ປະທານອົງການກວດສອບແຫ່ງລັດ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ

 

        ໃນວັນທີ 23 ພະຈິກ 2023 ທີ່ສຳນັກງານອົງການກວດສອບແຫ່ງລັດ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສຳຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ຊູເດສ ມາເນຍ (Sudesh Maniar) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບໃນໂອກາດມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ ຄົນໃໝ່.

        ໂອກາດທີ່ມີຄວາມໝາຍສຳຄັນດັ່ງກ່າວ,  ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສຳຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ໄດ້ສະແດງຄວາມຍິນດີຕ້ອນຮັບ; ພ້ອມທັງ ຊົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານ ຊູເດສ ມາເນຍ (Sudesh Maniar) ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາຮັບໜ້າທີ່ໃໝ່ ເປັນເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ ຄົນໃໝ່ ເພື່ອສືບຕໍ່ປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດລາວ-ສິງກະໂປ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ; ພ້ອມດຽວກັນນີ້ ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ສະຖານທູດສິງກະໂປ ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນອົງການກວດສອບແຫ່ງລັດ ໃນການຈັດຝຶກອົບຮົມຫຼາຍຄັ້ງໃນໄລຍະຜ່ານມາ ເປັນຕົ້ນ ຫົວຂໍ້: 1) ພາສາອັງກິດສໍາລັບນັກແປ (English Language for Interpreters); ແລະ 2) ເຕັກນິກ ແລະ ເຄື່ອງມືຮັບໃຊ້ວຽກກວດສອບ (Workshop on Audit Techniques and Tools) ແລະ ອື່ນໆ.

        ພ້ອມນີ້, ທ່ານປະທານອົງການກວດສອບແຫ່ງລັດ ກໍໄດ້ສະເໜີ ທ່ານ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ ສືບຕໍ່ຊ່ວຍຊຸກຍູ້ ແລະ ໃຫ້ການສະໜັບສະໜູນແກ່ອົງການກວດສອບແຫ່ງລັດ ຄື: 1) ໃຫ້ການສະໜັບສະໜູນສ້າງຄວາມເຂັ້ມແຂງພັດທະນາດ້ານບຸກຄະລາກອນ ຂອງອົງການກວດສອບແຫ່ງລັດ ໂດຍຈັດເປັນໂຄງການສະເພາະໃນການຝຶກອົບຮົມການເປັນຄູຝຶກ (Training of Trainer-TOT) ໃນຫົວຂໍ້: 1) ການກວດສອບລັດວິສາຫະກິດ, 2) ການກວດສອບການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ 3) ການວິເຄາະຂໍ້ມູນທາງການເງິນຂອງທະນາຄານລັດ; ສະເໜີສະໜັບ ສະໜູນຊ່ວຍເຫຼືອໃນການສ້າງຄວາມເຂັ້ມແຂງດ້ານສົ່ງເສີມພາສາຕ່າງປະເທດ (ພາສາອັງກິດ) ແລະ 3) ຊ່ວຍໃນການພັດທະນາ ວຽກງານຂອງສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ເປັນຕົ້ນການພັດທະນາຫຼັກສູດການຮຽນ-ການສອນ ແລະ ແລກປ່ຽນບົດຮຽນກັບອົງການກວດສອບສິງກະໂປ.

        ຈາກນັ້ນ, ທ່ານ ຊູເດສ ມາເນຍ (Sudesh Maniar) ໄດ້ສະແດງຄວາມຂອບໃຈ ມາຍັງທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສຳຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ ພ້ອມຄະນະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນການເຂົ້າຢຽມ ຂໍ່ານັບໃນຄັ້ງນີ້ ແລະ ພ້ອມໃຫ້ການພົວພັນຮ່ວມມືຢ່າງຮອບດ້ານ ແນໃສ່ຮັບປະກັນ ໃນການປະຕິບັດວຽກງານ ດ້ານການທູດ ມີຄວາມຮັດແໜ້ນ ແລະ ໄດ້ຮັບຜົນສຳເລັດ ຫຼາຍຂຶ້ນ ກວ່າທີ່ຜ່ານມາ; ໃນຕອນທ້າຍ ທ່ານ ຍັງໄດ້ອວຍພອນໃຫ້ທ່ານປະທານອົງການກວດສອບແຫ່ງລັດ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານອັນມີກຽດຂອງທ່ານ ແລະ  ເຊື່ອໝັ່ນວ່າໃນຕໍ່ໜ້າ ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ ຈະສືບຕໍ່ໃຫ້ການຊ່ວຍເຫຼືອອົງການກວດສອບແຫ່ງລັດ ສປປ ລາວ ໃຫ້ມີຄວາມເຂັ້ມແຂງຍິ່ງໆຂຶ້ນ.
        ໃນຕອນທ້າຍ  ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສຳຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ທ່ານຍັງໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນໃຫ້ທ່ານ ຊູເດສ ມາເນຍ (Sudesh Maniar) ທີ່ມາຮັບໜ້າທີ່ໃໝ່  ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ທາງການທູດ ຢູ່ ສປປ ລາວ ໃນຄັ້ງນີ້.

ຮຼບພາບ ແລະ ຂ່າວສານໂດຍ: ອົງການກວດສອບແຫ່ງລັດ

 

 

 

 

Scroll to Top