ໃນລະຫວ່າງວັນທີ 25-29 ຕຸລາ 2026, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສາກົນ ຢູ່ນະຄອນຫຼວງຮ່າໂນ່ຍ, ປະເທດຫວຽດນາມ ພາຍໃຕ້ຫົວຂໍ້: “ສະຖາບັນກວດສອບສູງສຸດ ຕໍ່ກັບສະພາບໂລກທີ່ມີການປ່ຽນແປງ: ວິໄສທັດ, ຂອບການເຮັດວຽກຂອງສະຖາບັນ ແລະ ນະວັດຕະກຳ” ເຊິ່ງມີຜູ້ຕາງໜ້າຈາກສະຖາບັນກວດສອບສູງສຸດ ຈາກ 16 ປະເທດເຂົ້າຮ່ວມ ແລະ ບັນດາອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອແລກປ່ຽນບົດຮຽນ, ວິໄສທັດ ແລະ ຍຸດທະສາດການພັດທະນາວຽກງານກວດສອບ ໃຫ້ສອດຄ່ອງກັບສະພາບການຂອງໂລກ ທີ່ມີການປ່ຽນແປງໃນດ້ານການຫັນເປັນທັນສະໄໝ.

ກອງປະຊຸມສາກົນໄດ້ຮັບກຽດຂຶ້ນກ່າວເປີດກອງປະຊຸມໂດຍ ທ່ານ ນາງ ຫງວຽນ ທີ ຫົ່ງ ກໍາມະການສູນກາງພັກຄອມມຸຍນິດ ສສ ຫວຽດນາມ ຮອງປະທານສະພາແຫ່ງຊາດ ແລະ ມີຄໍາເຫັນໂດຍທ່ານ ຫງວຽນ ຫຶວ ເງ່ຍ ກໍາມະການສູນກາງພັກ, ປະທານອົງການກວດສອບແຫ່ງລັດ ສສ ຫວຽດນາມ. ເຊີ່ງພາຍໃນກອງປະຊຸມໄດ້ມີການແລກປ່ຽນບົດຮຽນລະຫວ່າງບັນດາສະຖາບັນກວດສອບສູງສຸດຢ່າງກົງໄປກົງມາເພື່ອຖອດຖອນບົດຮຽນອັນດີ ແລະ ທິດທາງໃນການພັດທະນາວຽກງນກວດສອບໃນຕໍ່ໜ້າ ຊື່ງໄດ້ສຸມໃສ່ໃນວຽກງານການຫັນເປັນດິຈິຕອນໃນວຽກງານກວດສອບພາກລັດ, ການນໍາໃຊ້ປັນຍາປະດິດໃນການກວດສອບ ແລະ ລວມເຖິງພາລະບົດບາດຂອງອົງການກວດສອບແຫ່ງລັດ ໃນການຄຸ້ມຄອງ ແລະ ຕິດຕາມບັນຫາການພັດທະນາຂອງແຕ່ລະປະເທດ. ພ້ອມນີ້ ຍັງໄດ້ມີການຈັດເວທີສົນທະນາໂຕະມົນ ຈາກບັນດາຜູ້ນໍາຂອງສະຖາບັນກວດສອບສູງສຸດ ກອງປະຊຸມໄດ້ທົບທວນ ແລະ ແລກປ່ຽນບົດຮຽນກ່ຽວກັບສະຖານະພາບທາງກົດໝາຍ, ຄວາມເປັນເອກະລາດ, ບົດບາດຂອງອົງການກວດສອບແຫ່ງລັດ ລວມທັງທ່າອ່ຽງການພັດທະນາ ແລະ ນະວັດຕະກຳໃໝ່ ເຊັ່ນ: ການຫັນເປັນດິຈິຕອນ, ການນຳໃຊ້ປັນຍາປະດິດ (AI) ແລະ ຂໍ້ມູນຂະໜາດໃຫຍ່ ໃນວຽກງານກວດສອບ. ກອງປະຊຸມໄດ້ກໍານົດທິດທາງແຜນການໃນຕໍ່ໜ້າຄື: ສືບຕໍ່ພັດທະນາປັບປຸງດ້ານກົດໝາຍ ແລະ ມາດຕະຖານການກວດສອບ, ການຍົກລະດັບວິທີການກວດສອບ, ຍົກລະດັບການຕິດຕາມກວດກາຜົນການກວດສອບ, ເພີມມາດຕະການຕໍ່ການລະເມີນ ແລະ ເພີມທະວີການຮ່ວມມືລະຫວ່າງສະຖາບັນກວດສອບສູງສຸດສາກົນໃນກອບສອງຝ່າຍ ແລະ ຫລາຍຝ່າຍເພື່ອຍົກລະດັບພັດະທາຄວາມສາມາດ.

ພ້ອມນັ້ນ, ໃນໂອກາດເຂົ້າຮ່ວມກອງປະຊຸມສາກົນຄັ້ງນີ້, ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ສປປ ລາວ ພ້ອມດ້ວຍຄະນະ ຍັງໄດ້ຖືໂອກາດພົບປະສອງຝ່າຍກັບ ທ່ານ ຊຣີ ຊານໄຈ ເມີທີ ປະທານກວດສອບ ແລະ ຄວບຄຸມແຫ່ງອິນເດຍ ທັງເປັນປະທານສະຫະພັນສະຖານກວດສອບສູງສຸດອາຊີ ASOSAI ເພື່ອປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍ ລະຫວ່າງສອງອົງການກວດສອບແຫ່ງລັດ ໃນຕໍ່ໜ້າ ກໍຄືການສ້າງເປັນບົດບັນທຶກຄວາມເຂົ້າໃຈ ເພື່ອຍົກລະດັບການພົວພັນຮ່ວມມືທາງດ້ານວິຊາການ ແລະ ການພັດທະນາບຸກຄະລາກອນ ໂດຍຜ່ານຫລາຍຮູບການເປັນຕ້ົນ: ການແລກປ່ຽນບົດຮຽນ, ການຝຶກອົບຮົມໃນຮູ້ແບບຕ່າງໆ ແລະ ໂດຍສະເພາະການພັດທະນາສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມຂອງອົງນກວດສອບແຫ່ງລັດ.

ພາຍຫລັງສໍາເລັດກອງປະຊຸມສາກົນ, ຄະນະຜູ້ແທນຈາກບັນດາສະຖາບັນກວດສອບສູງສຸດ 16 ປະເທດ ໄດ້ເຂົ້າຢ້ຽມຂັບນັບ ແລະ ພົບປະກັບ ທ່ານ ເຈີ່ນ ແທງ ເໝີ້ນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ສສ ຫວຽດນາມ ຊື່ງໃນການພົບປະດັງກ່າວ ຄະນະຜູ້ແທນໄດ້ລາຍງານສະພາບດ້ານດີ, ດ້ານຕັ້ງໜ້າ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງໃນຕໍ່ໜ້າໃນກອງປະຊຸມສໍາມະນາສາກົນຕໍ່ປະທານສະພາແຫ່ງຊາດ ສສ ຫວຽດນາມ, ພ້ອມນັ້ນ, ທ່ານປະທານສະພາແຫ່ງຊາດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດກອງປະຊຸມສໍາມະນາສາກົນດັ່ງກ່າວ ເຊີ່ງເປັນຂີດໝາຍອັນສໍາຄັນໃນການກ້າວສູ່ການພັດທະນາວຽກງານກວດສອບຫັນເປັນທັນສະໄໝ ແລະ ພ້ອມກັບຊຸກຍູ້ໃຫ້ບັນດາພາກສ່ວນຫົວໜ້ວຍງົບປະມານ ແລະ ພາກສ່ວນອື່ນໆໃຫ້ຫັນເປັນທັນສະໄໝໄປຄຽງຄູ່ກັນ ແລະ ມີຄວາມໂປ່ງໃສ່ ຊື່ງທ່ານປະທານສະພາໄດ້ເນັ້ນໝັກໃຫ້ບັນດາສະຖາບັນກວດສອບສູງສຸດ ສືບຕໍ່ມີການແລກປ່ຽນບົດຮຽນວຽກງານກວດສອບ, ພັດທະນາດ້ານບຸກຄະລາກອນ ແລະ ການຫັນເປັນທັນສະໄໝ ເພື່ອເພື່ອຍົກສູງຄວາມຮູ້, ປະສົບການ ແລະ ກຳແໜ້ນເນື້ອໃນມາໝູນໃຊ້ໃນການພັດທະນາວຽກງານກວດສອບແຫ່ງລັດຕົວຈິງ ໃຫ້ມີຄວາມເຂັ້ມແຂງຄຽງຄູ່ກັບການພັດທະນາປະເທດຊາດ ໃຫ້ມີຄວາມໂປ່ງໃສ, ຍຸດຕິທຳ ແລະ ປະກອບສ່ວນໃນການສ້າງສາພັດທະນາປະເທດຊາດ.

ຮູບພາບ ແລະ ຂ່າວານໂດຍ: ກົມຮ່ວມມືສາກົນ


