ປະທານ ອົງການກວດສອບແຫ່ງລັດ ຕ້ອນຮັບ ເອກອັກຄະລັດຖະທູດ ຕວັກກີ ປະຈຳ ສປປ ລາວ

        ໃນໂອກາດທີ່ມີຄວາມໝາຍສຳຄັນ ທີ່ ທ່ານ ທ່ານ ນ. ໂອຢ່າ ຢາຊາຣ, ເອກອັກຄະລັດຖະທູດ ຕວັກກີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້, ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ໄດ້ສະແດງຄວາມຍິນດີຕ້ອນຮັບ; ພ້ອມທັງ ຊົມເຊີຍ ແລະ ຕີລາຄາສູງ ຕໍ່ ທ່ານ ນ. ໂອຢ່າ ຢາຊາຣ, ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາຮັບໜ້າທີ່ເປັນເອກອັກຄະລັດຖະທູດ ຕວັກກີ ປະຈຳ ສປປ ລາວ ຄົນໃໝ່. ພ້ອມທັງເປັນການສືບຕໍ່ປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ. ຕວັກກີ ສະຖາປະນາສາຍພົວພັນການທູດ ຄົບຮອບ 68 ປີ (20 ມິຖຸນາ 1958 – 20 ມິຖຸນາ 2026) ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
       ໃນໂອກາດພົບປະກັນຄັ້ງນີ້, ທ່ານ ປະທານ ອົງການກວດສອບແຫ່ງລັດ ກໍໄດ້ສະເໜີ ທ່ານເອກອັກຄະລັກຖະທູດແຫ່ງ ຕວັກກີ ປະຈໍາ ສປປ ລາວ ກ່ຽວກັບ ການຮ່ວມມື ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ອົງການກວດສອບແຫ່ງລັດ ສ. ຕວັກກີ.
       ຈາກນັ້ນ, ທ່ານ ນ. ໂອຢ່າ ຢາຊາຣ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ, ປະທານອົງການກວດສອບແຫ່ງລັດ ພ້ອມຄະນະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນການເຂົ້າຢຽມຂໍ່ານັບໃນຄັ້ງນີ້ ແລະ ຍິນດີໃຫ້ການພົວພັນຮ່ວມມືຢ່າງຮອບດ້ານ ແນໃສ່ຮັບປະກັນ ໃນການປະຕິບັດວຽກງານ ດ້ານການທູດ ໃຫ້ມີຄວາມແໜ້ນແຟ້ນ ແລະ ໄດ້ຮັບຜົນສຳເລັດ ຫຼາຍຂຶ້ນກວ່າເກົ່າ ໂດຍສະເພາະການຊຸກຍູ້ການຮ່ວມມືລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ອົງການກວດສອບແຫ່ງລັດ ສ. ຕວັກກີ.
ໃນຕອນທ້າຍ ທ່ານ ນ. ໂອຢ່າ ຢາຊາຣ ໄດ້ອວຍພອນໃຫ້ທ່ານປະທານອົງການກວດສອບແຫ່ງລັດ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານອັນມີກຽດຂອງທ່ານ ແລະ ເຊື່ອໝັ້ນວ່າໃນຕໍ່ໜ້າຈະມີກິດຈະກຳອັນສະເພາະ ລະຫວ່າງ ອົງການກວດສອບແຫ່ງລັດ ສ. ຕວັກກີ ແລະ ອົງການກວດສອບແຫ່ງລັດ ສປປ ລາວ.
       ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນໃຫ້ ທ່ານ ນ. ໂອຢ່າ ຢາຊາຣ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຊີວິດສ່ວນຕົວ.
 
ຮູບພາບ ແລະ ຂ່າວສານໂດຍ: ຫ້ອງການ ອົງການກວດສອບແຫ່ງລັດ
Scroll to Top