ພິທີມອບຕຳແໜ່ງວິຊາການຄູບໍ່ປະຈຳ ແລະ ປະລິນຍາເອກກິດຕິມະສັກໃຫ້ການນໍາ ແລະ ອະດີດການນໍາຂັ້ນສູງ

        ໃນວັນທີ 4 ກັນຍາ 2026 ຢູ່ທີ່ສະໂມສອນສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ມີພິທີມອບ-ຮັບຕຳແໜ່ງວິຊາການຄູບໍ່ປະຈຳຂັ້ນສາສະດາຈານກິດຕິມະສັກ ຂັ້ນສາດສະດາຈານພິເສດ ແລະ ປະລິນຍາເອກກິດຕິມະສັກ ມຊ ປະຈຳປີ 2026 ມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ປະທານສະພາ ມຊ ບັນດາອະດີດການນໍາຂັ້ນສູງ ຄະນະພັກ-ຄະນະນຳ ຄະນະກຳມະການສະພາ ມຊ ພະນັກງານ ຄູ-ອາຈານ ນັກຄົ້ນຄວ້າ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
       ໃນພິທີທ່ານ ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອໍານວຍການໃຫຍ່ ເລຂາທິການສະພາ ມຊ ໄດ້ກ່າວລາຍງານກ່ຽວກັບການເຄື່ອນໄຫວ ແລະ ຂະບວນການກັ່ນຕອງຄັດເລືອກ ການພິຈາລະນາຕຳແໜ່ງວິຊາການຄູບໍ່ປະຈຳໃນຊຸດປີ 2026 ໄດ້ຈັດຕັ້ງປະຕິບັດຢ່າງເປັນລະບົບ ເປີດເຜີຍ ໂປ່ງໃສ ແລະ ຖືກຕ້ອງຕາມດຳລັດ ແລະ ຄຳແນະນຳ ໂດຍຜ່ານການປະເມີນຈາກຄະນະກຳມະການວິຊາການແຕ່ລະຂັ້ນ ຕັ້ງແຕ່ຂັ້ນຄະນະວິຊາ ຂັ້ນມະຫາວິທະຍາໄລຈົນເຖິງການຮັບຮອງໃນກອງປະຊຸມສະພາ ມຊ ສະໄໝສາມັນ ຄັ້ງທີ 1 ປະຈຳປີ 2026.
       ຈາກນັ້ນໄດ້ອອກຂໍ້ຕົກລົງມອບຕຳແໜ່ງວິຊາການຄູບໍ່ປະຈຳ ແລະ ປະກາສະນີຍະບັດໃຫ້ຜູ້ທີ່ມີຜົນງານໂດດເດັ່ນທັງໝົດ 6 ທ່ານ ປະກອບມີຂັ້ນສາສະດາຈານກິດຕິມະສັກ 2 ທ່ານ ຂັ້ນສາສະດາຈານພິເສດ 2 ທ່ານ ແລະ ປະລິນຍາເອກກິດຕິມະສັກ 2 ທ່ານຄື:
1. ມອບຕໍາແໜ່ງວິຊາການຄູບໍ່ປະຈໍາຂັ້ນ ສາສະດາຈານກິດຕິມະສັກ ສາຂາບໍລິຫານລັດ ແລະ ການພັດທະນາ ໃຫ້ທ່ານ ສາສະດາຈານ ກິດຕິມະສັກ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ
2. ມອບສາສະດາຈານກິດຕິມະສັກ ສາຂາການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແບບຍືນຍົງໃຫ້ທ່ານສາສະດາຈານກິດຕິມະສັກ ສົມມາດ ພົນເສນາ
3. ມອບຕໍາແໜ່ງວິຊາການຄູບໍ່ປະຈໍາຂັ້ນສາສະດາຈານພິເສດ ສາຂາວິສະວະກໍາຊົນລະປະທານ ໃຫ້ທ່ານສາສະດາຈານພິເສດ ຄໍາຜາດ ສຸລິນພູມີ
4. ມອບຕໍາແໜ່ງວິຊາການຄູບໍ່ປະຈໍາຂັ້ນສາສະດາຈານພິເສດ ໃຫ້ທ່ານ ສາສະດາຈານພິເສດ ວັນທອງ ສີຣິວັນ
5. ມອບປະລິນຍາເອກກິດຕິມະສັກໃຫ້ທ່ານ ວຽງທະວີສອນ ເທບພະຈັນ ເພື່ອເປັນການຈາລຶກຜົນງານດີເດັ່ນຕໍ່ການວາງແຜນນະໂຍບາຍລັດ
6. ມອບປະລິຍາເອກກິດຕິມະສັກໃຫ້ທ່ານ ໂອ ມຽງ ຮວັນ ເພື່ອເປັນການຈາລຶກ ຜົນງານດີເດັ່ນ ຕໍ່ສັງຄົມສົງເຄາະ ແລະ ພັດທະນາ.
—————
©️ວຽງຈັນໃໝ່
Scroll to Top