ໃນຕອນເຊົ້າຂອງ ວັນທີ 22 ຕຸລາ 2026 ຢູ່ຫ້ອງປະຊຸມໃຫຍ່ ຊັ້່ນ 4 ອົງການກວດສອບແຫ່ງລັດ ໄດ້ຈັດພິທີເຜີຍແຜ່ເອກະສານກອງປະຊຸມໃຫຍ່ຜູ້ແທນກໍາມະບານທົ່ວປະເທດ ຄັ້ງທີ IX ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ວິໄລ ວົງຂະເສີມ ຮອງເລຂາຄະນະພັກ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ເຂົ້າຮ່ວມຮັບຟັງມີ ຄະນະບໍລິຫານງານສະຫະພັນກໍາມະບານ, ຄະນະກໍາມະບານຮາກຖານ ແລະ ສະມາຊິກກໍາມະບານ ອົງການກວດສອບແຫ່ງລັດ ທັງໝົດເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

ໃນກອງປະຊຸມ ສະຫາຍ ຈັນທະວິໄລ ອິນຊີວິລາດ ປະທານສະຫະພັນກໍາມະບານອົງການກວດສອບແຫ່ງລັດ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານກໍາມະບານ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ ຂອງສະຫະພັນກໍາມະບານອົງການກວດສອບແຫ່ງລັດ ໂດຍສັງເຂບຕໍ່ກອງປະຊຸມ, ຫຼັງຈາກນັ້ນກໍ່ໄດ້ຮັບຟັງການເຜີຍແຜ່ 5 ເອກະສານສໍາຄັນຂອງກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວ ທົ່ວປະເທດຄັ້ງທີ IX ຄື: 1) ເນື້ອໃນກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວທົ່ວປະເທດຄັ້ງທີ IX, 2) ແຜນພັດທະນາວຽກງານກໍາມະບານລາວ 5 ປີ ຄັ້ງທີ V (2026-2030), 3) ກົດລະບຽບຂອງສະຫະພັນກໍາມະບານລາວ ສະໄໝທີ IX, 4) ແຜນດໍາເນີນງານຂອງຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ສະໄໝທີ IX ແລະ 5) ມະຕິກອງປະຊຸມຄົບຄະນະວິສາມັນ ຄັ້ງທີ 1 ຂອງຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ສະໄໝທີ IX.

ໃນຕອນທ້າຍ, ສະຫາຍ ວິໄລ ວົງຂະເສີມ ຮອງເລຂາຄະນະພັກ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ໄດ້ໃຫ້ຄໍາໂອ້ລົມ ໂດຍໄດ້ເນັ້ນໜັກໃຫ້ບັນດາສະຫາຍຄະນະບໍລິຫານງານສະຫະພັນກໍາມະບານອົງການກວດສອບແຫ່ງລັດ, ບັນດາໜ່ວຍກໍາມະບານ ນໍາເອົາເນື້ອໃນຈິດໃຈຂອງບັນດາເອກະສານດັ່ງກ່າວນໍາໄປ ຜັນຂະຫຍາຍເປັນແຜນວຽກລະອຽດຂອງຕົນ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

ຮູບພາບ ແລະ ຂ່າວສານໂດຍ: ພະແນກເຕັກໂນໂລຊີ ແລະ ຂໍ້ມູນຂາວສານ


