ໃນຕອນເຊົ້າຂອງວັນທີ 27 ກຸມພາ 2026 ທີ່ ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງພິທີປາຖະກະຖາ ຫວນຄືນມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 116 ປີ (08 ມີນາ 1910 – 08 ມີນາ 2026). ໂດຍພາຍໃຕ້ການເປັນປະທານ ແລະ ໃຫ້ກຽດ ປາຖະກະຖາ ຂອງ ທ່ານ ນາງ ທໍາມາ ເພັດວິໄຊ ຮອງປະທານ ຮອງປະທານຄະນະບໍຫານງານ ສຸນກາງສະຫະພັນແມ່ຍິງລາວ, ຕາງໜ້າຄະນະບໍລິຫານງານພັກ, ຄະນະບໍລິຫານງານສະຫະພັນແມ່ຍິງ, ປະທານສະຫະພັນກໍາມະບານ, ເລຂາຊາວໜຸ່ມ ແລະ ສະມາຊິກສະຫະພັນແມ່ຍິງ ອົງການກວດສອບແຫ່ງລັດເຂົ້າຮ່ວມ ຈໍານວນ 120 ສະຫາຍ.

ໃນພິທີດັ່ງກ່າວ ທ່ານ ນາງ ທໍາມາ ເພັດວິໄຊ ຮອງປະທານ ຮອງປະທານຄະນະບໍຫານງານ ສຸນກາງສະຫະພັນແມ່ຍິງລາວ ໄດ້ໃຫ້ກຽດເຊື່ອມຊຶມ 2 ເອກະສານ ຄື: 1) ມູນເຊື້ອປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ວັນທີ 8 ມີນາ ໃນພາລະກິດຕໍ່ສູ້ຕ້ານກັບການກົດຂີ່ຂູດຮີດຂອງນາຍທຶນ ແລະ ໄຊຊະນະຂອງຂະບວນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາ ໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ; ຄວາມສໍາຄັນ ແລະ ການເຄື່ອນໄຫວຂອງ ບັນດາອົງການຈັດຕັ້ງ, ສົນທິສັນຍາ, ຖະແຫຼງການ ແລະ ກອງປະຊຸມຕ່າງໆ ກ່ຽວກັບແມ່ຍິງໃນລະດັບສາກົນ, ພາກພື້ນ ແລະ ອາຊຽນ; ນະໂຍບາຍຂອງ ສປປ ລາວ ຕໍ່ກັບແມ່ຍິງ ກ່ຽວກັບການພັດທະນາ ແລະ ການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ ໃນການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ, ກົນໄກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ຄວາມສະເໜີພາບລະຫວ່າງຍິງ-ຊາຍ ໃນ ສປປ ລາວ ແລະ 2) ໄດ້ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ IX ຊຶ່ງປະກອບມີ 9 ເປົ້າໝາຍ, 31 ແຜນວຽກ, 144 ວຽກຈຸດສຸມ, ຊຶ່ງເປົ້າໝາຍດັ່ງກ່າວແມ່ນໄດ້ຜັນຂະຫຍາຍ ຈາກເປົ້າໝາຍພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຜນທີ່ 3 (ການພັດທະນາຂົງເຂດສັງຄົມ, ການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກ). ນອກຈາກນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ ຄະນະສະຫະພັນແມ່ຍິງອົງການກວດສອບແຫ່ງລັດ ນໍາເອົາເນື້ອໃນຈິດໃຈຂອງມະຕິກອງປະຊຸມດັ່ງກ່າວມາ ພັດທະນາ ແລະ ຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງຂອງສະຫະພັນແມ່ຍິງຂອງຕົນ ໃຫ້ໄດ້ດີຮອບດ້ານ.

ຕອນທ້າຍຂອງພິທີ ປະທານ ເນັ້ນໜັກໃຫ້ເອື້ອຍນ້ອງສະຫະພັນແມ່ຍິງ ອົງການກວດສອບແຫ່ງລັດ ໃຫ້ພັດທະນາຕົນເອງດ້ານຈິດໃຈ, ສຸຂະພາບ, ສ້າງກ້ອນມະຫາສາມັກຄີຊ່ວຍເຫຼືອເຊີງກັນ ແລະ ກັນ ຢ່າງກວ້າງຂວາງ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃນການລົງມືຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ເອື້ອຍນ້ອງຍິງໄດ້ຮັບຄວາມຍຸຕິທໍາໃນສັງຄົມ, ການຈັດຕັ້ງ ແລະ ຄອບຄົວຢ່າງຢືນຍົງ ຄຽງຄູ່ກັບການຈັດຕັ້ງປະຕິບັດຄໍາຂວັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວ.

ຮູບພາບ ແລະ ຂ່າວສານໂດຍ: ຫ້ອງການ ອົງການກວດສອບແຫ່ງລັດ


