ໃນຕອນບ່າຍຂອງວັນທີ 16 ກັນຍາ 2026 ອົງການກວດສອບແຫ່ງລັດ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ຊີ້ນໍາກ່ຽວກັບ ການຊຸກຍູ້ແກ້ໄຂຜົນການກວດສອບທີ່ຕິພັນກັບ ກະຊວງການເງິນ ລະຫວ່າງ ກະຊວງການເງິນ ກັບ ອົງການກວດສອບແຫ່ງລັດ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແລະ ທ່ານ ວຽງທະວິສອນ ເທບພະຈັນ ກໍາມະການສູນກາງພັກ, ປະທານອົງການກວດສອບແຫ່ງລັດ ແລະ ມີບັນດາ ຮອງລັດຖະມົນຕີກະຊວງການເງິນ, ຮອງປະທານອົງການກວດສອບແຫ່ງລັດ, ປະທານອົງການກວດສອບພາກກາງ 1. ບັນດາຫົວໜ້າກົມ, ຮັກສາການຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມພ້ອມດ້ວຍພະນັກງາານຫຼັກແຫຼ່ງ ແລະ ຄະນະຮັບຜິດຊອບຂອງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອການປຶກສາຫາລື ແລະ ທົບທວນຄືນ ກ່ຽວກັບ ການຕິດຕາມ, ຊຸກຍູ້ການແກ້ໄຂຜົນການກວດສອບ ຕາມມະຕິກອງປະຊຸມສະພາແຫ່ງຊາດ ແລະ ຕາມຄໍາແນະນໍາກວດສອບ ຂອງບັນດາກົມ ໃນກະຊວງການເງິນ, ຊຸກຍູ້ ແລະ ແກ້ໄຂຜົນການກວດສອບ. ໂດຍສະເພາະ ແມ່ນການຖອດຖອນບົດຮຽນ, ຜົນສໍາເລັດໃນການແກ້ໄຂຜົນການກວດສອບ, ຂໍ້ສະດວກ-ຂໍ້ຫຍຸ້ງຍາກ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອບຸກທະລຸບັນດາຂອດອຸດຕັນຕ່າງໆ; ພ້ອມທັງ ກໍານົດທິດທາງແຜນການເຄື່ອນໄຫວ ແລະ ວິທີການປັບປຸງແກ້ໄຂ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ເປັນຮູບປະທໍາຍິ່ງໆຂື້ນ ເພື່ອແນໃສ່ສະກັດກັ້ນປະກົດການຫຍໍ້ທໍ້ ທາງດ້ານແຜນການ-ການເງິນ ແລະ ງົບປະມານແຫ່ງລັດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ຂອງປະເທດໃຫ້ມີຄວາມໝັ້ນຄົງ ແລະ ຍືນຍົງ.

ໃນຕອນທ້າຍຂອງກອງປະຊຸມ ການນຳທັງສອງຝ່າຍ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ດ້ວຍຄວາມເປັນຫ່ວງເປັນໄຍ ແລະ ເອົາໃຈໃສ່ສູງໃນວຽກງານຕິດຕາມ, ຊຸກຍູ້ແກ້ໄຂຜົນການກວດສອບ ໂດຍໄດ້ຊີ້ນຳ ແລະ ສະເໜີໃຫ້ບັນດາກົມທີ່ກ່ຽວຂ້ອງ ເອົາໃສ່ໃນການປະສານສົມທົບກັນຢ່າງກົມກຽວ, ການສະໜອງຂໍ້ມູນ-ຂ່າວສານ ທີ່ຕິດພັນກັບວຽກງານກວດສອບ, ຍົກສູງການປະຕິບັດໜ້າທີ່ ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ ພາຍໃຕ້ກົດໝາຍ ແລະ ລະບຽບຫຼັກການຢ່າງເຂັ້ມງວດ. ໂດຍສະເພາະແມ່ນ ການແກ້ໄຂຜົນຂອງການກວດສອບ ໃຫ້ໄດ້ຮັບການແກ້ໄຂຢ່າງຂາດຕົວ ແລະ ເປັນຮູບປະທຳຍິ່ງໆຂຶ້ນ ໃນການຄູ້ມຄອງຈັດເກັບໜີ້ຕ້ອງຮັບ; ເພີ່ມທະວີຄວາມຮັບຜິດຊອບໃນການຄູ້ມຄອງລາຍຈ່າຍລວງໜ້າຂອງຄັງເງິນແຫ່ງລັດປະຈໍາແຂວງ, ການຄຸ້ມຄອງລາຍຮັບຈາກຄ່າເຊົ່າ-ສໍາປະທານ, ຄ່າພາກຫຼວງ, ການຄຸ້ມຄອງໜີ້ສິນສາທາລະນະ ແລະ ການຄຸ້ມຄອງນໍາໃຊ້ເງິນເກີນແຜນ. ທັງນີ້ ກໍເພື່ອຮັກສາ, ປົກປ້ອງຊັບສິນ ກໍຄືການນໍາໃຊ້ງົບປະມານແຫ່ງລັດ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ. ພ້ອມກັນນັ້ນ, ກໍໄດ້ຕີລາຄາສູງຕໍ່ຜົນສໍາເລັດໃນການປະສານງານ ລະຫວ່າງສອງຝ່າຍ ໃນໄລຍະຜ່ານມາ, ຊຶ່ງໄດ້ປະກອບສ່ວນ ອັນໃຫຍ່ຫຼວງເຂົ້າໃນການແກ້ໄຂປະກົດການຫຍໍ້ທໍ້ດ້ານແຜນການ-ການເງິນ, ສ້າງຄວາມເຂົ້າອົກເຂົ້າໃຈຮ່ວມກັນໃນແຕ່ລະຂັ້ນ ພ້ອມທັງ ໄດ້ຍົກໃຫ້ເຫັນກົນໄກ, ຂັ້ນຕອນ, ວິທີການແກ້ໄຂຜົນການກວດສອບ ໃຫ້ມີຄວາມໂລ່ງລ່ຽນ, ກົມກຽວ ແລະ ຮັບປະກັນຄຸນນະພາບ ໃນການນໍາໃຊ້ງົບປະມານ, ຊັບສິນຂອງລັດ ໃຫ້ມີຄວາມໂປ່ງໃສ, ມີປະສິດທິພາບ ແລະ ປະສິດທິຜົນ ຖືກຕ້ອງຕາມລະບຽບກົດໝາຍ.

ຮູບພາບ ແລະ ຂ່າວສານໂດຍ: ກົມກວດສອບອົງການຈັດຕັ້ງລັດ


