ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ໃຫ້ບັນດາໜ່ວຍພັກ ຂຶ້ນກັບ ອົງຄະນະພັກ ອົງການກວດສອບແຫ່ງລັດ ແລະ ການມອບບັດສະມາຊິກພັກ ຊຸດທີ XI ໃຫ້ສະມາຊິກພັກສົມບູນໃໝ່ ຂອງອົງການກວດສອບແຫ່ງລັດ ໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 22 ກໍລະກົດ 2026 ທີ່ ອົງການກວດສອບແຫ່ງລັດ, ໂດຍການເປັນປະທານຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ອົງການກວດສອບແຫ່ງລັດ, ເຂົ້າຮ່ວມພິທີມີ ບັນດາສະຫາຍ ຄະນະບໍລິຫານງານພັກ, ຄະນະໜ່ວຍພັກ ຕະຫຼອດຮອດສະມາຊິກພັກສົມບູນ-ສຳຮອງ ເຂົ້າຮ່ວມຢ່າງພ້ອມພຽງ.

ໂດຍປະຕິບັດຕາມຄໍາສັ່ງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 03 ມັງກອນ 2018 ແລະ ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບ ການຈັດຕັ້ງປະຕິບັດ ຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ສະບັບເລກທີ 28/ຄຈສພ, ລົງວັນທີ 14 ກຸມພາ 2026. ການເພີ່ມທະວີການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອເສີມຂະຫຍາຍມູນເຊື້ອອັນດີງາມ, ຜົນງານທີ່ໂດດເດັ່ນ ແລະ ດ້ານດີທີ່ຍາດມາໄດ້, ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ສິ່ງທີ່ທ້າທາຍໃນຫຼາຍໆດ້ານ ທີ່ເຫັນວ່າອາດຈະເປັນການທໍາລາຍ ແລະ ປໍລະປັກຕໍ່ພັກເຮົາ, ເຊີດຊູບົດບາດການນຳພາ ຂອງໜ່ວຍພັກ ແລະ ເຊີດຊູຄວາມເປັນແບບຢ່າງນຳໜ້າ ຂອງຖັນແຖວສະມາຊິກພັກຢ່າງຕັ້ງໜ້າ, ພັກເຮົາມີຄວາມຈຳເປັນຕ້ອງໄດ້ກໍ່ສ້າງໜ່ວຍພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ໃຫ້ມີຄວາມສາມາດນຳພາ ການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ຕາມແນວທາງ ນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດສັງຄົມຂອງລັດວາງອອກ ໃຫ້ປະກົດຜົນເປັນຈິງ.

ການມອບໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນຄັ້ງນີ້ ປະຕິບັດຕາມມະຕິຂອງຄະນະບໍລິຫານງານພັກ ອົງການກວດສອບແຫ່ງລັດ ວ່າດ້ວຍການຮັບຮອງເອົາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ຂອງບັນດາໜ່ວຍພັກຮາກຖານ ທີ່ຂຶ້ນກັບອົງຄະນະພັກ ອົງການກວດສອບແຫ່ງລັດ ສະບັບເລກທີ 005/ຄຈພ.ອກສລ, ລົງວັນທີ 04 ກຸມພາ 2026 ຊຶ່ງສາມາດຍາດມາໄດ້ ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຈຳນວນ 07 ໜ່ວຍພັກ ຄື: ໜ່ວຍພັກຫ້ອງການ, ໜ່ວຍພັກກົມຈັດຕັ້ງ, ໜ່ວຍພັກກົມຮ່ວມມືສາກົນ, ໜ່ວຍພັກສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ, ໜ່ວຍພັກກົມປະເມີນຄຸນນະພາບການກວດສອບ, ໜ່ວຍພັກກົມກວສອບອົງການຈັດຕັ້ງລັດ ແລະ ໜ່ວຍພັກກົມວິສາຫະກິດ. ບັນດາໜ່ວຍພັກ ຂຶ້ນຈັບມືແຂ່ງຂັນຈັດຕັ້ງປະຕິບັດ ແຜນກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2026.

ພ້ອມດຽວກັນນັ້ນ, ໃນພິທີ ກໍ່ຍັງໄດ້ມອບບັດສະມາຊິກພັກສົມບູນ ຊຸດທີ XI ໃຫ້ສະມາຊິກພັກໃໝ່ ຈຳນວນ 16 ສະຫາຍ, ເປັນຍິງ 02 ສະຫາຍ. ເພື່ອເປັນການຢັ້ງຢືນເຖິງຖານະນາມ ຂອງສະມາຊິກພັກປະຊາຊົນປະຕິວັດລາວ ເພື່ອໃຊ້ແທນໃບຍົກຍ້າຍຮ່ວມຊີວິດພັກຊົ່ວຄາວ ໃນກໍລະນີ ການຈັດຕັ້ງໄດ້ມອບໝາຍ ໃຫ້ໄປປະຕິບັດໜ້າທີ່ວຽກງານໃດໜຶ່ງບໍ່ເກີນ 06 ເດືອນ ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນຄັ້ງນີ້ ເປັນການຢັ້ງຢືນເຖິງການປັບປຸງຄຸນນະພາບຂອງສະມາຊິກພັກ, ແນໃສ່ຍົກສູງບົດບາດການນຳພາຂອງພັກ ແລະ ສະຖານພາບໃນດ້ານຕ່າງໆ ເປັນຕົ້ນ: ດ້ານຄຸນທາດການເມືອງ, ຄຸນສົມບັດ, ສິນທຳປະຕິວັດ ທັງເປັນການຄຸ້ມຄອງຕິດຕາມ, ກວດກາການປະຕິບັດໜ້າທີ່ການເມືອງ ຂອງຖັນແຖວພະນັກງານ-ສະມາຊິກພັກ ໃຫ້ສູງຂຶ້ນ.

ໃນຕອນທ້າຍຂອງພິທີ, ຍັງໄດ້ຮັບຟັງການໂອ້ລົມ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ອົງການກວດສອບແຫ່ງລັດ ເຊິ່ງສະຫາຍ ໄດ້ໂອ້ລົມ ແລະ ໃຫ້ຊີ້ທິດເຍືອງທາງ ຕໍ່ກັບສະມາຊິກພັກ ກໍ່ຄືບັນດາໜ່ວຍພັກ ໃຫ້ເອົາໃຈໃສ່ເສີມຂະຫຍາຍມູນເຊື້ອອັນດີງາມ, ຄຸນງາມຄວາມດີທີ່ຍາດມາໄດ້ນັ້ນ, ພ້ອມທັງສືບຕໍ່ການສຶກສາອົບຮົມການເມືອງ-ແນວຄິດ, ຄຸນສົມບັດ, ສິນທຳປະຕິວັດ ຂອງຖັນແຖວພະນັກງານ-ສະມາຊິກພັກ ໃຫ້ມີຄວາມຕໍ່ເນື່ອງ ແລະ ຖືກຕ້ອງກັບສະພາບຕົວຈິງ; ກໍ່ສ້າງ ແລະ ພັດທະນາສະມາຊິກພັກ ແລະ ໜ່ວຍພັກຂອງຕົນ ໃຫ້ມີຄວາມເຂັ້ມແຂງ ພ້ອມກັນຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ໃຫ້ຖືກທິດ, ເພື່ອປະຕິບັດໜ້າທີ່ຂອງຕົນ ໃຫ້ສຳເລັດຜົນຕາມເປົ້າໝາຍ ທີ່ພັກ-ລັດວາງອອກ ໃນແຕ່ລະໄລຍະ.
ຮູບພາບ ແລະ ຂ່າວສານໂດຍ: ກົມຈັດຕັ້ງ ອົງການກວດສອບແຫ່ງລັດ


