ກອງປະຊຸມວຽກງານຈັດຕັ້ງ ອົງການກວດສອບແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030)

        ໃນວັນທີ 04 ພະຈິກ 2026 ອົງການກວດສອບແຫ່ງລັດ ໄດ້ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານກອງປະຊຸມຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກອົງການກວດສອບແຫ່ງລັດ ເຂົ້າຮ່ວມກອງປະຊຸມມີ ບັນດາສະຫາຍຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະນຳອົງການກວດສອບປະຈຳພາກ ແລະ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມຢ່າງພ້ອມພຽງ.
       ໃນກອງປະຊຸມ, ສະຫາຍ ສີຕານ ໄຊຍະວົງເພັດ, ກຳມະການຄະນະພັກ, ຫົວໜ້າກົມຈັດຕັ້ງ ໄດ້ຜ່ານບົດສະຫຼຸບຕີລາຄາວຽກງານຈັດຕັ້ງ ແະລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໃນໄລຍະ 5 ປີ (2021-2025) ຜ່ານມາ ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030), ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ຕໍ່ວຽກງານຈັດຕັ້ງຂອງອົງການໃນຕໍ່ໜ້າ. ຫຼັງຈາກນັ້ນ, ໃນກອງປະຊຸມກໍ່ຍັງໄດ້ ຮັບຟັງການເຜີຍແຜ່ເຊື່ອມຊືມເອກະສານ ເປັນຕົ້ນແມ່ນມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII, ບົດໂອ້ລົມຂອງສະຫາຍ ເລຂາທິການໃຫຍ່ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ໂດຍ ສະຫາຍ ຕ້ອຍ ພົນທິລາດ ຮອງເລຂາຄະນະພັກ, ຮອງປະທານອົງການກວດສອບແຫ່ງລັດ, ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ (ເລກທີ 64/ກມສພ) ໂດຍສະຫາຍ ບຸນເລີດ ເທບວົງສາ ຄະນະປະຈຳພັກ, ປະທານຄະນະກວດກາພັກ, ຮອງປະທານອົງການກວດສອບແຫ່ງລັດ ແລະ ມະຕິວ່າດ້ວຍການເພີ່ມທະວີວຽກງານແຂ່ງຂັນຍ້ອງຍໍໃນໄລຍະໃໝ່ (ເລກທີ 61/ກມສພ) ໂດຍສະຫາຍ ນ. ຕຸລາວັນ ພິມມະສອນ ກຳມະການຄະນະພັກ, ຮອງປະທານອົງການກວດສອບແຫ່ງລັດ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບໝາກຜົນຢ່າງຈົບງາມ.
       ນອກຈາກນັ້ນຍັງໄດ້ດຳເນີນພິທີມອບໃບຍ້ອງຍໍໃຫ້ພະນັກງານພາຍໃນອົງການກວດສອບແຫ່ງລັດ ແລະ ອົງການກວດສອບປປະຈຳພາກ ປະຈຳປີຈຳນວນທັງໝົດ 425 ທ່ານ, ຍິງ 150 ທ່ານ; ໃນນັ້ນ, ປະເພດດີເດັ່ນ ຈຳນວນ 170 ທ່ານ, ຍິງ 58 ທ່ານ; ປະເພດດີ ຈຳນວນ 245 ທ່ານ, ຍິງ 92 ທ່ານ ແລະ ຊົມເຊີຍ ຈຳນວນ 10 ທ່ານ, ຍິງ 01 ທ່ານ;
       ໃນຕອນທ້າຍກອງປະຊຸມກໍ່ຮັບຟັງການໂອ້ລົມຂອງ ສະຫາຍ ວຽງທະວີສອນ ເທບພະຈັນ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກອົງການກວດສອບແຫ່ງລັດ ໂດຍສະຫາຍໄດ້ເນັ້ນໜັກເຖິງຄວາມໝາຍ ແລະ ຄວາມສຳຄັນຂອງວຽກງານການກໍ່ສ້າງພັກ-ພະນັກງານ, ເອົາໃຈໃສ່ນຳພາ-ຊີ້ນຳ ວຽກງານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ ໄດ້ຮຽກຮ້ອງມາຍັງຄະນະພັກ-ຄະນະນຳ, ຄະນະກົມ, ສະມາຊິກພັກ, ພະນັກງານທັງໝົດ ຂອງອົງການກວດສອບແຫ່ງລັດ ຈົ່ງພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມໃນການຈັດຕັ້ງປະຕິບັດວຽກງານຈັດຕັ້ງໃນໄລຍະຜ່ານມາ ແລະ ພ້ອມກັນຖອດຖອນບົດຮຽນ ຈາກບັນດາຂໍ້ຂາດຕົກບົກພ່ອງໃນໄລຍະຜ່ານມາ ເພື່ອປັບປຸງແກ້ໄຂ ໃຫ້ສອດຄ່ອງກັບສະພາບການໃໝ່ ແລະ ນໍາພາວຽກງານການຕ່າງປະທດ ໃຫ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້. ໄດ້ເນັ້ນໜັກໃຫ້ ຄະນະພັກ, ຄະນະນຳອົງການກວດສອບປະຈຳພາກ, ຄະນະກົມ ຈົ່ງເປັນແບບຢ່າງໃນການນຳພາ ແລະ ເສຍສະຫຼະເພື່ອສ່ວນລວມຢ່າງສູງສົ່ງ ເພື່ອຮັບປະກັນປະສິດທິພາບໃນການປະຕິບັດໜ້າທີ່ວຽກງານ ກໍຄື ການຜັນຂະຫຍາຍມະຕິປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ແລະ ຈັດຕັ້ງຜັນຂະຫຍາຍ ວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການການກວດສອບແຫ່ງລັດ ຕາມທິດທາງແຜນການໃນ 5 ປີ ຕໍ່ໜ້າ (2026-2030).
ຮູບພາບ ແລະ ຂ່າວສານໂດຍ: ອົງການກວດສອບແຫ່ງລັດ
Scroll to Top