ພິທີປະກາດ ການແຕ່ງຕັ້ງປະທານອົງການກວດສອບປະຈໍາພາກໃຕ້

       ໃນຕອນເຊົ້າຂອງວັນທີ 12 ມີນາ 2025 ອົງການກວດສອບປະຈໍາພາກໃຕ້ ໄດ້ຈັດພິທີປະກາດການຈັດຕັ້ງຂຶ້ນທີ່ຫ້ອງປະຊຸມຂອງອົງການກວດສອບປະຈໍາພາກໃຕ້ ໂດຍການເປັນປະທານຮ່ວມຂອງທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ, ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງປະທານສະພາປະຊາຊົນແຂວງ ມີບັນດາພະແນກການອ້ອມຂ້າງແຂວງ ແລະ ພະນັກງານພາຍໃນອົງການກວດສອບປະຈໍາພາກໃຕ້ເຂົ້າຮ່ວມ.

        ພິທີດັ່ງກ່າວໄດ້ຜ່ານຂໍ້ຕົກລົງຂອງທ່ານ ປະທານອົງການກວດສອບແຫ່ງລັດ ວ່າດ້ວຍການອະນຸມັດໃຫ້ທ່ານ ໄພທູນ ສີພູມມາ ປະທານອົງການກວດສອບປະຈໍາພາກໃຕ້ ອອກພັກການ ຮັບອຸດໜູນບໍານານ ແລະ ຜ່ານມະຕິຕົກລົງຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 66/ຄປຈ, ລົງວັນທີ 04 ມີນາ 2025 ວ່າດ້ວຍການແຕ່ງຕັ້ງປະທານອົງການກວດສອບປະຈໍາພາກໃຕ້ ເພື່ອປ່ຽນແທນຜູ້ເກົ່າ ທີ່ໄດ້ຮັບການອຸດໜູນບໍານານ ເຊີ່ງໄດ້ແຕ່ງທ່ານ ປະລິນຍາເອກ ສົມສັກ ແສງສັກດາ ປະທານຄະນະກໍາມະການເສດຖະກິດແຜນການ ແລະ ການເງິນ ສະພາປະຊາຊົນແຂວງຈໍາປາສັກ ເປັນປະທານອົງການກວດສອບປະຈໍາພາກໃຕ້ ຄົນໃໝ່ ການອະນຸມັດໃຫ້ການນໍາອົງການກວດສອບປະຈໍາພາກໃຕ້ ອອກພັກການຮັບອຸດໜູນບໍານານ ໃນຄັ້ງນີ້ແມ່ນເປັນປົກກະຕິ ແລະ ປະຕິບັດຕາມກົດລະບຽບທີ່ໄດ້ກໍານົດໄວ້ ສະນັ້ນ ເມື່ອຮອດກຳນົດກໍ່ຕ້ອງໄດ້ຮັບການເຂົ້າອຸດໜູນບໍານານຕາມລະບຽບການ ເຖີງແນວໃດກໍ່ຕາມຜູ້ກ່ຽວກໍ່ເປັນພະນັກງານຫຼັກແຫຼ່ງຜູ້ໜຶ່ງ ຂອງອົງການກວດສອບແຫ່ງລັດ ເປັນສະມາຊິກພັກທີ່ດີມີຄວາມຢຶດໜັ້ນຕໍ່ອຸດົມການຂອງພັກ – ຂອງລັດ ທັງເປັນແບບຢ່າງທີ່ດີໃຫ້ແກ່ສະມາຊິກພັກ ແລະ ມະຫາຊົນ ຮຸ່ນຕໍ່ໄປ.

       ເພື່ອເປັນເຂັມທິດຊີ້ເຍືອງທາງໃຫ້ໃນການຮັກສາມູນເຊື້ອອັນດີງາມຕະຫຼອດໄປ ສະນັ້ນ, ສະມາຊິກພັກພະນັກງານພາຍໃນອົງການກວດສອບແຫ່ງລັດ ກໍ່ໄດ້ຖອດຖອນເອົາບົດຮຽນທີ່ດີໃນການນໍາພາຊີ້ນໍາວຽກງານເປັນບົດຮຽນທີ່ໝູນເຂົ້າໃຊ້ໃນການປະຕິບັດວຽກງານຕົວຈິງໃຫ້ເກີດຜົນປະໂຫຍດອັນສູງສຸດ ໃນຕອນທ້າຍຄະນະປະທານກອງປະຊຸມກໍ່ໄດ້ມີຄໍາເຫັນຊີ້ທິດເຍືອງທາງໃຫ້ແກ່ສະມາຊິກພັກ ແລະ ພະນັກງານພາຍໃນອົງການກວດສອບປະຈໍາພາກໃຕ້ ໂດຍສະເພາະຜູ້ໄດ້ຮັບແຕ່ງຕັ້ງໃໝ່ ໃຫ້ເອົາໃຈໃສ່ວຽກງານການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ – ພະນັກງານ ໃຫ້ມີຄວາມໜັກແໜ້ນມີຄວາມອຸ່ນອ່ຽງ, ທຸ່ນທ່ຽງ ເຄົາລົບລະບຽບກົດໝາຍລະບຽບການປະຕິບັດຈັນຍາບັນນັກກວດສອບຢ່າງເຂັ້ມງວດ ແລະ ເອົາໃຈໃສ່ພັດທະນາວຽກງານວິຊາສະເພາະການກວດສອບຫັນເປັນທັນສະໄໝ ໃຫ້ເປັນມືອາຊີບໃຫ້ກ້າວເຂົ້າສູ່ມາດຕະຖານສາກົນ ແລະ ຮັກສາໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ໝັ້ນຄົງຕະຫຼອດໄປ.

ຮູບພາບ ແລະ ຂ່າວສານໂດຍ:​ ອົງການກວດສອບປະຈໍາພາກໃຕ້

Scroll to Top