ໃນລະຫວ່າງວັນທີ 05-07 ຕຸລາ 2026, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ກັບອົງການກວດສອບແຫ່ງຊາດ ມາເລເຊຍ ທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ໂດຍໄດ້ຮັບການຕ້ອນຮັບຂອງ: ທ່ານ ນ. ດາໂຕະ ເສຣິ ວັນ ສຸຣາຢະ ວັນ ໂມຮາມັດ ຣັດຊີ (Ms. DATO’ SERI WAN SURAYA WAN MOHD RADZI) ປະທານອົງການກວດສອບແຫ່ງຊາດ ມາເລເຊຍ, ຊຶ່ງຄະນະຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ, ເຂົ້າຮ່ວມພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື (MOU) ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ອົງການກວດສອບແຫ່ງຊາດ ມາເລເຊຍ ແລະ ເຂົ້າຮ່ວມພິທີເປີດກອງປະຊຸມປະຈຳສອງປີ ຂອງຄະນະກຳມະການແລກປ່ຽນຄວາມຮູ້ ASEANSAI (ASEANSAI Knowledge Sharing Committee – KSC) ຄັ້ງທີ 05. ເຊິ່ງການພົບປະສອງຝ່າຍກັນໃນຄັ້ງນີ້ ເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍ່ຄືການເສີມຂະຫຍາຍສາຍພົວພັນທາງການທູດ ຄົບຮອບ 60 ປີ (01/07/1966 – 01/07/2026).

ໃນກອງປະຊຸມ, ສອງຝ່າຍໄດ້ແຈ້ງກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ເຄື່ອນໄຫວທີ່ພົ້ນເດັ່ນຂອງວຽກງານການກວດສອບ; ພ້ອມຕີລາຄາຜົນສຳເລັດ ແລະ ຍົກໃຫ້ເຫັນຜົນການຈັດຕັ້ງປະຕິບັດແຜນກວດສອບເປົ້າ ໝາຍຕ່າງ, ການຕິດຕາມຊຸກຍູ້ການແກ້ໄຂຜົນການກວດສອບ, ຍົກລະດັບຄວາມຮູ້ຄວາມສາມາດຂອງນັກກວດສອບແຕ່ລະຂັ້ນ ຕະຫຼອດຮອດການຮຽນຮູ້ ແລະ ນຳໃຊ້ລະບົບປັນຍາປະດິດ ເຂົ້າໃນການກວດສອບ. ພ້ອມດຽວກັນນີ້, ສອງຝ່າຍໄດ້ເອກະພາບກັນກຳນົດທິດທາງການຮ່ວມມືໃນຕໍ່ໜ້າ ຄື: 1). ການຈັດກອງປະຊຸມ ແລະ ການຢ້ຽມຢາມທາງການ ໃນລະດັບການນຳ ເພື່ອຊຸກຍູ້ການແລກປ່ຽນບົດຮຽນ ແລະ ປະສົບການຮ່ວມກັນ ໃນຂົງເຂດວຽກງານການກວດສອບພາກລັດ ໃຫ້ເປັນປົກກະຕິ; 2) ແລກປ່ຽນບົດຮຽນດ້ານວິຊາການ ຢ່າງເປັນປົກກະຕິ ໂດຍສະເພາະແມ່ນລົງເລິກວຽກງານການກວດສອບ ຂົງເຂດລັດວິສາຫະກິດ ຕິດພັນກັບການກວດສອບຜົນການຈັດຕັ້ງປະຕິບັດ ແລະ ການຕິດຕາມການແກ້ໄຂຜົນການກວດສອບ ແລະ 3) ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ພາຍໃຕ້ກອບການຮ່ວມມືຂອງ INTOSAI, ASOSAI ແລະ ASEANSAI.

ໃນຕອນທ້າຍ, ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງອົງການກວດສອບແຫ່ງຊາດ ມາເລເຊຍ ກໍຄືການຕ້ອນຮັບອັນອົບອຸ່ນ ຂອງອົງການກວດສອບແຫ່ງຊາດມາເລເຊຍ, ພ້ອມທັງຊົມເຊີຍອົງການກວດສອບແຫ່ງຊາດມາເລເຊຍ ເນື່ອງໃນໂອກາດຄົບຮອບວັນສ້າງຕັ້ງອົງການກວດສອບແຫ່ງຊາດມາເລເຊຍ ຄົບຮອບ 120 ປີ ໃນການພັດທະນາວຽກງານກວດສອບ, ຄວາມໂປ່ງໃສ, ຄວາມຮັບຜິດຊອບ ແລະ ການບໍລິຫານການເງິນພາກລັດ; ພ້ອມດຽວກັນນີ້, ທ່ານປະທານອົງການກວດສອບແຫ່ງລັດ ສປປ ລາວ ຍັງໄດ້ຖືໂອກາດກ່າວເຊື້ອເຊີນ ທ່ານ ປະທານອົງການກວດສອບແຫ່ງລັດ ມາເລເຊຍ ເດີນທາງມາຢ້ຽມຢາມ ສປປ ລາວ ໃນໂອກາດທີ່ສະດວກອີກດ້ວຍ.

ພາຍຫຼັງສຳເລັດກອງປະຊຸມພົບປະສອງຝ່າຍແລ້ວ, ທັງສອງຝ່າຍໄດ້ເຂົ້າພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ສະບັບໃໝ່ ລະຫວ່າງອົງການກວດສອບແຫ່ງລັດ ສປປ ລາວ ແລະ ອົງການກວດສອບແຫ່ງຊາດ ມາເລເຊຍ, ຊຶ່ງ ບົດບັນທຶກຄວາມເຂົ້າໃຈ (MOU) ສະບັບນີ້ ແມ່ນເປັນບາດກ້າວບຸກທະລຸໃນການຍົກລະດັບການຮ່ວມມືໃຫ້ເລິກເຊິ່ງກວ່າເກົ່າ ເປັນຕົ້ນ: ການແລກປ່ຽນຜູ້ຊ່ຽວຊານ, ການແລກປ່ຽນຄວາມຮູ້ ແລະ ປະສົບການ, ການຝຶກອົບຮົມ, ການກວດສອບດິຈິຕອນ (Digital Audit), Data Analytics, ປັນຍາປະດິດ AI ແລະ ຂົງເຂດອື່ນໆທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ນອກຈາກນັ້ນ, ຄະນະຜູ້ແທນອົງການກວດສອບແຫ່ງລັດ ສປປ ລາວ ຈຳນວນ 4 ທ່ານ ຍັງໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມປະຈຳສອງປີ ຂອງຄະນະກຳມະການແລກປ່ຽນຄວາມຮູ້ ASEANSAI (ASEANSAI Knowledge Sharing Committee – KSC) ຄັ້ງທີ 05 ທີ່ຈັດຂຶ້ນໃນຄັ້ງນີ້ ຢ່າງຕັ້ງໜ້າ, ເຊິ່ງເປັນການປະກອບສ່ວນອັນສຳຄັນໃນການຮຽນຮູ້, ສ້າງເຄືອຂ່າຍວິຊາຊີບ ແລະ ຍົກສູງບົດບາດຂອງອົງການກວດສອບແຫ່ງລັດ ສປປ ລາວ ໃນເວທີພາກພື້ນ.
ຈາກນັ້ນ,ທ່ານ ນ ດາໂຕະ ວັນ ສຸຣາຢະ ວັນ ໂມຮາມັດ ຣາຊິ (Datuk Wan Suraya Wan Mohd Radzi) ກໍ່ໄດ້ສະແດງຄວາມຍິນດີ ແລະ ເຊື່ອໝັ້ນວ່າອົງການກວດສອບແຫ່ງລັດ ສປປ ລາວ ແລະ ສຳນັກງານກວດສອບແຫ່ງຊາດ ມາເລເຊຍ ຈະສືບຕໍ່ສະໜັບສະໜູນອົງການກວດສອບແຫ່ງລັດ ສປປ ລາວ ແລະ ຈະເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງອົງການກວດສອບແຫ່ງລັດ ໃຫ້ກ້າວໜ້າຂື້ນເລື້ອຍໆ.
ຮູບພາບ ແລະ ຂ່າວສານໂດຍ: ກົມຮ່ວມມືສາກົນ ອົງການກວດສອບແຫ່ງລັດ


