ປະທານອົງການກວດສອບແຫ່ງລັດ ຕ້ອນຮັບເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ

        ໃນວັນທີ 13 ມີນາ 2024 ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ, ປະທານອົງການ      ກວດສອບແຫ່ງລັດ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນ. ແຮັດເຕີ ວາເຣຍອາວາ (Mrs. Heather Variava) ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 13 ມີນາ 2024 ໃນໂອກາດທີ່ທ່ານມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະຫະລັດອາເມລິກາ ປະຈຳ ສປປ ລາວ.

        ໃນໂອກາດຢ້ຽມຢາມໃນຄັ້ງນີ້, ທ່ານ ວຽງທະວີສອນ ເທບພະຈັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ນ. ແຮັດເຕີ ວາເຣຍອາວາ (Mrs. Heather Variava) ທີ່ໄດ້ມາດໍາລົງຕຳແໜ່ງໃໝ່ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສະຫະລັດອາເມລິກາ ປະຈຳ ສປປ ລາວ ເຊິ່ງໃນໄລຍະຜ່ານມາທາງສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ເອົາໃຈໃສ່ເຄື່ອນໄຫວຢ່າງຫ້າວຫັນໃນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນການທູດ ກໍຄືການຮ່ວມມືໃນທາງດ້ານຕ່າງໆ ຢ່າງແໜ້ນແຟ້ນ ລະຫວ່າງ ລັດຖະບານ ກໍຄືປະຊາຊົນສອງຊາດ ລາວ-ສະຫະລັດອາເມລິກາ ໃຫ້ໄດ້ຮັບການພັດທະນາ.

        ພ້ອມນີ້, ທ່ານ ປະທານອົງການກວດສອບແຫ່ງລັດ ໄດ້ສະເໜີ ທ່ານ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ສືບຕໍ່ຊ່ວຍຊຸກຍູ້ ແລະ ໃຫ້ການສະໜັບສະໜູນແກ່ອົງການກວດສອບແຫ່ງລັດ ຄື: 1) ໃຫ້ການສະໜັບ  ສະໜູນສ້າງຄວາມເຂັ້ມແຂງພັດທະນາດ້ານບຸກຄະລາກອນຂອງອົງການກວດສອບ ປະຈຳພາກເໜືອ 2 ແຂວງອຸດົມໄຊ ແລະ ພາກກາງ 2 ແຂວງສະຫວັນນະເຂດ, 2) ສະເໜີສະໜັບສະໜູນຊ່ວຍເຫຼືອໃນການສ້າງຄວາມເຂັ້ມແຂງດ້ານການສົ່ງເສີມພາສາຕ່າງປະເທດ(ພາສາອັງກິດ); 3) ຊ່ວຍສະໜັບສະໜູນໃນການພັດທະນາວຽກງານຂອງສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ເປັນຕົ້ນ ການພັດທະນາຫຼັກສູດການຮຽນ-ການສອນ.

        ໃນໂອກາດເຂົ້າຢ້ຽມຢາມຄັ້ງນີ້, ທ່ານ ນ. ແຮັດເຕີ ວາເຣຍອາວາ (Mrs. Heather Variava), ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ສະແດງຄວາມຂອບໃຈ ມາຍັງ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ; ພ້ອມທັງສະແດງຄວາມຂອບໃຈຕໍ່ລັດຖະບານ ກໍ່ຄື ບັນດາການນຳພັກ, ລັດ ຂອງ ສປປ ລາວ, ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນ ແລະ ອຳນວຍຄວາມສະດວກ ຕະຫຼອດໄລຍະການານປະຕິບັດໜ້າທີ່ການທູດຂອງຕົນຈົົນປະຕິບັດໜ້າທີ່ການທູດຂອງທ່ານ ແລະ ຕອນທ້າຍ ທ່ານ ຍັງໄດ້ອວຍພອນໃຫ້ ທ່ານປະທານອົງການກວດສອບແຫ່ງລັດ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານອັນມີກຽດຂອງທ່ານ ແລະ ເຊື່ອໝັ່ນວ່າໃນສະເພາະໜ້າ ສະຖານເອກອັກຄະລັດຖະທູດສະຫະລັດອາເມລິກາ ຈະໃຫ້ການຊ່ວຍເຫຼືອອົງການກວດສອບແຫ່ງລັດ ສປປ ລາວ ໃຫ້ມີຄວາມເຂັ້ມແຂງຍິ່ງໆຂຶ້ນ.

        ໃນຕອນທ້າຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ ໄດ້ອວຍພອນໃຫ້ທ່ານທູດ ຈົ່ງເພິ່ມທະວີສາຍພົວພັນຮ່ວມມື ລະຫວ່າງອົງການກວດສອບແຫ່ງລັດ ແລະ ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ອວຍພອນໃຫ້ທ່ານທູດ ຈົ່ງສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນມີກຽດຂອງທ່ານ.

ຮູບພາບ ແລະ ຂ່າວສານໂດຍ: ພະແນກເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ, ອົງການກວດສອບແຫ່ງລັດ.

Scroll to Top