ໃນຕອນບ່າຍວັນທີ 23 ກັນຍາ 2026 ທີ່ອົງການກວດສອບແຫ່ງລັດ ໄດ້ມີການຈັດພິທີ ເຊັນບົດບັນທຶກ ການມອບ-ຮັບ ຈໍ LED ທີ່ໄດ້ຮັບການສະໜັບສະໜູນ ຈາກທະນາຄານຮ່ວມທຸລະກິດລາວ-ຫວຽດ ໂດຍການເປັນ ປະທານ ຂອງທ່ານ ນ. ຕຸລາວັນ ພິມມະສອນ ຮອງປະທານອົງການກວດສອບແຫ່ງລັດ, ໃນນີ້ມີ ຜູ້ອຳນວຍການ ທະນາຄານ ຮ່ວມທຸລະກິດລາວ-ຫວຽດ ພ້ອມຄະນະ ແລະ ຕາງໜ້າຫ້ອງການ, ບັນດາກົມ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ.

ການສະໜອງຈໍ LED ໃນຄັ້ງນີ້ ເກີດຂຶ້ນໄດ້ຍ້ອນການຮ່ວມມື ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ອົງການກວດສອບແຫ່ງລັດ ສສ. ຫວຽດນາມ ທີ່ໄດ້ເພີ່ມທະວີການຮ່ວມມືກັນ ສົ່ງເສີມສາຍພົວພັນຮັດແໜ້ນ ເພື່ອຍົກສູງການເຮັດວຽກກ້າວສູ່ການຫັນເປັນທັນສະໄໝໃຫ້ແກ່ ອົງການກວດສອບແຫ່ງລັດ ສປປລາວ, ພິເສດກໍ່ຄືການ ປະກອບທຶນຮອນ ຈາກທະນາຄານຮ່ວມທຸລະກິດລາວ-ຫວຽດ ລວມມູນຄ່າ 1.522.308.000 ກີບ. ພິທີເຊັນບົດບັນທຶກ ໄດ້ລົງນາມ ລະຫວ່າງ ທ່ານ ນ. ຕຸລາວັນ ພິມມະສອນ ຮອງປະທານອົງການກວດສອບແຫ່ງລັດ ແລະ ທ່ານ ຫງຽວນ ເຖ ຖັງ ຜູ້ອຳນວຍການໃຫຍ່ ທະນາຄານຮ່ວມທຸລະກິດລາວ-ຫວຽດ ເຊິ່ງໄດ້ຮັບການມອບໝາຍຈາກ ທະນາຄານແມ່ BIDV ແລະ ອົງການກວດສອບແຫ່ງລັດ ສສ. ຫວຽດນາມ ເພື່ອລົງນາມບົດບັນທຶກໃນຄັ້ງນີ້.

ໃນຕອນທ້າຍ, ປະທານກອງປະຊຸມ ກໍ່ໄດ້ກ່າວຄໍາຂອບໃຈ ແລະ ມອບໃບກຽດຕິກຸນ ໃຫ້ແກ່ທະນາຄານຮ່ວມ ທຸລະກິດລາວ-ຫວຽດ ທີ່ໄດ້ເຫັນຄວາມສໍາຄັນຂອງສາຍພົວພັນອັນເລິກເຊິ່ງ ຂອງອົງການກວດສອບແຫ່ງລັດທັງ 2 ຊາດ ທີ່ໄດ້ໃຫ້ການຊ່ວຍເຫຼືອທັງດ້ານວັດຖຸ ເຂົ້າໃນການຍົກລະດັບວຽກງານບໍລິຫານໃຫ້ ອົງການກວດສອບແຫ່ງລັດ ສປປ ລາວ ເທື່ອລະກ້າວ.

ຮູບພາບ ແລະ ຂ່າວສານໂດຍ: ພະແນກເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ອົງການກວດສອບແຫ່ງລັດ


