ຄະນະຜູ້ແທນອົງການກວດສອບແຫ່ງລັດ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດ ຄັ້ງທີ 7 ຂອງສະຖາບັນກວດສອບສູງສຸດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນຊາຍ)

 
        ໃນວັນທີ 01 ຫາ 03 ພະຈິກ 2023, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ ຊຶ່ງນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 7 ຂອງສະຖາບັນກວດສອບສູງສຸດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນຊາຍ)(The 7th ASEANSAI Summit) ທີ່ ນະຄອນຫຼວງ ມານິລາ, ປະເທດ ຟິລິບປິນ. ໃນກອງປະຊຸມຄັ້ງນີ້ມີຜູ້ແທນຂັ້ນສູງ ຂອງ 10 ສະຖາບັນກວດສອບສູງສຸດ ທີ່ເປັນສະມາຊິກຂອງອາຊຽນຊາຍ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 68 ທ່ານ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ດຣ ຄິນ ນາຍ ໂອ (Prof. Dr. Khin Naing Oo), ປະທານສະຖາບັນກວດສອບສູງສຸດ ສະຫະພາບມຽນມາ ໃນນາມ ປະທານ ອາຊຽນຊາຍ ແລະ ໃຫ້ກຽມຂື້ນກ່າວຕ້ອນຮັບ ໂດຍ ທ່ານ ກໍາມະລຽນ ອາຊິດກອນໂດບະ ( Gamaliel Cordonba) ປະທານອົງການກວດສອບແຫ່ງລັດ ປະເທດຟິລິບປີນ.
 
 
        ກອງປະຊຸມສຸດຍອດອາຊຽນຊາຍ ແມ່ນກອງປະຊຸມ ທີ່ຈັດຂຶ້ນທຸກໆ 2 ປີ ເຊິ່ງກອງປະຊຸມຄັ້ງນີ້ໄດ້ມີການຄົ້ນຄວ້າປຶກສາຫາລື ແລະ ຕົກລົງຮັບຮອງບັນຫາຕ່າງໆທີ່ມີຄວາມສໍາຄັນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການເຄື່ອນໄຫວວຽກງານຕ່າງໆຂອງສະຖາບັນກວດສອບສູງສຸດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນຊາຍດັ່ງນີ້:
1. ຮັບຮອງບົດລາຍງານຄວາມຄືບໜ້າຂອງບັນດາຄະນະກໍາມະການ ແລະ ກອງເລຂາ ຂອງອາຊຽນຊາຍ (Approval of the Progress Reports of ASEANSAI’s Committees and Secretariat);
2. ຮັບຮອງການປັບປຸງ ລະບຽບ ແລະ ຂັ້ນຕອນການປະຕິບັດ ຂອງ ອາຊຽນຊາຍ ຄັ້ງທີ 4 (Approval of the 4th revision ASEANSAI Rules and Procedures);
3. ຮັບຟັງການນໍາສະເໜີກ່ຽວກັບ ການຮ່ວມມືຄົ້ນຄວ້າ ຄວາມເປັນເອກະລາດຂອງ ສະຖາບັນກວດສອບສູງສຸດສະມາຊິກອາຊຽນຊາຍ: ການນໍາໃຊ້ເຄື່ອງມືຄາດການລ່ວງໜ້າເພື່ອອະນາຄົດທີ່ເໝາະສົມ ໂດຍ ອົງການກວດສອບສູງສຸດປະເທດໄທ ໃນນາມ ຜູ້ຊ່ຽວຊານການແລກປ່ຽນຄວາມຮູ້ (Presentation on Cooperative Research SAI Independence in ASEAN Countries: Implementing Foresight Tools for Preferable Future);
4. ຮັບຟັງການນໍາສະເໜີກ່ຽວກັບ ການສ້າງບົດແນະນໍາການກວດສອບການກໍ່ສ້າງ ໂດຍ ອົງການກວດສອບສູງສຸດປະເທດ ບຣູໄນ (Presentation on Fundamental Guideline in Construction Audit);
5. ຮັບຮອງເອົາປະທານ ແລະ ຮອງປະທານ ອາຊຽນຊາຍຄົນໃໝ່ ປະຈໍາສົກປີ 2024-2025 (Appointment of New Chairman and Vice Chairman of ASEANSAI/ Handover of Chairmanship of ASEANSAI) ເຊິ່ງແມ່ນ ອົງການກວດສອບສູງສຸດ ຟິລິບປິນ ເປັນປະທານ ແລະ ອົງການກວດສອບສູງສຸດ ສິງກະໂປ ເປັນຮອງປະທານ;
6. ແຕ່ງຕັ້ງ ແລະ ຮັບຮອງ ອົງການກວດສອບສູງສຸດ ປະເທດໄທ ເປັນຜູ້ກວດສອບເອກະສານລາຍງານການເງິນ ສໍາລັບທ້າຍປີ 31 ທັນວາ 2022 ແລະ 31 ທັນວາ 2023 (Appointment and Approval of ASEANSAI Auditor for Financial Statements for Year Ended 2022 and 2023);
7. ຮັບຮອງປະທານບັນດາຄະນະກໍາມະການອາຊຽນຊາຍ ປະຈໍາສົກປີ 2024-2025 (Appointment and Approval of ASEANSAI Committee’s Chair 2024 – 2025) ຄື:
• SAI Singapore ສືບຕໍ່ເປັນປະທານ ຄະນະກໍາມະການ ລະບຽບ ແລະ ຂັ້ນຕອນການປະຕິບັດ (RPC);
• SAI Vietnam ສືບຕໍ່ເປັນປະທານ ຄະນະກໍາມະການ ແຜນຍຸດທະສາດ (SPC);
• SAI Malaysia ສືບຕໍ່ເປັນປະທານ ຄະນະກໍາມະການ ແລກປ່ຽນຄວາມຮູ້ (KSC);
• SAI Philippines ສືບຕໍ່ເປັນປະທານ ຄະນະກໍາມະການ ຝຶກອົບຮົມ (TC);
8. ແຕ່ງຕັ້ງ ອົງການກວດສອບສູງສຸດ ອິນໂດເນເຊຍ ສືບຕໍ່ເປັນກອງເລຂາອາຊຽນຊາຍ ໄລຍະຍາວ ສົກປີ 2024-2029 (Appointment of the longer-term ASEANSAI Secretariat 2024 – 2029);
9. ນໍາສະເໜີ ແລະ ຮັບຮອງແຜນການເຄື່ອນໄຫວວຽກງານຂອງບັນດາຄະນະກໍາມະການ ໃນອາຊຽນຊາຍ ປະຈໍາປີ 2024 – 2025 (Presentation and Approval of ASEANSAI Committees’ Work Plans 2024-2025);
10. ລາຍງານສະຖານະບົດບັນທຶກຄວາມເຂົ້າໃຈ ຮ່ວມກັບ ອົງການກວດສອບສະວີເດັນ (Status of the MoU with Swedish National Audit Office);
11. ຮັບຮອງງົບປະມານ ສໍາລັບບັນດາກິດຈະກໍາຂອງອາຊຽນຊາຍ ໃນສົກປີ 2024 -2025 (Approval for ASEANSAI Activities Budget 2024 -2025).
 
 
        ໃນກອງປະຊຸມສຸດຍອດຄັ້ງທີ 7 ຂອງສະຖາບັນກວດສອບສູງສຸດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນຊາຍໃນຄັ້ງນີ້ແມ່ນຖືກກັບລະບຽບ ແລະ ຂັ້ນຕອນການຈັດຕັ້ງປະຕິບັດວຽກງານ ທັງສອດຄ່ອງກັບສະພາບແວດລ້ອມໃນປະຈຸບັນ ແລະ ອານາຄົດອັນໃກ້ຂອງວຽກງານກວດສອບໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເຊິ່ງບັນດາຄະນະຜູ້ແທນຂັ້ນສູງຂອງອົງການກວດສອບສູງສຸດຂອງ 10 ປະເທດ ແມ່ນໄດ້ຕີລາຄາສູງຕໍ່ການເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນຊາຍ ຄັ້ງທີ 7 ທີ່ໄດ້ຕົກລົງຮັບຮອງເອົາບັນຫາສໍາຄັນຕ່າງໆ ທີ່ຈະເປັນທິດທາງແຜນການໃນຕໍ່ໜ້າ ສໍາລັບປີ 2024-2025 ແລະ ເປັນການຮັບປະກັນຄວາມເປັນເອກະພາບພາຍໃນສະຫະພັນສະຖາບັນກວດສອບສູງສຸດຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ໃຫ້ນັບມື້ນັບເຂັ້ມແຂງຂຶ້ນຢ່າງມີສະຖຽນລະພາບ.
        ນອກຈາກນັ້ນ, ສປປ ລາວ ໃນນາມສະມາຊິກ ຍັງໄດ້ປະກອບຄໍາເຫັນໃນແຕ່ລະບັນຫາ ທີ່ເຫັນວ່າມີຄວາມສໍາຄັນຢ່າງກົງໄປກົງມາ ເພື່ອປະກອບສ່ວນປັບປຸງແບບວິທີການເຮັດວຽກ ແລະ ໂຄງປະກອບການຈັດຕັ້ງຂອງອາຊຽນຊາຍໃຫ້ມີຄວາມອຸດົມສົມບູນຂຶ້ນເທື່ອລະກ້າວ. ສໍາລັບອົງການກວດສອບແຫ່ງລັດ ສປປ ລາວ ໄດ້ຕັ້ງໜ້າປະກອບສ່ວນໃນຫຼາຍດ້ານ ເປັນຕົ້ນ: ການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນຊາຍ ຄັ້ງທີ 4 ພ້ອມເປັນປະທານອາຊຽນຊາຍໃນສົກປີ 2017-2019 ແລະ ເປັນເຈົ້າພາບຈັດ ແລະ ເຂົ້າຮ່ວມບັນດາກອງປະຊຸມຝຶກອົບຮົມ, ສໍາມະນາແລກປ່ຽນຄວາມຮູ້ ແລະ ອື່ນໆ ເພື່ອຍົກສູງພາລະບົດບາດຂອງອົງການກວດສອບແຫ່ງລັດ ໃນເວທີສາກົນກໍ່ຄືການສ້າງຂີດຄວາມສາມາດໃຫ້ແກ່ບັນດາພະນັກງານອົງການກວດສອບແຫ່ງລັດ ສປປ ລາວ ໃຫ້ນັບມື້ນັບເຂັ້ມແຂງຂຶ້ນເລື້ອຍໆ.
 
 
ຂ່າວສານໂດຍ: ອົງການກວດສອບແຫ່ງລັດ.
Scroll to Top