ປະທານອົງການກວດສອບແຫ່ງລັດ ສປປ ລາວ ຕ້ອນຮັບ ທ່ານ ປະທານອົງການກວດສອບປະຈຳເຂດ 3 ນະຄອນດານັງ ສສ ຫວຽດນາມ

        ປະຕິບັດຕາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ໃນຂົງເຂດການກວດສອບແຫ່ງລັດ ລະຫວ່າງ ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເພື່ອເປັນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ສາຍພົວພັນມິດຕະພາບ ແລະ ການຮ່ວມື ໃນຂົງເຂດການກວດສອບແຫ່ງລັດ ລະຫວ່າງ ສອງຝ່າຍ.

       ໃນວັນທີ 5 ມີນາ 2025, ທີ່ອົງການກວດສອບແຫ່ງລັດ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ ສປປ ລາວ ໄດ້ຕ້ອນຮັບຄະນະຜູ້ແທນຈາກອົງການກວດສອບປະຈຳເຂດ 3 ນະຄອນດານັງ ສສ ຫວຽດ ນາມ ນຳໂດຍ ສະຫາຍ ເລ ກຸຍ ຮຶງ ປະທານອົງການກວດສອບປະຈຳເຂດ 3 ນະຄອນດານັງ ສສ ຫວຽດນາມ ພ້ອມຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໄດ້ເຂົ້າຢ້ຽມຂ່ຳນັບ ປະທານອົງການກວດສອບແຫ່ງລັດ ສປປ ລາວ.

      ໃນການພົບປະກັນ ໃນຄັ້ງນີ້ ຝ່າຍອົງການກວດສອບແຫ່ງລັດ ປະຈໍາເຂດ 3 ສະຫາຍ ເລ ກຸຍ ຮືງ ໄດ້ລາຍງນ ແລະ ແຈ້ງກ່ຽວກັບສະພາບການເຄື່ອນໄຫວທີ່ພົ້ນເດັ່ນຂອງວຽກງານການກວດສອບ ໃຫ້ກັນຊາບ ແລະ ໄດ້ລາຍງານກ່ຽວກັບຜົນສໍາເລັດ ກ່ຽວກັບການພົບປະສອງຝ່າຍ ກັບອົງການກວດສອບປະຈຳພາກກາງ 2 ( ແຂວງສະຫວັນນະເຂດ ) ແລະ ພ້ອມກັບໄດ້ລາຍງານຜົນກອງປະຊຸມແລກປ່ຽນບົດຮຽນໃນ ໃນ 03 ຫົວຂໍ້ຄື:

1). ການກວດສອບລາຍຮັບ-ລາຍຈ່າຍງົບປະມານແຂວງ ;

2). ເຕັກ​ນິກ​ການກວດ​ສອບ​ລັດ​ວິ​ສາ​ຫະ​ກິດແຂວງ;

3). ການສ້າງແຜນກວດສອບ​ລະອຽດ​ (audit program) ຂອງການກວດສອບງົບປະມານປະຈຳແຂວງ.

        ຜ່ານການຮັບຟັງ ຜົນການພົບປະຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ກັບ ອົງການກວດສອບປະຈຳພາກກາງ 2 ແຂວງສະຫວັນນະເຂດ ສປປ ລາວ ສະຫາຍ ວຽງທະວີສອນ ເທບພະຈັນ ໄດ້ຕີລາຄາສູງ ຕໍ່ການຢ້ຽມຢາມ ແລະ ແລກປ່ຽນບົດຮຽນໃນຄັ້ງນີ້ ໂດຍສະເພາະ ຫົວຂໍ້ທີ່ ອົງການກວດສອບປະຈຳພາກກາງ 2 ແຂວງສະຫວັນນະເຂດ ກັບອົງການກວດສອບປະຈຳເຂດ 3 ນະຄອນດານັງ ສສ ຫວຽດນາມ ໄດ້ແລກປ່ຽນບົດຮຽນ ນຳກັນນັ້ນ ແລະ ຫົວຂໍ້ດັ່ງກ່າວແມ່ນມີຄວາມສຳຄັນຫຼາຍໃນການພັດທະນາ ແລະ ບໍລິຫານວຽກງານຂອງ ອົງການກວດສອບແຫ່ງລັດ ກໍ່ຄືອົງການກວດສອບປະຈຳພາກ ເພື່ອແນ່ໃສ່ເຮັດໃຫ້ວຽກງານກວດສອບ ມີຄວາມເຂັ້ມແຂງ ເວົ້າລວມ, ເວົ້າສະເພາະກໍ່ເພື່ອເປັນການການຊຸກຍູ້ບັນດາຂົງເຂດ ທີ່ນຳໃຊ້ງົບປະມານແຫ່ງລັດ ກໍ່ຄືຂອງແຂວງ ສາມາດປັບປຸງແກ້ໄຂຄຳແນະນຳກວດສອບ ເຮັດໃຫ້ການກວດສອບມີປະສິດທິພາບ ປະສິດທິຜົນ ແລະ ປະຕິບັດຕາມລະບຽບກົົດໝາຍທີ່ກຳນົດໄວ້.

        ໃນຕອນທ້າຍ, ສະຫາຍ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ສະແດງຄວາມຂອບໃຈ ສະຫາຍ ເລ ກຸຍ ຮຶງ ປະທານອົງການກວດສອບປະຈຳເຂດ 3 ນະຄອນດານັງ ຫວຽດນາມ ທີ່ໄດ້ເດີນທາງມາພົບປະ ແລະ ແລກປ່ຽນບົດຮຽນ ທີ່ອົງການກວດສອບປະຈໍາພາກກາງ 2 ແຂວງສະຫວັນນະເຂດ ແລະ ສະເໜີໃຫ້ທັງສອງອົງການກວດສອບປະຈຳພາກ ຂອງ ລາວ ແລະ ຫວຽດນາມສືບຕໍ່ພົບປະແລກປ່ຽນບົດຮຽນ ຊຶ່ງກັນ ແລະ ກັນ; ພ້ອມນັ້ນ ສະຫາຍ ໄດ້ອວຍພອນໃຫ້ ສະຫາຍ ເລ ກຸຍ ຮຶງ ປະທານອົງການກວດສອບປະຈຳເຂດ 3 ນະຄອນດານັງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນ ຈົ່ງປະຕິບັດໜ້າທີ່ເຄື່ອນໄຫວ ຢູ່ ສປປ ລາວ ດ້ວຍຜົນສຳເລັດ ແລະ ເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ.

ຮູບພາບ ແລະ ຂ່າວສານໂດຍ: ພະແນກເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ອົງການກວດສອບແຫ່ງລັດ.

 

Scroll to Top