ຄະນະຜູ້ແທນ ອົງການກວດສອບແຫ່ງລັດ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມ ນັກກວດສອບອາຊຽນ ທີ່ພຸດຕຣາຈາຢາ, ປະເທດມາເລເຊຍ

        ໃນລະຫວ່າງວັນທີ 27-28 ພຶດສະພາ 2025, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ (ອກສລ) ໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມນັກກວດສອບກວດສອບອາຊຽນ (ASEAN Auditor Conference 2025) ທີ່ ພຸດຕຣາຈາຢາ ປະເທດມາເລເຊຍ. ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້, ມີທ່ານ ທ່ານ ປອ. ກາວ ກິມ ຮຸນ (Dr. Kao Kim Hourn) ເລຂາທິການໃຫຍ່ອາຊຽນ ແລະ ທ່ານ Dato Seri Anwar bin Ibrahim ນາຍົກລັດຖະມົນຕີມາເລເຊຍ; ພ້ອມທັງມີຜູ້ແທນທີ່ມາຈາກບັນດາສະຖາບັນກວດສອບສູງສຸດອາຊີຕາເວັນອອກສ່ຽງໃຕ້, ສະຖາບັນນັກບັນຊີ, ສະຖາບັນຜູ້ກວດສອບບັນຊີຂອງມາເລເຊຍ ແລະ ນັກກວດສອບ ເຂົ້າຮ່ວມລວມທັງໝົດປະມານ 2.000 ກວ່າທ່ານ ແລະ ໃນພິທີເປີດກອງປະຊຸມອັນມີຄວາມໝາຍຄວາມສໍາຄັນ ໃຫ້ກຽດກ່າວເປີດກອງປະຊຸມ ໂດຍ ທ່ານ ນາງ ດາໂຕະ ເຊຣິ ວັນ ສຸຣາຍາ ວັນ ໂມຮາມັດ ຣາຊິ (Dato Seri Wan Suraya Wan Mohd Radzi) ປະທານອົງການກວດສອບສູງສຸດປະເທດມາເລເຊຍ.

        ກອງປະຊຸມນັກກວດສອບອາຊຽນ ແມ່ນຈັດຂຶ້ນເປັນຄັ້ງທຳອິດ ໂດຍການຮ່ວມມືກັບບັນດາອົງກອນວິຊາຊີບ ເຊັ່ນ: ສະຖາບັນນັກບັນຊີມາເລເຊຍ (MIA), ສະຖາບັນຜູ້ກວດສອບພາຍໃນຂອງມາເລເຊຍ (IIAM), ສະມາຄົມຮັບຮອງນັກບັນຊີ (ACCA), ແລະ ສະຖາບັນຮັບຮອງບັນຊີສາທາລະນະຂອງມາເລເຊຍ (MICPA). ໃນວາລະການດຳເນີນກອງປະຊຸມ ມີວິທະຍາກອນລະດັບສາກົນ ແລະ ພາກພື້ນຈາກອົງກອນວິຊາຊີບ, ບໍລິສັດກວດສອບບັນຊີ ແລະ ໜ່ວຍງານພາກລັດ, ລວມມີ PwC, Deloitte, KPMG ແລະ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບແຫ່ງມາເລເຊຍ.

        ຈຸດປະສົງຂອງກອງປະຊຸມເພື່ອເພິ່ມທະວີການຮ່ວມມືລະຫວ່າງສະຖາບັນກວດສອບສູງສຸດ ແລະ ອົງການວິຊາການ, ເປັນເວທີລວມໃນການແລກປ່ຽນຄວາມຮູ້ ແລະ ການປຶກສາຫາລືບັນຫາການກວດສອບທີ່ສຳຄັນ ໂດຍສະເພາະແມ່ນການແກ້ໄຂຜົນການກວດສອບ ເຊິ່ງເປັນເຄື່ອງມືສຳຄັນສຳລັບການຮັບປະກັນຄວາມຍຶນຍົງ ຕໍ່ຄວາມຮັບຜິດຊອບ ແລະ ການປະຕິບັດໜ້າທີ່ຂອງພາກລັດ.

        ການດໍາເນີນກອງປະຊຸມນັກກວດສອບອາຊຽນ ໃນຄັ້ງນີ້ໄດ້ຍົກເອົາຫຼາຍບັນຫາ ມາປຶກສາຫາລື ແລະ ຜ່ານໃນກອງປະຊຸມ ເຊິ່ງສັງລວມແລ້ວແມ່ນມີ 6 ວຽກງານສໍາຄັນ ເຊັ່ນ: (1) ການເພີ່ມທະວີການກວດສອບພາກລັດໂດຍຜ່ານການຕິດຕາມຜົນການກວດສອບ;  (2) ພາລະບົດບາດການກວດສອບດິຈິຕອນ ໃນການສົ່ງເສີມການປົກຄອງໃນອາຊຽນ; (3) ການສ້າງຄວາມເຊື່ອໝັ້ນ ການພັດທະນາຮູບແບບການລາຍງານຢ່າງຍືນຍົງ ແລະ ມີຄວາມຮັບປະກັນ ໃນອາຊຽນ (ບັນຍາຍໂດຍ: ສະມາຄົມຮັບຮອງນັກບັນຊີ (ACCA)); ການກວດສອບພາຍໃນເປັນຕົວປ່ຽນຄວາມເຊື່ອໝັ້ນ, ຄວາມໂປ່ງໃສ ແລະ ການຫັນປ່ຽນ (ບັນຍາຍໂດຍ IIA); (4) ການສ້າງຄວາມເຂົ້າໃຈງ່າຍຂຶ້ນ ຕໍ່ກັບ ຍຸດທະສາດ, ອາກອນ ແລະ ການປົກຄອງ ໃນຊີວິດປົກກະຕິແບບໃໝ່ (ບັນຍາຍໂດຍ: KPMG PLT); ແລະ ການນໍາໃຊ້ AI ສໍາລັບການປະເມີນຄວາມສ່ຽງ ແລະ ການກວດສອບ (ບັນຍາຍໂດຍ: Audit and Assurance Partner Deloitte Councilor CPA Australia); (5) ຄວາມກັງວົນທີ່ສໍາຄັນ ສໍາລັບການທົບທວນການກວດສອບຄວາມຍືນຍົງ ແລະ ພອນສະຫວັນກຽມພ້ອມສຳລັບອານາຄົດ, ສິ່ງທ້າທາຍໃນການນຳທາງ ໂອກາດ (ບັນຍາຍໂດຍ: Ernst & Young); ແລະ (6) ການພັດທະນາໃນໂລກ ແລະ ຄວາມຄາດຫວັງ ຕໍ່ການໃນຮັບປະກັນຄວາມຍືນຍົງ ແລະ ຈາກການລາຍງານສູ່ການປະຕິບັດກ່ຽວກບຄວາມຍືນຍົງ (ບັນຍາຍໂດຍ: MIA).

        ໃນວາລະການສົນທະນາຂອງການນຳຂັ້ນສູງໃນອາຊຽນ ຕໍ່ກັບຫົວຂໍ້ການເພີ່ມທະວີການກວດສອບພາກລັດໂດຍຜ່ານການຕິດຕາມຜົນການກວດສອບ ເຊິ່ງເປັນບັນຫາທີ່ສຳຄັນໃນການຕັດສິນວ່າ ຜົນຂອງການກວດສອບທີ່ພົບເຫັນ ນັ້ນໄດ້ຖືກແກ້ໄຂ ຫຼື ຈັດຕັ້ງປະຕິບັດຕາມຄຳແນະນຳຂອງນັກກວດສອບ ແລະ ຜົນຂອງການກວດສອບນັ້ນ, ມີປະສິດທິພາບລະດັບໃດ ເຊິ່ງເປັນສິ່ງຕັດສິນຜົນການຈັດຕັ້ງປະຕິບັດວຽກງານຂອງບັນດາອົງການກວດສອບແຫ່ງລັດໃນອາຊຽນ ແລະ ເປັນການສ້າງຄວາມເຊື່ອໝັ້ນຕໍ່ວຽກງານກວດສອບແຫ່ງລັດ ທີ່ເຮັດໜ້າທີ່ໃນການປະຕິບັດການສົ່ງເສີມການແກ້ໄຂຜົນການກວດສອບບໍ່ແມ່ນເຮົາຝ່າຍດຽວທີ່ຈະເຮັດວຽກໃຫ້ສຳເລັດ ແຕ່ເຮົາຕ້ອງມີການຮ່ວມມືກັນກັບຫຼາຍຝ່າຍທີ່ກ່ຽວຂ້ອງນໍາກັນ ຈຶ່ງຈະເຮັດໃຫ້ວຽກງານກວດສອບແຫ່ງລັດ ມີຄວາມຮັບປະກັນທາງດ້ານປະສິດທິພາບ.

ຮູບພາບ ແລະ ຂ່າວສານໂດຍ: ກົມຮ່ວມມືສາກົນ ອົງການກວດສອບແຫ່ງລັດ

Scroll to Top