ຄະນະຜູ້ແທນ ອົງການກວດສອບແຫ່ງລັດ ສຳເລັດການເຂົ້າຮ່ວມກອງປະຊຸມໃຫຍ່ ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ) ທີ່ຊາມ ເອວ ແຊັກ, ປະເທດ ເອຢິບ

          ໃນລະຫວ່າງວັນທີ 27-31 ຕຸລາ 2025, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ (ອກສລ) ເຊິ່ງນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ) (25th Congress of the INTOSAI) ທີ່ ຊາມ ເອວ ແຊັກ, ປະເທດ ເອຢິບ. ກອງປະຊຸມຄັ້ງນີ້, ມີຜູ້ແທນທີ່ມາຈາກບັນດາສະຖາບັນກວດສອບສູງສຸດທົ່ວໂລກ ຫຼາຍກ່ວາ 150 ປະເທດ, ຫຼາຍກ່ວາ 800 ຄົນເຂົ້າຮ່ວມ ແລະ ໃນພິທີເປີດກອງປະຊຸມອັນມີຄວາມໝາຍຄວາມສໍາຄັນ ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໃນພິທີເປີດກອງປະຊຸມ ໂດຍ ທ່ານ Dr. Mostafa Madbouly (ມູສຕາຟາ ມາດບູລີ) ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດເອຢິບ. ກ່າວຕ້ອນຮັບ ໂດຍທ່ານ Mohamed El Faisal Youssef ປະທານອົງການກວດສອບແຫ່ງລັດ ເອຢິບ ໃນນາມເຈົ້າພາບຈັດກອງປະຊຸມ ແລະ ປະທານອິນໂຕຊາຍຜູ້ຕໍ່ໄປ, ແລະ ການມີຄຳເຫັນຂອງທ່ານ ນາງ Dr. Margit Kraker ປະທານສານກວດສອບ ໂອຕຣິດ, ໃນນາມເລຂາທິການ ອິນໂຕຊາຍ ແລະ ທ່ານ Vital do Rego Fiho ປະທານສານກວດສອບບັນຊີ ເບຣຊິນ ໃນຖານະປະທານ ອິນໂຕຊາຍ ທີ່ໃກ້ຈະໝົດວາລະ.

        INCOSAI ຫຼື International Congress of Supreme Audit Institutions ເປັນຊື່ເອີ້ນ ກອງປະຊຸມສະມັດຊາໃຫຍ່ຂອງສະຫະພັນສະຖາບັນກວດສອບສູງສຸດສາກົນ ຊຶ່ງຈັດຂຶ້ນທຸກໆ 3 ປີ ແນໃສ່ຍົກສູງລະດັບການຊີ້ນຳ-ນຳພາສະຖາບັນກວດສອບສູງສຸດຂອງບັນດາພາກພື້ນ ກໍ່ຄືທົ່ວໂລກ ຕໍ່ກັບວິຊາສະເພາະກວດສອບຂອງບັນດາ ສະຖາບັນກວດສອບສູງສຸດ (SAIs) ທີ່ເປັນສະມາຊິກ ແລະ ທັດສະນະຕໍ່ບັນຫາສິ່ງທ້າທາຍໃນວຽກງານກວດສອບໃນຕໍ່  ໜ້າ. ປະຈຸບັນອິນໂຕຊາຍ ມີສະມາຊິກທັງໝົດ 202 ພາກສ່ວນ, ໃນນັ້ນ ມີສະມາຊິກເຕັມ 195 ສະຖາບັນກວດສອບສູງສຸດ, 5 ພາຄີສະມາຊິກ ແລະ 2 ສະມາຊິກຄູ່ຮ່ວມງານ.

        ກອງປະຊຸມໄດ້ຮັບຮອງເອົາລະບຽບ ແລະ ຂັ້ນຕອນປະຕິບັດຂອງອິນໂຕຊາຍ, ການແຕ່ງຕັ້ງປະທານອິນໂຕຊາຍຜູ້ໃໝ່, ຮັບຟັງການລາຍງານຜົນງານການຈັດຕັ້ງປະຕິບັດວຽກງານຂອງບັນດາຄະນະກຳມະການ, ຂອງບັນດາພາກພື້ນຍ່ອຍ ໃນໄລຍະ 3 ປີຜ່ານມາ, ການຮັບຮອງເອົາຖະແຫຼງການ ຊາມເອວແຊັັັກ ເພື່ອເປັນທິດທາງໃຫ້ແກ່ວຽກງານກວດສອບໃນ 3 ປີຕໍ່ໜ້າ, ເລືອກຕັ້ງເອົາຄະນະສະພາບໍລິຫານງານອິນໂຕຊາຍຊຸດໃໝ່ (Electing the Governing Board for INTOSAI) 9 ປະເທດ, ເລືອກຕັ້ງເອົາຜູ້ກວດສອບຂອງອິນໂຕຊາຍ 2 ປະເທດ.

        ນອກນີ້, ເພື່ອຕອບສະໜອງຕໍ່ສິ່ງທ້າທາຍຂອງໂລກທີ່ມີການປ່ຽນແປງຢ່າງວ່ອງໄວ ກອງປະຊຸມຈະໄດ້ປຶກສາຫາລື 2 ບັນຫາໃຫຍ່ ທີ່ຈະສົ່ງຜົນກະທົບຕໍ່ອະນາຄົດຂອງການກວດສອບພາກລັດ ຄື: (1) ບົດບາດຂອງສະຖາບັນກວດສອບສູງສຸດ ໃນການກວດສອບທະນາຄານກາງ ແລະ ບັນດາກິດຈະກຳຂອງລັດຖະບານໃນໄລຍະວິກິດການທາງດ້ານການເງິນ ແລະ ເສດຖະກິດ (The Role of SAIs in Auditing Central Banks and Government Activities during Financial and Economic Crises) ແລະ (2) ການນໍາໃຊ້ເຕັກນິກປັນຍາປະດິດ (AI) ໃນການກວດສອບ (Using Artificial Intelligence Techniques in Auditing) ສອງຫົວຂໍ້ຫຼັກນີ້ບໍ່ພຽງແຕ່ສະທ້ອນເຖິງສິ່ງທ້າທາຍຕົວຈິງທີ່ສະຖາບັນຕ່າງໆປະເຊີນເທົ່ານັ້ນ, ແຕ່ຍັງເປັນການເປີດໂອກາດໃຫ້ມີການສືບຕໍ່ໃນການຊອກຫາແນວທາງໃໝ່ໆ, ພັດທະນາຍຸດທະສາດໃໝ່ ແລະ ການຮ່ວມມືເພື່ອເສີມຂະຫຍາຍປະສິດທິພາບຂອງວຽກງານກວດສອບ ແລະ ບົດບາດຂອງສະຖາບັນກວດສອບໃນການກວດສອບການຄຸ້ມຄອງວິກິດການ, ສ້າງຄວາມໄວ້ວາງໃຈຕໍ່ສາທາລະນະຊົນ ແລະປະກອບສ່ວນເຂົ້າໃນກົນໄກການຄຸ້ມຄອງຂອງພາກລັດໃຫ້ເຂັ້ມແຂງຂຶ້ນ.

        ຄຽງຄູ່ກັບວຽກງານສໍາຄັນຂ້າງເທິງນັ້ນ ຍັງມີບັນດາກອງປະຊຸມນ້ອຍທີ່ປິ່ນອ້ອມ ເຊິ່ງປະກອບມີຫຼາຍຫົວຂໍ້ ທີ່ແຍກໄປຕາມຄວາມສົນໃຈຂອງແຕ່ລະພາກພື້ນ ເປັນຕົ້ນ: ການກວດສອບສິ່ງແວດລ້ອມ, ຄວາມເປັນເອກະລາດ, ຄຸນຄ່າຂອງການກວດສອບ ຕໍ່ວາລະ 2030 ແລະ ການພັດທະນາແບບຍືນຍົງ, ການໃຊ້ຈ່າຍຂອງພາກລັດຕໍ່ການລືບລ້າງຄວາມທຸກຍາກ ແລະ ອື່ນໆ.

        ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້ ຍັງເປັນກາລະໂອກາດອັນດີ ທີ່ ທ່ານ ປະທານ ອົງການກວດສອບແຫ່ງລັດ ໄດ້ພົບປະບາງປະເທດ ເພື່ອເສີມຂະຫຍາຍການຮ່ວມມືສອງຝ່າຍໃຫ້ສະນິດແໜ້ນຂຶ້ນຕື່ມ ເປັນຕົ້ນພົບປະກັບການນຳຂັ້ນສູງຂອງສະຖາບັນກວດສອບ ສສ ຫວຽດນາມ, ສປ ຈີນ, ສິງກະໂປ ແລະ ສ. ລັດເວຍ.

        ການດໍາເນີນກອງປະຊຸມໃຫຍ່ຂອງສະຫະພັນສະຖາບັນກວດສອບສູງສຸດສາກົນ ຫຼື ອິນໂຕຊາຍຄັ້ງນີ້ແມ່ນດໍາເນີນໄປຕາມລະບຽບ ແລະ ຂັ້ນຕອນການຈັດຕັ້ງປະຕິບັດວຽກງານຂອງອິນໂຕຊາຍ ທັງສອດຄ່ອງກັບສະພາບແວດລ້ອມໃນປະຈຸບັນ ແລະ ອານາຄົດອັນໃກ້ ເຊິ່ງບັນດາຄະນະຜູ້ແທນຂອງອົງການກວດສອບສູງສຸດ ແຕ່ລະປະເທດແມ່ນໄດ້ຕີລາຄາສູງຕໍ່ການເຂົ້າຮ່ວມກອງປະຊຸມ ແລະ ໄດ້ຕົກລົງຮັບຮອງເອົາບັນຫາສໍາຄັນຕ່າງໆ ທີ່ຈະເປັນທິດທາງແຜນການໃນຕໍ່ໜ້າ ສໍາລັບປີ 2026-2028 ແລະ ເປັນການຮັບປະກັນຄວາມເປັນເອກະພາບພາຍໃນສະຫະພັນສະຖາບັນກວດສອບສູງສຸດຂອງບັນດາປະເທດທົ່ວໂລກ ໃຫ້ນັບມື້ນັບເຂັ້ມແຂງຂຶ້ນຢ່າງມີສະຖຽນລະພາບ.

 

ຮູບພາບ ແລະ ຂ່າວສານໂດຍ: ອົງການກວດສອບແຫ່ງລັດ

Scroll to Top