ໃນຕອນບ່າຍ ຂອງວັນທີ 07 ມີນາ 2025 ອົງການກວດສອບແຫ່ງລັດ ໄດ້ຈັດພິທີປະກາດ ການຈັດຕັ້ງຂຶ້ນທີ່ຫ້ອງປະຊຸມຂອງອົງການກວດສອບແຫ່ງລັດ ໂດຍການເປັນປະທານ ຂອງທ່ານ ວຽງ ທະວີສອນ ເທບພະຈັນ ກຳມະການສໍາຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ, ເຂົ້າຮ່ວມ ພິທີມີຕາງໜ້າສະພາປະຊາຊົນ ນະຄອນຫຼວງວຽງຈັນ, ປະທານອົງການກວດກາລັດ ນະຄອນຫຼວງວຽງຈັນ, ຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ, ຫົວໜ້າຫ້ອງວ່າການ ນະຄອນຫຼວງວຽງຈັນ ແລະ ການນໍາ ບັນດາພະແນກການອ້ອມຂ້າງ ນະຄອນຫຼວງວຽງຈັນ, ຫົວໜ້າຫ້ອງການອົງການກວດສອບແຫ່ງລັດ, ບັນດາທ່ານຫົວໜ້າກົມ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ ອົງການກວດ ສອບແຫ່ງລັດ, ຮອງປະທານອົງການກວດສອບປະຈຳພາກກາງ 1, ພະນັກງານອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈຳພາກກາງ 1 ເຂົ້າຮ່ວມ.
ພິທີດັ່ງກ່າວ ທ່ານ ນ ສີຕານ ໄຊຍະວົງເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ອົງການກວດສອບແຫ່ງລັດ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງທ່ານປະທານອົງການກວດສອບແຫ່ງລັດ ສະບັບເລກທີ 315/ອກສລ, ລົງວັນທີ 6 ມີນາ 2025 ວ່າດ້ວຍການອະນຸມັດໃຫ້ທ່ານ ຄໍາມອນ ບົວພັນ ປະທານອົງການກວດສອບປະຈຳພາກກາງ 1 ອອກພັກ ການ-ຮັບອຸດໜູນບຳນານ ແລະ ຜ່ານມະຕິຕົກລົງ ຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 67/ ຄປຈ, ລົງວັນທີ 4 ມີນາ 2025 ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມ ຂື້ນເປັນປະທານ ອົງການກວດສອບປະຈຳພາກກາງ 1 ເພື່ອປ່ຽນແທນຜູ້ເກົ່າທີ່ໄດ້ຮັບອຸດໜູນບໍານານ.
ການອະນຸມັດໃຫ້ການນໍາອົງການກວດສອບປະຈຳພາກກາງ 1 ອອກພັກການ-ຮັບອຸດໜູນບຳນານ ໃນຄັ້ງນີ້, ແມ່ນເປັນການປະຕິບັດຕາມກົດລະບຽບທີ່ພັກ-ລັດ ໄດ້ກຳນົດໄວ້. ສະນັ້ນ, ເມື່ອຮອດກຳນົດກໍ່ ຕ້ອງໄດ້ຮັບການເຂົ້າຮັບອຸດໜູນບຳນານຕາມລະບຽບການ, ແຕ່ເຖິງແນວໃດກໍ່ຕາມ ຜູ້ກ່ຽວກໍ່ເປັນເປັນ ພະນັກງານຫຼັກແຫຼ່ງຜູ້ໜຶ່ງຂອງອົງການກວດສອບແຫ່ງລັດ, ເປັນສະມາຊິກພັກທີ່ດີ, ມີຄວາມຍຶດໝັ້ນຕໍ່ ອຸດົມການຂອງພັກ ຂອງລັດ, ທັງເປັນແບບຢ່າງທີ່ດີ ໃຫ້ແກ່ສະມາຊິກພັກ ແລະ ມະຫາຊົນໃນລຸ້ນຕໍ່ໄປ ເພື່ອເປັນເຂັມທິດເຍືອງທາງ ແລະ ຮັກສາມູນເຊື້ອອັນດີງາມຕະຫລອດໄປ. ສະນັ້ນ, ສະມາຊິກພັກ-ພະນັກງານ ພາຍໃນອົງການກວດສອບແຫ່ງລັດ ຂອງພວກເຮົາກໍ່ຈະໄດ້ຖອດຖອນບົດຮຽນທີ່ດີ ໃນການນໍາ ພາ-ຊີ້ນໍາວຽກງານຂອງທ່ານ ມາເປັນບົດຮຽນເພື່ອໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງໃຫ້ເກີດຜົນ ປະໂຫຍດອັນສູງສຸດ.
ໃນຕອນທ້າຍ ປະທານອົງການກວດສອບແຫ່ງລັດ ກໍໄດ້ມີຄຳເຫັນໂອ້ລົມ ຊີ້ທິດເຍືອງທາງ ໃຫ້ສະມາຊິກພັກ ແລະ ພະນັກງານ ພາຍໃນອົງການກວດສອບປະຈຳພາກກາງ 1 ໂດຍສະເພາະທ່ານທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ໃຫ້ມີຄວາມໜັກແໜ້ນ, ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ເຄົາລົບລະບຽບກົດໝາຍ, ລະບຽບການ, ປະຕິບັດໄດ້ຈັນຍາບັນນັກກວດສອບ ຢ່າງເຂັ້ມງວດ ແລະ ເອົາໃຈໃສ່ ພັດທະນາວຽກງານວິຊາສະເພາະກວດສອບ ຫັນເປັນທັນສະໄໝ, ຫັນເປັນມືອາຊີບ ໃຫ້ກ້າວສູ່ມາດຕະຖານສາກົນ ແລະ ຮັກສາໄດ້ໜ່ວຍພັກ ປອດໃສເຂັ້ມແຂງ ແລະ ໜັກແໜ້ນ ໃຫ້ໝັ້ນຄົງຕະຫຼອດໄປ ພ້ອມກັນນັ້ນ, ກໍ່ພ້ອມສືບຕໍ່ກະກຽມກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກຮາກຖານຕົນ ທີ່ຈະໄຂຂຶ້ນໃນຕໍ່ໜ້າໃຫ້ມີຜົນສໍາເລັດຕາມແຜນທີ່ກຳນົດໄວ້.