ຄະນະຜູ້ແທນອົງການກວດສອບແຫ່ງລັດ ສປປ ລາວ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ກັບອົງການກວດສອບແຫ່ງລັດ ສ. ລັດເວຍ

       

      ພາຍຫຼັງສຳເລັດການພົບປະສອງຝ່າຍ ລະຫວ່າງ ອົງການກວດອບແຫ່ງລັດ ສປປ ລາວ ກັບອົງການກວດສອບແຫ່ງລັດ ຮົງກາລີ ແລ້ວ; ຄະນະຜູ້ແທນອົງການກວດສອບແຫ່ງລັດ ສປປ ລາວ ກໍ່ໄດ້ເດີນທາງໄປ ສ. ລັດເວຍ ເພື່ອເຄື່ອນໄຫວພົບປະຢ້ຽມຢາມ ແລະ ເຮັດວຽກ ທີ່ອົງການກວດສອບແຫ່ງລັດ ສ. ລັດເວຍ. ໂດຍໃຫ້ກຽດຕ້ອນຮັບຄະນະຜູ້ແທນອົງການກວດສອບແຫ່ງລັດ ສປປ ລາວ ຂອງ ທ່ານ ເອດກາສ ຄໍເຄກິນສ ປະທານອົງການກວດສອບແຫ່ງລັດ ສ. ລັດເວຍ. ໃນການເດີນທາງ ແລະ ເຮັດວຽກໃນຄັ້ງນີ້, ນອກຈາກເປັນການຢ້ຽມຢາມພົບປະປົກກະຕິຂອງຄະນະນຳຂອງສອງອົງການກວດສອບແຫ່ງລັດແລ້ວ ຍັງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍ່ຄືການເສີມຂະຫຍາຍສາຍພົວພັນທາງການທູດ ຄົບຮອບ 30 ປີ (24/04/1995-24/04/2025). ໃນກອງປະຊຸມພົບປະສອງຝ່າຍຄັ້ງນີ້, ຄະນະຜູ້ແທນທັງສອງຝ່າຍ ໄດ້ແຈ້ງກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ເຄື່ອນໄຫວທີ່ພົ້ນເດັ່ນ ຂອງວຽກງານການກວດສອບ ແລ້ວ, ຄະນະຜູ້ແທນສອງຝ່າຍຍັງໄດ້ແລກປ່ຽນບົດຮຽນດ້ານວິຊາການໃນຫົວຂໍ້: “ການມີສ່ວນຮ່ວມໃນການພິຈາລະນາງົບປະມານແຫ່ງລັດ ແລະ ການມີສ່ວນຮ່ວມໃນການພັດທະນາສະຖາບັນຫຼັກສູດການຮຽນ-ການສອນ ໃນວຽກງານກວດສອບ” ພ້ອມທັງທົບທວນຄືນຜົນສໍາເລັດ ແລະ ທິດທາງການຮ່ວມມື ເພື່ອພັດທະນາຂະແໜງການກວດສອບແຫ່ງລັດ ຂອງສອງປະເທດ ໃຫ້ມີການເຕີບໃຫຍ່, ເຂັ້ມແຂງ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ  ຄື:

1). ສະເໜີໃຫ້ມີການພັດປ່ຽນ ພົບປະ-ຢ້ຽມຢາມ ຂອງການນຳຂັ້ນສູງສອງຝ່າຍຢ່າງເປັນປົກກະຕິ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ;

2). ສະເໜີສ້າງຄວາມເຂັ້ມແຂງໃຫ້ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ ໃນການພັດທະນາດ້ານບົດຮຽນໃນການສິດສອນ;

3). ສືບຕໍ່ສ້າງກິດຈະກໍາໃນແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ໂດຍສະເພາະ ຊ່ວຍໃນການສ້າງນັກກວດສອບ ໂດຍການແລກປ່ຽນບົດຮຽນ ໃຫ້ແກ່ອົງການກວດສອບແຫ່ງລັດ ເປັນຕົ້ນ: ການແກ້ໄຂຜົນການກວດສອບ ແລະ ການກວດສອບງົບປະມານແຫ່ງລັດຕັ້ງແຕ່ເບື້ອງຕົ້ນໃນການຂຶ້ນເເຜນ;

4). ພ້ອມນັ້ນ, ສະເໜີມາຍັງສອງພາກສ່ວນໃນການສືບຕໍ່ຄົ້ນຄ້ວາກິດຈະກໍາຮ່ວມກັນໂດຍສະເພາະກິດຈະກໍາອັນພາຍໃຕ້ກອບການຮ່ວມມືຂອງອິນໂຕຊາຍ ແລະ ກິດຈະກໍາທີ່ມີ ການຊ່ວຍເຫລືອຜ່ານໂຄງການການຂອງເອີຣົບຊາຍ ແລະ ອີຢູ ທີ່ເຫັນວ່າມີຄວາມເປັນໄປໄດ້.

        ຕອນທ້າຍກອງປະຊຸມພົບປະສອງຝ່າຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ ໃນນາມຫົວໜ້າຄະນະ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ທ່ານ ເອດກາສ ຄໍເຄກິນສ ປະທານອົງການກວດສອບແຫ່ງລັດ ສ. ລັດເວຍ ທີ່ໃຫ້ການຮ່ວມມື ແລະ ຕ້ອນຮັບຢ່າງອົບອຸ່ນ ແລະ ຈິງໃຈ ໃນການເດີນທາງມາເຮັດວຽກຄັ້ງນີ້.

ຂ່າວສານ ແລະ ຮູບພາບໂດຍ: ກົມຮ່ວມມືສາກົນ ອົງການກວດສອບແຫ່ງລັດ.

Scroll to Top