ໃນຕອນບ່າຍ ວັນທີ 22 ກໍລະກົດ 2026 ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງພິທີປະກາດການແຕ່ງຕັ້ງຮອງປະທານອົງການກວດສອບແຫ່ງລັດ ແລະ ພະນັກງານການນໍາຂັ້ນກົມ ຢູ່ພາຍໃນອົງການກວດສອບແຫ່ງລັດ, ພາຍໃຕ້ການເປັນປະທານຂອງທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານອົງການກວດສອບແຫ່ງລັດ ຊຶ່ງເຂົ້າຮ່ວມກອງປະຊຸມມີຮອງປະທານອົງການກວດສອບແຫ່ງລັດ, ຄະນະນໍາອົງການກວດສອບປະຈໍາພາກກາງ 1, ຄະນະນໍາ ບັນດາກົມ, ຄະນະພະແນກ ພ້ອມດ້ວຍພະນັກງານພາຍໃນອົງການກວດສອບແຫ່ງລັດ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ນັນທະພົນ ລີວັດທະນາ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຕາງໜ້າຄະນະຈັດຕັ້ງສູນກາງພັກ ຜ່ານລັດຖະດໍາລັດ ວ່າດ້ວຍການແຕ່ງຕັ້ງຮອງປະທານອົງການກວດສອບແຫ່ງລັດ ສະບັບເລກທີ 115/ປປທ, ລົງວັນທີ 01 ກໍລະກົດ 2026, ປະທານປະເທດ ແຫ່ງ ສປປ ລາວ ອອກລັດຖະດໍາລັດແຕ່ງຕັ້ງ ທ່ານ ນ. ຕຸລາວັນ ພິມມະສອນ ກໍາມະການຄະນະບໍລິຫານງານພັກ, ຫົວໜ້າຫ້ອງການ ອົງການກວດສອບແຫ່ງລັດ ຂຶ້ນເປັນ ຮອງປະທານອົງການກວດສອບແຫ່ງລັດ. ພ້ອມດຽວກັນນັ້ນ ທ່ານ ນ. ສີຕານ ໄຊຍະວົງເພັດ ຫົວໜ້າກົມຈັດຕັ້ງ ອົງການກວດສອບແຫ່ງລັດ ກໍ່ໄດ້ຜ່ານຂໍ້ຕົກລົງຂອງປະທານອົງການກວດສອບແຫ່ງລັດ ວ່າດ້ວຍການສັບຊ້ອນ ທ່ານ ນ. ວານິດາ ສຸດທານິລະໄຊ ຮອງປະທານອົງການກວດສອບປະຈໍາພາກກາງ 1 ມາຮັບໜ້າທີ່ໃໝ່ ເປັນຫົວໜ້າຫ້ອງການ ແລະ ແຕ່ງຕັ້ງທ່ານ ນ. ຈັນໄພວັນ ຂຸນສັກດາ ຫົວໜ້າພະແນກການເງິນ ຫ້ອງການ ຂຶ້ນເປັນ ຮອງຫົວໜ້າຫ້ອງການ ອົງການກວດສອບແຫ່ງລັດ. ໂດຍເປັນກຽດມອບລັດຖະດໍາລັດຂອງປະທານປະເທດ ແຫ່ງ ສປປ ລາວ ແລະ ຂໍ້ຕົກລົງ ໂດຍທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານອົງການກວດສອບແຫ່ງລັດ ໃຫ້ແກ່ທ່ານທີ່ຖືກແຕ່ງຕັ້ງ.


ໃນຕອນທ້າຍ ພິທີ ກໍ່ໄດ້ຮັບຟັງການໂອ້ລົມຂອງທ່ານ ປະທານກອງປະຊຸມ ເຊິ່ງໄດ້ຊີ້ນໍາໃຫ້ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງ ແລະ ສັບຊ້ອນ ພ້ອມດ້ວຍພະນັກງານຫຼັກແຫຼ່ງທຸກສະຫາຍ ເອົາໃຈໃສ່ຢ່າງຕັ້ງໜ້າໃນຫຼາຍບັນຫາ ເປັນຕົ້ນ: (1) ໃຫ້ຄະນະນໍາແຕ່ລະຂັ້ນເອົາໃຈໃສ່ເຜີຍແຜ່ເຊື່ອມຊຶມບັນດາ ແນວທາງ, ນະໂຍບາຍຂອງພັກ-ລັດ, ມະຕິ, ຄຳສັ່ງຂອງພັກ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຢ່າງເລິກເຊິງເຖິງຖ່ອງ; ສຶກສາອົບຮົມແນວຄິດ-ການເມືອງ ໃຫ້ພະນັກງານຂອງອົງການກວດສອບແຫ່ງລັດ ໃຫ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ເຄົາລົບກົດໝາຍ, ລະບຽບການ ແລະ ປະຕິບັດໄດ້ກົດຈັນຍາບັນຂອງນັກກວດສອບຢ່າງເຂັ້ມງວດ; (2) ປັບປຸງຂອດປະສານງານພາຍໃນໃຫ້ມີຄວາມກົມກຽວກັນ, ແບ່ງຄວາມຮັບຜິດຊອບກັນຢ່າງຈະແຈ້ງ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຢ່າງຕໍ່ເນື່ອງ; ປັບປຸງຍົກລະດັບດ້ານວຽກງານວິຊາສະເພາະກວດສອບ ໃຫ້ມີຄວາມເຂັ້ມແຂງ, ຫັນເປັນນັກກວດສອບມືອາຊີບເທື່ອລະກ້າວ; (3) ຍົກສູງຄວາມເປັນເຈົ້າການໃນການເປັນເສນາທິການໃຫ້ແກ່ຄະນະນຳອົງການກວດສອບແຫ່ງລັດ ບໍ່ວ່າຈະເປັນວຽກງານປິ່ນອ້ອມ ຫຼື ວຽກງານວິຊາສະເພາະ ກໍ່ຕ້ອງໃຫ້ບັນລຸຕາມແຜນການທີ່ກໍານົດໄວ້ ແລະ (4) ໃຫ້ສືບຕໍ່ຮັກສາມູນເຊື້ອແບບແຜນວິທີເຮັດວຽກ ແລະ ຮັດແໜ້ນຄວາມສາມັກຄີ ພາຍໃນເປັນປຶກແຜ່ນແໜ້ນໜາ, ເພື່ອບັນລຸຜົນສຳເລັດການປະຕິບັດໜ້າທີ່ວຽກງານຂອງຕົນ.

ຮູບພາບ ແລະ ຂ່າວສານໂດຍ: ກົມຈັດຕັ້ງ ອົງການກວດສອບແຫ່ງລັດ


