
ສະຫະພັນແມ່ຍິງອົງການກວດສອບແຫ່ງລັດ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນຂຶ້ນ ໃນວັນທີ 25 ເມສາ 2025 ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ, ສະຫາຍ ນ. ທໍາມາ ເພັດວິໄຊ ຮອງເລຂາຄະນະພັກ, ຮອງປະທານຄະນະບໍລິຫານງານ ສສຍລ, ຕາງໜ້າອົງການຈັດຕັ້ງມະຫາຊົນ, ພ້ອມດ້ວຍແຂກຖືກເຊີນ ແລະ ຜູ້ແທນສົມບູນ ທັງໝົດ 103 ສະຫາຍ.

ສະຫາຍ ນ. ຕຸລາວັນ ພິມມະສອນ ຄະນະບໍລິຫານງານ, ປະທານສະຫະພັນແມ່ຍິງ ອົງການກວດສອບແຫ່ງລັດ, ໄດ້ຜ່ານບົດສໍາຫຼວດການນໍາພາ ຂອງຄະນະບໍລິຫານງານສະຫະພັນແມ່ຍິງອົງການກວດສອບແຫ່ງລັດ ສະແດງອອກໃນການເຄື່ອນໄຫວນຳພາ-ຊີ້ນຳ ຂອງຄະນະບໍລິຫານງານສະຫະພັນແມ່ຍິງ ອົງການກວດສອບແຫ່ງລັດ ແມ່ນບົນພື້ນຖານ ແນວທາງການເມືອງຂອງພັກ, ນະໂຍບາຍຂອງລັດ, ແຜນພັດທະນາແມ່ຍິງລາວ, ມະຕິກອງປະຊຸມໃຫຍ່, ລະບຽບກົດໝາຍ ແລະ ທິດນຳພາ-ຊີ້ນຳ ຂອງຄະນະພັກອົງການກວດສອບແຫ່ງລັດ ປະຕິບັດຕາມລະບອບລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ມອບວຽກໃຫ້ບຸກຄົນຮັບຜິດຊອບ, ມີກອງປະຊຸມປຶກສາຫາລື, ລາຍງານສ່ອງແສງ ແລະ ມີການຕິດຕາມ ແລະ ປະເມີນຜົນ ແລະ ວຽກງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຄະນະສະຫະພັນແມ່ຍິງແຕ່ລະຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມ ແລະ ປຸກລະດົມສະມາຊິກໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ ໂດຍການນໍາເອົາເນື້ອໃນຂໍ້ແຂ່ງຂັນ 3 ດີ ເຂົ້າໃນການປະຕິບັດວຽກວິຊາສະເພາະຂອງຕົນ, ສ້າງແຜນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນໃນບັນດາໜ່ວຍອ້ອມຂ້າງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດເປັນຂະບວນຟົດຟື້ນກວ້າງຂວາງ ແລະ ຕິດພັນກັບຂະບວນຮັກຊາດ ແລະ ພັດທະນາ.


ໃນວາລະກອງປະຊຸມ ຜູ້ແທນສົມບູນໄດ້ປ່ອນບັດຄັດເລືອກ ເອົາຄະນະບໍລິຫານງານສະຫະພັນແມ່ຍິງອົງການກວດສອບແຫ່ງລັດ ຊຸດໃໝ່ ຈໍານວນ 09 ສະຫາຍ ແລະ ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສະຫະພັນແມ່ຍິງ ຄັ້ງທີ III ໄດ້ເອກະສັນກັນຢ່າງສົມບູນ ເລືອກຕັ້ງເອົາປະທານ, ຮອງປະທານ ແລະ ປະທານກວດກາ ຂອງຄະນະບໍລິຫານງານສະຫະພັນແມ່ຍິງ ຄັ້ງທີ III ດັ່ງນີ້:
1. ສະຫາຍ ນ. ຕຸລາວັນ ພິມມະສອນ ເປັນປະທານສະຫະພັນແມ່ຍິງ;
2. ສະຫາຍ ນ. ວົງແສງ ປັນຍາພີມ ເປັນຮອງປະທານ,ທັງເປັນປະທານກວດກາ;
3. ສະຫາຍ ນ. ແພວພັນ ລັດຕະນະມາລາ ເປັນຮອງປະທານ, ທັງເປັນຮອງປະທານກວດກາ.

ໃນຕອນທ້າຍຂອງກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງ ອົງການກວດສອບແຫ່ງລັດ ຄັ້ງທີ III ໄດ້ຮັບຟັງການໂອ້ລົມຂອງສະຫາຍ ນ. ທໍາມາ ເພັດວິໄຊ ຮອງເລຂາຄະນະພັກ, ຮອງປະທານຄະນະບໍລິຫານງານ ສສຍລ, ເຊິ່ງໄດ້ເນັ້ນໜັກໃຫ້ທິດຊີ້ນໍາ ຄະນະບໍລິຫານງານສະຫະພັນແມ່ຍິງ ອົງການກວດສອບແຫ່ງລັດ ຊຸດໃໝ່ ຮັກສາມູນເຊື້ອປະຕິວັດ, ຊີ້ນໍາ-ນໍາພາທາງດ້ານການເມືອງແນວຄິດໃຫ້ສະມາຊິກແມ່ຍິງທຸກຂັ້ນ, ຊຸກຍູ້ສົ່ງເສີມເອື້ອຍນ້ອງແມ່ຍິງພັດທະນາຕົນເອງຢ່າງຮອບດ້ານ ເພື່ອເປັນເງື່ອນໄຂໃນການບັນຈຸເຂົ້າ ຕໍາແໜ່ງນໍາພາ ໃຫ້ຫຼາຍຂຶ້ນ, ນໍາເອົາເນື້ອໃນຂໍ້ແຂ່ງຂັນ 3 ດີ ຕິດພັນກັບວຽກງານວິຊາສະເພາະ, ມະຕິກອງປະຊຸມໃນຄັ້ງນີ້ໄປເຜີຍແຜ່ ແລະ ຈັດຕັ້ງຜັນຂະຫຍາຍໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ.

ຮູບພາບ ແລະ ຂ່າວສານ ໂດຍ: ພະແນກເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ອົງການກວດສອບແຫ່ງລັ