ຄະນະຜູ້ແທນອົງການກວດສອບແຫ່ງລັດ ສປປ ລາວ ເດີນທາງເຂົ້າຮ່ວມເປັນປະທານກອງປະຊຸມ ຄະນະກໍາມະການກວດສອບອາຊຽນ ຄັ້ງທີ 49 (The 49th Meeting of the ASEAN Audit Committee) ທີ່ຈາກາຕາ, ປະເທດອິນໂດເນເຊຍ

 
        ໃນວັນທີ 21 ມິຖຸນາ 2024, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ ເຊິ່ງນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມເປັນປະທານກອງປະຊຸມ ຄະນະກໍາມະການກວດສອບອາຊຽນ ຄັ້ງທີ 49 (The 49th Meeting of the ASEAN Audit Committee) ທີ່ ນະຄອນຫຼວງ ຈາກາຕາ ປະເທດອິນໂດເນເຊຍ. ກອງປະຊຸມຄັ້ງນີ້, ມີຜູ້ແທນຕາງໜ້າຈາກບັນດາສະຖາບັນກວດສອບສູງສຸດ ປະເທດສະມາຊິກອາຊຽນ, ຄະນະກຳມະການຜູ້ຕາງໜ້າຖາວອນ, ກອງເລຂາອາຊຽນ ແລະ ຜູ້ຮ່ວມສັງເກດການຈາກ ປະເທດ ຕີມໍ-ເລສເຕ ເຂົ້າຮ່ວມລວມທັງໝົດ 45 ທ່ານ, ໂດຍໃຫ້ກຽດກ່າວເປີດກອງປະຊຸມໂດຍ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ.
 
 
         ກອງປະຊຸມຄະນະກຳມະການກວດສອບອາຊຽນ ແມ່ນຈັດຂຶ້ນທຸກໆປີ ໂດຍການເປັນປະທານຂອງອົງການກວດສອບສູງສຸດປະເທດທີ່ເປັນປະທານອາຊຽນ. ການເຂົ້າຮ່ວມ ແລະ ດຳເນີນກອງປະຊຸມຄະນະກຳມະການກວດສອບອາຊຽນ ຄັ້ງທີ 49 ຄັ້ງນີ້ ຈຸດປະສົງກໍ່ເພື່ອປຶກສາຫາລືແລກປ່ຽນຄວາມຄິດເຫັນກ່ຽວກັບແນວທາງການສ້າງຄວາມເຂັ້ມແຂງໃນການບໍລິຫານງານຂອງກອງເລຂາອາຊຽນ ເປັນຕົ້ນ: ຂັ້ນຕອນໃນການປະຕິບັດດ້ານການເງິນໃຫ້ມີປະສິດທິພາບ, ລະບົບການບັນຊີ, ລະບົບຄວບຄຸມພາຍໃນ ແລະ ການບໍລິຫານຈັດການຂອງກອງເລຂາອາຊຽນ ແລະກອງປະຊຸມຄັ້ງນີ້ກໍ່ເປັນຄັ້ງທໍາອິດໃນຮູບແບບເຊິ່ງໜ້າ ນັບແຕ່ມີການແຜ່ລະບາດຂອງພະຍາດໂຄວິດ-19. ໃນໂອກາດດໍາເນີນກອງປະຊຸມຄະນະກຳມະການກວດສອບຄັ້ງນີ້, ຄະນະຜູ້ແທນເຂົ້າຮ່ວມ ໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືຮ່ວມກັນ ໃນຫຼາຍບັນຫາໂດຍສະເພາະແມ່ນ:
  1. ການຮັບຮອງວາລະກອງປະຊຸມ (Adoption of Agenda);
  2. ການພິຈາລະນາຂໍ້ສັງເກດການຂອງ ຄະນະກໍາມະການຜູ້ຕາງໜ້າຖາວອນ ກ່ຽວກັບ ບົດລາຍງານກອງປະຊຸມຄະນະກຳມະການກວດສອບອາຊຽນ ຄັ້ງທີ 48 (Consideration of Observations by the Committee of Permanent Representatives (CPR) on the Report of the 48 th ASEAN Audit Committee (AAC) Meeting);
  3. ການຕິດຕາມກວດກາ ການຈັດຕັ້ງປະຕິບັດຄໍາແນະນໍາຜູ້ກວດສອບພາຍນອກຕາມຜົນຂອງກອງປະຊຸມຄະນະກຳມະການກວດສອບອາຊຽນ ຄັ້ງທີ 48 (Follow-up on the Recommendations from the External Auditors of the 48th Meeting of the ASEAN Audit Committee);
  4. ການພິຈາລະນາບົດລາຍງານການກວດສອບເອກະສານລາຍງານການເງິນ ກອງເລຂາອາຊຽນ ປະຈໍາປີ 2023 ຂອງຜູ້ກວດສອບພາຍນອກ (Consideration of the Report of the External Auditor on the 2023 Financial Statements of ASEAN Secretariat);
  5. ການພິຈາລະນາຜົນການຈັດຕັ້ງປະຕິບັດຂອງຜູ້ກວດສອບພາຍນອກ (Consideration of the Performance for External Auditor);
  6. ການພິຈາລະນາບົດລາຍງານການຄຸ້ມຄອງຄວາມສ່ຽງຂອງກອງເລຂາອາຊຽນ (Consideration of the Report of Risk Management of ASEAN Secretariat);
  7. ການພິຈາລະນາ ບົດລາຍງານ ແລະ ຜົນໄດ້ຮັບຂອງ ແຜນການກວດສອບປະຈໍາສົກປີ 2023/2024, ແຜນການກວດສອບ ແລະ ຝຶກອົບຮົມ ປະຈໍາສົກປີ 2024/2025 ຂອງພະແນກກວດສອບພາຍໃນກອງເລຂາອາຊຽນ (Consideration of the Reports and Outcome of 2023/2024 Annual Audit Plan, 2024/2025 Annual Audit Plan & Training of the Internal Audit and Evaluation Division (IAED));
  8. ການພິຈາລະນາບັນຫາອື່ນໆທີ່ກ່ຽວຂ້ອງ (Other Matters);
  9. ຮັບຮອງການກໍານົດວັນເວລາຂອງກອງປະຊຸມຄັ້ງຕໍ່ໄປ (Date and Venue of Next Meeting); ແລະ
  10. ພິຈາລະນາບົດລາຍງານຂອງກອງປະຊຸມຄະນະກຳມະການກວດສອບອາຊຽນ ຄັ້ງທີ 49 (Consideration of the Report of the 49th AAC Meeting).

        ການດໍາເນີນກອງປະຊຸມຄະນະກໍາມະການກວດສອບອາຊຽນໃນຄັ້ງນີ້ແມ່ນເປັນໄປຕາມລະບຽບ ແລະ ຂັ້ນຕອນການຈັດຕັ້ງປະຕິບັດວຽກງານ ທັງສອດຄ່ອງກັບສະພາບແວດລ້ອມໃນປະຈຸບັນ ແລະ ອານາຄົດອັນໃກ້ ເຊິ່ງບັນດາຄະນະຜູ້ແທນຂອງອົງການກວດສອບສູງສຸດຂອງ 10 ປະເທດ ແມ່ນໄດ້ຕີລາຄາສູງຕໍ່ການເຂົ້າຮ່ວມກອງປະຊຸມ ແລະ ໄດ້ຕົກລົງຮັບຮອງເອົາບັນຫາສໍາຄັນຕ່າງໆ ທີ່ຈະເປັນທິດທາງແຜນການໃນຕໍ່ໜ້າ ສໍາລັບປີ 2025 ແລະ ເປັນການຮັບປະກັນຄວາມເປັນເອກະພາບພາຍໃນສະຫະພັນສະຖາບັນກວດສອບສູງສຸດຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ໃຫ້ນັບມື້ນັບເຂັ້ມແຂງຂຶ້ນຢ່າງມີສະຖຽນລະພາບ.
 
 
         ນອກນັ້ນ, ທ່ານ ວຽງທະວີສອນ ເທບພະຈັນ, ປະທານອົງການກວດສອບແຫ່ງລັດ ສປປ ລາວ ພ້ອມດ້ວຍຄະນະ ຍັງໄດ້ພົບປະຢ້ຽມຢາມ ທ່ານ ກາວ ກິມ ຮຸນ (Dr. Kao Kim Hourn), ເລຂາທິການໃຫຍ່ອາຊຽນ. ໃນການພົບປະຄັ້ງນີ້, ປະທານອົງການກວດສອບແຫ່ງລັດ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕໍ່ກັບ ການໄດ້ຮັບຕຳແໜ່ງການເປັນເລຂາທິການໃຫຍ່ອາຊຽນ; ພ້ອມກັບຊົມເຊີຍຕໍ່ກັບການປະຕິບັດໜ້າທີ່ວຽກງານຕາມພາລະບົດບາດໄດ້ເປັນຢ່າງດີ, ຈາກນັ້ນ ທັງສອງຝ່າຍກໍ່ໄດ້ລາຍງານໂດຍຫຍໍ້ ແລະ ປຶກສາຫາລື ກ່ຽວກັບກອງປະຊຸມຄະນະກໍາມະການກວດສອບອາຊຽນ ຄັ້ງທີ 49 ໃນຫຼາຍປະເດັນທີ່ສຳຄັນ ເປັນຕົ້ນ: ການກວດສອບຈາກພາຍນອກຕໍ່ກັບເອກະສານລາຍງານການເງິນຂອງກອງເລຂາອາຊຽນ ປະຈຳປີ 2023, ບົດລາຍງານຂອງຄະນະກຳມະການຄຸ້ມຄອງຄວາມສ່ຽງຂອງກອງເລຂາອາຊຽນ, ບົດລາຍງານການເຄື່ອນໄຫວປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ2024 ຂອງພະແນກກວດສອບພາຍໃນ ກອງເລຂາອາຊຽນ ແລະ ອື່ນໆ ເພື່ອພ້ອມກັນຊຸກຍຸ້ໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງສືບຕໍ່ເອົາໃຈໃສ່ໃນການປັບປຸງແກ້ໄຂວຽກງານຂອງຕົນໃນຕໍ່ໜ້າ ໃຫ້ມີປະສິດທິຜົນດີຂຶ້ນເທື່ອລະກ້າວ.
         ໃນຕອນທ້າຍ, ທ່ານ ກາວ ກິມ ຮຸນ (Dr. Kao Kim Hourn) ເລຂາທິການໃຫຍ່ອາຊຽນ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ການປະຕິບັດໜ້າທີ່ຂອງອົງການກວດສອບແຫ່ງລັດ ສປປ ລາວ ໃນການເຄື່ອນໄຫວວຽກງານໃນຄັ້ງນີ້ ກໍ່ຄືໃນນາມເປັນປະທານກອງປະຊຸມຄະນະກໍາມະການກວດສອບອາຊຽນ ຄັ້ງທີ 49 ທີ່ໄດ້ເອົາໃຈໃສ່ເຮັດໃຫ້ກອງປະຊຸມສໍາເລັດຜົນຕາມວາລະກຳນົດໄວ້.
 
 
ຮູບພາບ ແລະ ຂ່າວສານໂດຍ: ພະແນກເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ, ອົງການກວດສອບແຫ່ງລັດ.
 
 
Scroll to Top