ກອງປະຊຸມໃນຄັ້ງນີ້ ໄດ້ໄຂຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ປວງຊົນລາວ ທັງຊາດ ພວມສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະ ກິດ-ສັງຄົມ 05 ປີ ຄັ້ງທີ IX ໃນປີມ້ວນທ້າຍ ເວົ້າລວມ, ເວົ້າສະເພາະ ສະມາຊິກຊາວໜຸ່ມ ຂອງອົງການກວດສອບແຫ່ງລັດ ສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII, ມະຕິກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມອົງການກວດສອບແຫ່ງລັດ ຄັ້ງທີ II ໄປພ້ອມໆ ກັບໄລຍະການການສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດ, ຂອງພັກ ກໍ່ຄືຂອງຊາວໜຸ່ມ ຊຶ່ງເປັນປີທີ່ມີຄວາມໝາຍຄວາມສໍາຄັນທາງດ້ານປະຫວັດສາດຂອງຊາດ-ຂອງພັກ.
ໃນບັນຍາກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ຄະນະບໍລິຫານງານຊາວໜຸ່ມ ແລະ ສະມາຊິກໜຸ່ມ ອົງການກວດສອບແຫ່ງລັດ ຂໍຖືເປັນກຽດຢ່າງສູງ, ສະແດງຄວາມຮູ້ບຸນຄຸນ ແລະ ຂໍ່ານັບຕ້ອນຮັບ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ ອົງການກວດສອບແຫ່ງລັດ ທັງເປັນປະທານກອງປະຊຸມ ແລະ ເປັນກຽດເຂົ້າຮ່ວມ ສະຫາຍ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ບັນດາສະຫາຍ ຄະນະປະຈຳຄະນະພັກ, ຄະນະບໍລິຫານງານພັກອົງການກວດສອບແຫ່ງລັດ, ຄະນະນໍາບັນດາກົມ ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຕາງໜ້າຄະນະບໍລິຫານງານກໍາມະບານ, ສະຫະພັນແມ່ຍິງ ແລະ ບັນດາສະຫາຍ ຮອງເລຂາ, ຄະນະບໍລິຫານ, ຄະນະຊາວໜຸ່ມໜ່ວຍຮາກຖານ, ບັນດາສະຫາຍ ສະມາຊິກຊາວໜຸ່ມ ທົ່ວອົງການກວດສອບແຫ່ງລັດ ແລະ ແຂກທີ່ມີກຽດ ທີ່ໄດ້ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງກອງປະຊຸມໃຫ່ຍສະມາຊິກຊາວໜຸ່ມ ປະຊາຊົນປະຕິວັດລາວ ອົງການກວດສອບແຫ່ງລັດ ຄັ້ງທີ III ໃນຄັ້ງນີ້ ແມ່ນເພື່ອ:
- ຜົນການການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມອົງການກວດສອບແຫ່ງລັດ ຄັ້ງທີ II ຕິດພັບກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ແລະ ມະຕິກອງປະຊຸມໃຫຍ່ສະມາຊິກພັກ ອົງການກວດສອບແຫ່ງລັດ ຄັ້ງທີ II ແລະ ຜົນສໍາເລັດທີ່ພວກເຮົາຍາດມາໄດ້ໃນຕະຫຼອດໄລຍະ 1 ສະໄໝ ທີ່ຜ່ານມາ;
- ລາຍງານບົດສໍາຫຼວດການນໍາພາຂອງ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ອົງການກວດສອບແຫ່ງລັັດ ຄັ້ງທີ III, ຮັບຮອງເອົາທິດທາງຄາດໝາຍສູ່ຊົນ ແຕ່ນີ້ຮອດປີ 2030 ຊຶ່ງເປັນໄລຍະຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ແລະ ມະຕິກອງປະຊຸມໃຫຍ່ ສະມາຊິກພັກ ອົງການກວດສອບແຫ່ງລັດ ຄັ້ງທີ III ແລະ ແຜນພັດທະນາອົງການກວດສອບແຫ່ງລັດ ໃນຕໍ່ໜ້າ;
- ສະມາຊິກຊາວໜຸ່ມ ຈະໄດ້ໃຊ້ສິດຂອງຕົນປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ອົງການກວດສອບແຫ່ງລັດ ຊຸດໃໝ່ ເພື່ອສືບຕໍ່ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ III ຂອງຕົນ ໃຫ້ປະກົດຜົນເປັນຈິງ.
ກອງປະຊຸມໃຫ່ຍສະມາຊິກຊາວໜຸ່ມ ອົງການກວດສອບແຫ່ງລັດ ຄັ້ງທີ III ຄັ້ງນີ້ໄດ້ສີ້ນສຸດລົງ ໃນວັນທີ 14 ພຶດສະພາ 2025 ດ້ວຍຜົນສໍາເລັດອັນຈົບງາມ.
ຮູບພາບ ແລະ ຂ່າວສານໂດຍ: ພະແນກເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ອົງການກວດສອບແຫ່ງລັດ