ຄະນະຜູ້ແທນອົງການກວດສອບແຫ່ງລັດ ສປປ ລາວ ເດີນທາງເຄື່ອນໄຫວຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມງານສະເຫຼີມສະຫຼອງວັນສ້າງຕັ້ງອົງການກວດສອບແຫ່ງລັດ ສສ ຫວຽດນາມ ຄົບຮອບ 30 ປີ

 
        ໃນລະຫວ່າງວັນທີ 8-12 ກໍລະກົດ 2024, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມ ກອງປະຊຸມສາກົນ ແລກປ່ຽນຖອດຖອນບົດຮຽນໃນຫົວຂໍ້: ບົດບາດຂອງສະຖາບັນກວດສອບສູງສຸດ (SAIs) ໃນການຕ້ານການສໍ້ລາດບັງຫຼວງ ໃຫ້ມີຄວາມໂປ່ງໃສ, ມີຄວາມຊື່ສັດບໍລິສຸດໃນພາກລັດ ແລະ ການບໍລິຫານລັດທີ່ດີ (International Conference on ‘‘Role of Supreme Audit Institution (SAIs) in Combatting Corruption for the Advancement of Transparency, Public Integrity, and Good Governance) ແລະ ພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການກວດສອບແຫ່ງລັດ ສສ ຫວຽດນາມ ຄົບຮອບ 30 ປີ ທີ່ຈັດຂື້ນຢູ່ນະຄອນຫຼວງຮ່າໂນ່ຍ, ສສ ຫວຽດນາມ, ຊຶ່ງມີສະຖາບັນກວດສອບສູງສຸດຂອງ 13 ປະເທດເຂົ້າຮ່ວມ ຄື: ອາຟຼິກກາໃຕ້, ບຣາຊິນ, ກໍາປູເຈຍ, ການາດາ, ຝຣັ່ງ, ອິນໂດເນເຊຍ, ສ.ເກົາຫຼີ, ສປປ ລາວ, ມາເລເຊຍ, ມົງໂກເລຍ, ຊາອຸດິອາລາບີ, ສິງກະໂປ ແລະ ຕາງໜ້າອົງການສະຫະປະຊາຊາດ ເພື່ອຕ້ານການສໍ້ລາດບັງຫລວງ;
 
 
 
        ກອງປະຊຸມແລກປ່ຽນຖອດຖອນບົດຮຽນ ໄດ້ຍົກໃຫ້ເຫັນບົດບາດ ຄວາມສຳຄັນ ຂອງສະຖາບັນກວດສອບສູງສຸດ (SAIs) ໃນປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການຕ້ານສະກັດກັ້ນການສໍ້ລາດບັງຫລວງ ແລະ ໄດ້ສ້າງເງືອນໄຂ, ເອື້ອອຳນ່ວຍ ໃຫ້ອົງການກວດສອບຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ໄດ້ສ້າງມີການປະຍຸກສ້າງກົນໄກໃໝ່ໃນການຮັບມື ຕໍ່ກັບການຕ້ານສະກັດກັ້ນ, ການສໍ້ລາດບັງຫຼວງ ໃນຍຸກສະໄໝທີເສດຖະກິດໂລກທົດຖອຍ ທາງດ້ານການເມືອງ, ເສດຖະກິດ, ການເງິນຂອງໂລກ ມີການຫັນປ່ຽນຢ່າງ. ກອງປະຊຸມໄດ້ພ້ອມກັນສຸມໃສ່ການວິເຄາະ, ວິໄຈ, ປຶກສາຫາລື ແນວທາງ ແລະ ວິທີການແກ້ໄຂບັນຫາຢ່າງມີຫົວຄິດປະດິດສ້າງ, ຕໍ່ກັບກົນໄກການສະກັດກັ້ນຕ້ານການສໍ້ລາດບັງຫລວງ ແລະ ການຄຸ້ມຄອງທາງດ້ານການເງິນ-ງົບປະມານ ຢ່າງມີປະສິດທິພາບ ແລະ ສ້າງໂອກາດໃຫ້ມີການຮ່ວມມື ລະຫວ່າງບັນດາພາກສ່ວນທີ່ກ່ຽວຂ້ອງ, ຍົກສູງບົດບາດຂອງອົງການກວດສອບແຫ່ງລັດ ໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ສົ່ງເສີມຄວາມໂປ່ງໃສ, ຄວາມຮັບຜິດຊອບ ແລະ ຄວາມໝັ້ນຄົງທາງການເງິນຂອງຊາດ.
 
 
        ພາຍຫລັງສຳເລັດກອງປະຊຸມສາກົນ, ຕ່າງໜ້າຄະນະຜູ້ແທນໄດ້ເຂົ້າຢ້ຽມຂໍ່ານັບທ່ານ Tran Thanh Man ປະທານສະພາແຫງຊາດ ສສ ຫວຽດນາມ, ໂອກາດດັ່ງກ່າວທ່ານໄດ້ຮຽກຮ້ອງໃຫ້ອົງການກວດສອບແຫ່ງລັດ ສສ ຫວຽດນາມ ສືບຕໍ່ເປັນເຈົ້າການ, ປະຕິບັດໜ້າຕາມພາລະບົດບາດທີ່ສຳຄັນ ປະກອບສ່ວນເຂົ້າໃນການພັດທະນາວຽກງານກວດສອບແຫ່ງລັດໃຫ້ເຂັ້ມແຂງ ໂດຍການຮ່ວມມືກັບສະຖາບັນກວດສອບສູງສຸດຂອງບັນດາປະເທດ ໃນລະດັບພາກພື້ນ ແລະ ໃນໂລກ. ພ້ອມທັງຮຽກຮ້ອງໃຫ້ບັນດາສະຖາບັນກວດສອບສູງສຸດ ສະໜັບສະໜູນອົງການກວດສອບແຫ່ງລັດ ສສ ຫວຽດນາມ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ ທີ່ພັກ, ລັດ ສສ ຫວຽດນາມ ໄດ້ມອບໝາຍ ແລະ ມີຫົວຄິດປະດິດສ້າງ ເພື່ອຮັບປະກັນໃຫ້ສະຖາບັນກວດສອບສູງສຸດ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ ແລະ ປະກອບສ່ວນເຂົ້າໃນການພັດທະນາ ປະເທດຊາດຢ່າງຍືນຍົງ.
 
 
        ຈາກນັ້ນຄະນະຜູ້ແທນໄດ້ເຂົ້າຮ່ວມພິທີສະເຫລີມສະຫລອງ ວັນສ້າງຕັ້ງ ອົງການກວດສອບແຫ່ງລັດ ສສ ຫວຽດນາມ ຄົບຮອບ 30 ປີ (11 ກໍລະກົດ 1994 ຫາ 11 ກໍລະກົດ 2024); ຕະຫລອດໄລຍະ 30 ປີຜ່ານມາອົງການກວດສອບແຫ່ງລັດ ສສ ຫວຽດນາມ ໄດ້ມີການພັດທະນາຢ່າງຮອບດ້ານ ທັງປະລິມານ ແລະ ຄຸນນະພາບ ຢ່າງຕໍ່ເນື່ອງ. ວຽກງານກວດສອບແຫ່ງລັດ ໄດ້ຖືກກຳນົດໄວ້ໃນລັດຖະທຳມະນູນແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ, ອົງການກວດສອບແຫ່ງລັດ ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍສະພາແຫ່ງຊາດ, ດຳເນີນການກວດສອບຢ່າງມີເປັນເອກະລາດ, ປະຕິບັດໜ້າທີ່ຕາມກົດໝາຍ ໃນການດຳເນີນການກວດສອບການຄຸ້ມຄອງ, ນຳໃຊ້ງົບປະມານ ແລະ ຊັບສິນຂອງລັດ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກສັງຄົມເປັນຢ່າງດີ.
 
 
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ສສ ຫວຽດນາມ ເວົ້າລວມ, ເວົ້າສະເພາະ ຂອບໃຈມາຍັງອົງການກວດສອບແຫ່ງລັດ ສສ ຫວຽດນາມ ທີ່ຍາມໃດກໍ່ໄດ້ເອົາໃຈໃສ່ໃຫ້ການສະໜັບສະໜູນແກ່ອົງການກວດສອບແຫ່ງລັດ ສປປ ລາວ ຕະຫຼອດມາ ເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຮ່ວມມືແບບພິເສດ ແລະ ຮອບດ້ານ ທີ່ເປັນມູນເຊື້ອ ເພື່ອຜົນປະໂຫຍດຂອງປະຊາຊົນ ສອງຊາດ ລາວ-ຫວຽດນາມ ແລະ ອວຍພອນແດ່ວັນສ້າງຕັ້ງອົງການກວດສອບແຫ່ງລັດ ສສ ຫວຽດນາມ ຄົບຮອບ 30 ປີ ໃຫ້ມີຄວາມຈະເລີນກ້າວໜ້າ ແລະ ພັດທະນາຢ່າງບໍ່ຢຸດຢັ່ງ ເຮັດໃຫ້ວຽກງານກວດສອບມີຄວາມເຂັ້ມແຂງຂຶ້ນເລື້ອຍໆ.
 
 
ຮູບພາບ ແລະ ຂ່າວສານໂດຍ: ພະແນກເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ, ອົງການກວດສອບແຫ່ງລັດ.
Scroll to Top