ປະທານອົງການກວດສອບແຫ່ງລັດ ຕ້ອນຮັບ ທ່ານຫົວໜ້າຫ້ອງການກວດສອບອິນເດຍ ປະຈຳຢູ່ ກົວລາລຳເປີ, ປະເທດມາເລເຊຍ

       ໃນຕອນບ່າຍ ເວລາ 14:00 ໂມງ ຂອງວັນທີ 16 ກໍລະກົດ 2026 ທີ່ ອົງການກວດສອບແຫ່ງລັດ ສປປ ລາວ, ທ່ານ ພີ ວີ ຮາຣິ ກຣິສນາ (Mr. P. V. Hari Krishna), ຫົວໜ້າຫ້ອງການກວດສອບປະເທດອິນເດຍ ປະຈຳຢູ່ ກົວລາລຳເປີ, ປະເທດມາເລເຊຍ ພ້ອມດ້ວຍຜູ້ຕາງໜ້າຈາກ ສະຖານທູດອິນເດຍ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ວຽງທະວີສອນ ເທບພະຈັນ, ກຳມະການສູນກາງພັກ, ປະທານອົງການກວດສອບແຫ່ງລັດ ສປປ ລາວ ເພື່ອປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນກ່ຽວກັບແນວທາງການຮ່ວມມືລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ອົງການກວດສອບແຫ່ງລັດອິນເດຍ.
        ໃນໂອກາດດັ່ງກ່າວ, ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ສະແດງຄວາມຍິນດີ ແລະ ຕ້ອນຮັບ ທ່ານຫົວໜ້າຫ້ອງການກວດສອບອິນເດຍ ປະຈຳຢູ່ ກົວລາລຳເປີ, ປະເທດມາເລເຊຍ ທີ່ໄດ້ໃຫ້ກຽດເດີນທາງມາຢ້ຽມຢາມ ແລະ ພົບປະຫາລືຢ່າງເປັນທາງການ. ພ້ອມດຽວກັນ ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຄວາມຕັ້ງໃຈ ແລະ ຄວາມກະຕືລືລົ້ນຂອງຝ່າຍອິນເດຍ ທີ່ໄດ້ລິເລີ່ມການພົບປະຄັ້ງນີ້ ເພື່ອປຶກສາຫາລືເຖິງແຜນການຮ່ວມມືທີ່ມີທ່າອ່ຽງຄວາມເປັນໄປໄດ້ ໃນຫຼາຍຂົງເຂດ ເຊັ່ນ: ການຈັດຝຶກອົບຮົມ, ການສ້າງຂີດຄວາມສາມາດໃຫ້ແກ່ບຸກຄະລາກອນ, ການແລກປ່ຽນຄວາມຮູ້ ແລະ ບົດຮຽນວິຊາຊີບ ຕະຫຼອດຮອດການຮ່ວມມືດ້ານວິຊາການດ້ານການກວດສອບ.
        ການເຂົ້າຢ້ຽມຂ່ຳນັບໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ເປັນມິດ ແລະ ມີຄວາມໝາຍ ສະທ້ອນໃຫ້ເຫັນເຖິງເຈດຈຳນົງໃນການພັດທະນາສາຍພົວພັນການຮ່ວມມືດ້ານການກວດສອບ ໃຫ້ມີຄວາມໃກ້ຊິດ ແລະ ມີປະສິດທິຜົນຫຼາຍຂຶ້ນໃນຕໍ່ໜ້າ. ທ່ານປະທານອົງການກວດສອບແຫ່ງລັດ ຍັງໄດ້ສະແດງຄວາມປິຕິຍິນດີ ແລະ ຄວາມຫວັງເປັນຢ່າງຍິ່ງວ່າ ທ່ານຫົວໜ້າຫ້ອງການກວດສອບອິນເດຍ ປະຈຳຢູ່ ກົວລາລຳເປີ, ປະເທດມາເລເຊຍ ຈະນຳເອົາຜົນສຳເລັດຂອງການຢ້ຽມຢາມ ແລະ ການປຶກສາຫາລືໃນຄັ້ງນີ້ ໄປລາຍງານ ແລະ ຊຸກຍູ້ຕໍ່ ອົງການກວດສອບແຫ່ງລັດອິນເດຍ ເພື່ອພິຈາລະນາສ້າງ ແລະ ຂະຫຍາຍການຮ່ວມມືກັບ ອົງການກວດສອບແຫ່ງລັດ ສປປ ລາວ ໃນອະນາຄົດ.
        ນອກຈາກນັ້ນ, ທ່ານປະທານອົງການກວດສອບແຫ່ງລັດ ຍັງໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ ລັດຖະບານສາທາລະນະລັດອິນເດຍ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ມາໂດຍຕະຫຼອດ ໂດຍສະເພາະການໃຫ້ທຶນການສຶກສາ, ທຶນຝຶກອົບຮົມ ແລະ ໂຄງການພັດທະນາສັກກາຍະພາບໃນດ້ານຕ່າງໆ ທີ່ໄດ້ປະກອບສ່ວນສຳຄັນໃນການພັດທະນາຊັບພະຍາກອນມະນຸດ ແລະ ຍົກສູງຄຸນນະພາບການປະຕິບັດວຽກຂອງບຸກຄະລາກອນ ສປປ ລາວ.
     ໂອກາດດຽວກັນ, ທ່ານ ພີ ວີ ຮາຣິ ກຣິສນາ (Mr. P. V. Hari Krishna), ຫົວໜ້າຫ້ອງການກວດສອບປະເທດອິນເດຍ ປະຈຳຢູ່ ກົວລາລຳເປີ, ປະເທດມາເລເຊຍ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ທ່ານປະທານອົງການກວດສອບແຫ່ງລັດ, ກໍຄື ລັດຖະບານລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ອຳນວຍຄວາມສະດວກໃຫ້ແກ່ຕົນເອງ ໃນການປະຕິບັດໜ້າທີ່ ຢູ່ ສປປ ລາວ ຈົນສາມາດສຳເລັດຜົນຢ່າງຈົບງາມ. ພ້ອມທັງຢືນຢັນວ່າ ຈະສະໜັບສະໜູນ ແລະ ສົ່ງເສີມສາຍພົວພັນມິດຕະພາບ ລະຫວ່າງ ສອງສະຖາບັນກວດສອບລາວ-ອິນເດຍ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນໄປ.
        ໃນຕອນທ້າຍ, ທ່ານ ວຽງທະວີສອນ ເທບພະຈັນ ໄດ້ອວຍພອນໃຫ້ ຫົວໜ້າຫ້ອງການກວດສອບປະເທດອິນເດຍ ປະຈຳຢູ່ ກົວລາລຳເປີ, ປະເທດມາເລເຊຍ ຈົ່ງມີສຸຂະພາລານາໄມທີ່ສົມບູນ, ມີຄວາມສຸກ ແລະ ປະສົບຜົນສຳເລັດອັນຍິ່ງໃຫຍ່ກວ່າເກົ່າໃນການຮັບໜ້າທີ່ໃໝ່ທີ່ມີກຽດຂອງຕົນ.
 
ຮູບພາບ ແລະ ຂ່າວສານໂດຍ: ຫ້ອງການ ອົງການກວດສອບແຫ່ງລັດ
Scroll to Top