສູງສຸດ (ສປສສ) ກັບ ອົງການກວດສອບແຫ່ງລັດ (ອກສລ)

        ໃນວັນທີ 30 ຕຸລາ 2023 ທີ່ຜ່ານມາ ໄດ້ມີພິທີຈັດກອງປະຊຸມລົງນາມການປະສານງານ ລະຫວ່າງ ສານປະຊາຊົນສູງສຸດ (ສປສສ) ກັບ ອົງການກວດສອບແຫ່ງລັດ (ອກສລ) ທີ່ສຳນັກງານສານປະຊາຊົນສູງສຸດ ໂດຍການຮ່ວມລົງນາມໃນຄັ້ງນີ້ ລະຫວ່າງ ທ່ານ ນາງ ວຽງທອງ ສີພັນດອນ ເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ ແລະ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ມີບັນດາທ່ານຮອງປະທານສານປະຊາຊົນສູງສຸດ ຮອງປະທານອົງການກວດສອບແຫ່ງລັດ ແລະ ພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.

        ຈຸດປະສົງ ໃນການເຊັນບົດບັນທຶກການປະສານງານຮ່ວມກັນ ໃນຄັ້ງນີ້ ແມ່ນປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງທັງສອງອົງການ ກໍຄືມະຕິກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດຊຸດທີ 8 ທີ່ຮັບປະກັນການຕິດຕາມຜົນຂອງການກວດສອບ ເພື່ອເປັນການຍົກສູງປະສິດທີພາບ ແລະ ປະສິດທີຜົນໃຫ້ແກ່ການປະສານງານລະຫວ່າງ ສານປະຊາຊົນສູງສຸດ ແລະ ອົງການກວດສອບແຫ່ງລັດ ໃນການແກ້ໄຂຜົນຂອງການກວດສອບໃຫ້ປະກົດຜົນເປັນຈິງ, ມີຄວາມໂປ່ງໃສໃນການນຳໃຊ້ງົບປະມານ ແລະ ຊັບສິນຂອງລັດ ເພື່ອຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງລັດ, ລວມໝູ່ ແລະ ພົນລະເມືອງ ກໍ່ຄືສັງຄົມ ຈັດຕັ້ງປະຕິບັດກົດໝາຍໃຫ້ມີຄວາມສັກສິດ, ເຂັ້ມງວດ ແລະ ຍຸຕິທຳ.

ຮູບພາບ ແລະ ຂ່າວສານໂດຍ: ອົງການກວດສອບແຫ່ງລັດ

Scroll to Top