ກອງປະຊຸມຜ່ານ “ຮ່າງຄຳແນະນຳ ວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ ໃນການກວດສອບການສ້າງແຜນ ແລະ ການດັດແກ້ແຜນງົບປະມານແຫ່ງລັດ”

       ອົງການກວດສອບແຫ່ງລັດ ໄດ້ເປີດກອງປະຊຸມຜ່ານ “ຮ່າງຄຳແນະນຳ ວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ ໃນການກວດສອບການສ້າງແຜນ ແລະ ການດັດແກ້ແຜນງົບປະມານແຫ່ງລັດ” ຢູ່ເມືອງ ວັງວຽງ ແຂວງວຽງຈັນ ໃນລະຫວ່າງ ວັນທີ 2-3 ພະຈິກ 2026 ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ຕ້ອຍ ພົນທິລາດ ຮອງປະທານອົງການກວດສອບແຫ່ງລັດ ແລະ ທ່ານ ໂຣເບີດ ເດີວາຮາ (Robert DE WAHA) ຫົວໜ້າໂຄງການລຸກຊໍາບວກ ປະຈໍາອາຊຽນ ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກໂຄງການເສີມສ້າງລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸຕິທໍາ ແລະ ການປົກຄອງທີ່ດີ (Lux Dev Lao/037).
       ກອງປະຊຸມປະກອບມີ ຜູ້ເຂົ້າຮ່ວມທີ່ມາຈາກອົງການກວດສອບປະຈໍາພາກເໜືອ 1; ອົງການກວດສອບປະຈໍາພາກເໜືອ 2; ອົງການກວດສອບປະຈໍາພາກກາງ 1; ອົງການກວດສອບປະຈໍາພາກກາງ 2; ອົງການກວດສອບປະຈໍາພາກໃຕ້ ແລະ ບັນດາກົມທີ່ຂຶ້ນກັບ ອົງການກວດສອບແຫ່ງລັດ ເຂົ້າຮ່ວມທັງໝົດ ຈໍານວນ 68 ທ່ານ.
       ໃນກອງປະຊຸມທ່ານ ປະທານກອງປະຊຸມ ກໍ່ໄດ້ມີຄໍາເຫັນຊີ້ນໍາ ແລະ ມີຄໍາຖາມເຈາະຈີ້ມເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ເຫັນໄດ້ຄວາມສໍາຄັນຂອງໜ້າທີ່ຂອງອົງການກວດສອບແຫ່ງລັດ ໃນການເຂົ້າຮ່ວມແຕ່ຫົວທີ ຂອງອົງການກວດສອບແຫ່ງລັດ ໃນການກວດສອບການສ້າງແຜນ ແລະ ດັດແກ້ແຜນງົບປະມານແຫ່ງລັດ ທີ່ໄດ້ກໍານົດໄວ້ໃນ ຂໍ້ 1 ມາດຕາ 110 ລັດຖະທໍາມະນູນແຫ່ງ ສປປ ລາວ ສະບັບປີ 2025 ພ້ອມກັນນັ້ນ ປະທານກອງປະຊຸມ ກໍ່ໄດ້ມີຄໍາເຫັນເຈາະຈີ້ມ ເພື່ອໃຫ້ຜູ້ເຂົ້າຮ່ວມຄົ້ນຄວ້າປະກອບຄໍາເຫັນ ຕໍ່ກັບເນື້ອໃນຂອງຄຳແນະນຳ ວ່າດ້ວຍການເຂົ້າຮ່ວມແຕ່ຫົວທີ ຂອງອົງການກວດສອບແຫ່ງລັດ ໃນການກວດສອບການສ້າງແຜນ ແລະ ການດັດແກ້ແຜນງົບປະມານແຫ່ງລັດ ເພື່ອເຮັດໃຫ້ເນື້ອໃນຂອງຄໍາແນະນໍາມີຄວາມຄົບຖ້ວນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງໃນການຈັດຕັ້ງປະຕິບັດ ຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ດັ່ງນີ້:
1. ຂັ້ນຕອນ ການເຂົ້າຮ່ວມແຕ່ຫົວທີ ຂອງອົງການກວດສອບແຫ່ງລັດ ໃນຂະບວນການກວດສອບ ການສ້າງແຜນ ແລະ ການດັດແກ້ແຜນງົບປະມານແຫ່ງລັດ ທີ່ກຳນົດໄວ້ 3 ຂັ້ນຕອນ ເຫັນວ່າ ເໝາະສົມແລ້ວບໍ່?
2. ໃນຂະບວນການ ເກັບກຳຂໍ້ມູນ ແລະ ເອກະສານ ເຫັນວ່າ ຄວນເພີ່ມ ຫຼື ຫຼຸດ ເນື້ອໃນໃດ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດໄດ້ ໂດຍສະເພາະ ການເກັບກຳຂໍ້ມູນ ຂອງຂັ້ນສູນກາງ ແລະ ທ້ອງຖິ່ນ?
3. ໃນຂັ້ນຕອນ ການສ້າງບົດປະກອບຄຳເຫັນ, ກຳນົດເວລາ ໃນການສົ່ງບົດປະກອບຄຳເຫັນ ເໝາະສົມແລ້ວບໍ່?
4. ເນື້ອໃນ ຂອງບົດປະກອບຄຳເຫັນ ຄົບຖ້ວນແລ້ວບໍ່? ຄວນເພີ່ມ ເນື້ອໃນໃດ ເຂົ້າໃສ່ຕື່ມ?
5. ຂັ້ນຕອນ ການເຂົ້າຮ່ວມພິຈາລະນາ ຂັ້ນທ້ອງຖິ່ນ ຄວນເພີ່ມເນື້ອໃນໃດ ໃຫ້ຄົບຖ້ວນ ໂດຍສະເພາະແຕ່ລະຂະບວນການ ຂອງການພິຈາລະນາ ງົບປະມານ ທ້ອງຖິ່ນ?
6. ຂັ້ນຕອນການເຂົ້າຮ່ວມພິຈາລະນາ ຂັ້ນສູນກາງ ຢູ່ກອງປະຊຸມ ກະຊວງການເງິນ, ກອງປະຊຸມລັດຖະບານ, ກອງປະຊຸມຄະນະປະຈຳສະພາ ແລະ ກອງປະຊຸມສະພາແຫ່ງຊາດ ມີຄວາມເໝາະສົມແລ້ວບໍ່?
       ຜູ້ເຂົ້າຮ່ວມ ກອງປະຊຸມໄດ້ເອົາໃຈໃສ່ຄົ້ນຄວ້າ ຮ່າງຄຳແນະນຳ ຢ່າງເລິກເຊິ່ງ, ປະກອບຄຳເຫັນ ຢ່າງກົງໄປກົງມາ ແລະ ມີຄວາມຮັບຜິດຊອບສູງ ໂດຍອີງໃສ່ ປະສົບການຕົວຈິງ ຂອງກົມ ແລະ ອົງການກວດສອບປະຈຳພາກ ຂອງຕົນ; ຊີ້ໃຫ້ເຫັນ ທັງບັນຫາ ແລະ ສະເໜີ ທາງອອກ ທີ່ປະຕິບັດໄດ້.
ໃນຕອນທ້າຍກອງປະຊຸມ ກໍ່ໄດ້ຮັບຮອງເອົາເນື້ອໃນ ຄຳແນະນຳ ວ່າດ້ວຍການເຂົ້າຮ່ວມແຕ່ຫົວທີ ຂອງອົງການກວດສອບແຫ່ງລັດ ໃນການກວດສອບການສ້າງແຜນ ແລະ ການດັດແກ້ແຜນງົບປະມານແຫ່ງລັດ ທາງດ້ານຫຼັກການ.
 
ຮູບພາບ ແລະ ຂ່າວສານໂດຍ: ກົມກວດສອບອົງການຈັດຕັ້ງລັດ ອົງການກວດສອບແຫ່ງລັດ
Scroll to Top