ກອງປະຊຸມວຽກງານປ້ອງກັນ ລະຫວ່າງ ຄະນະປ້ອງກັນພາຍໃນ ອົງການກວດສອບແຫ່ງລັດ ແລະ ກົມ 200 ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ

       ໃນຕອນເຊົ້າ ຂອງວັນທີ 21 ສິງຫາ 2026 ອົງການກວດສອບແຫ່ງລັດ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານປ້ອງກັນພາຍໃນຂຶ້ນ ລະຫວ່າງ ຄະນະປ້ອງກັນພາຍໃນ ອົງການກວດສອບແຫ່ງລັດ ແລະ ກົມ 200 ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ, ພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ສະຫາຍ ຕ້ອຍ ພົນທິລາດ ຄະນະປະຈໍາພັກ, ຮອງເລຂາຄະນະພັກ, ຮອງປະທານ ອົງການກວດສອບແຫ່ງລັດ ແລະ ສະຫາຍ ພັອ ສຸວັນ ທອງຈະເລີນ ຮອງປະທານກວດກາຄະນະພັກກະຊວງ ປກສ, ຄະນະພັກກົມໃຫຍ່ສັນຕິບານ, ຫົວໜ້າກົມ 200 ພ້ອມດ້ວຍຄະນະ ແລະ ຄະນະປ້ອງກັນພາຍໃນ ອົງການກວດສອບແຫ່ງລັດ ເຂົ້າຮ່ວມຢ່າງພ້ອມພຽງ.
        ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສະຫຼຸບການເຄື່ອນໄຫວວຽກງານປ້ອງກັນພາຍໃນໄລຍະຜ່ານມາ, ຮັບຟັງການເຜີຍແຜ່ບັນດາເອກະສານທີ່ຕິດພັນກັບວຽກງານປ້ອງກັນພາຍໃນ ພ້ອມກັນນັ້ນ ກໍ່ໄດ້ຈັດພິທີ ເຊັນກົນໄກການປະສານງານ ລະຫວ່າງ ຄະນະປ້ອງກັນພາຍໃນ ອົງການກວດສອບແຫ່ງລັດ ແລະ ກົມ 200 ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ຄືນໃໝ່.
        ໃນກອງປະຊຸມ, ສະຫາຍ ໄພຍະເວດ ໂພທິສານ ກຳມະການຄະນະພັກ, ຮອງປະທານຄະນະກວດກາພັກ ຫົວໜ້າກົມກວດກາ ໄດ້ຂຶ້ນຜ່ານ ບົດສະຫຼຸບການເຄື່ອນໄຫວວຽກງານປ້ອງກັນໄລຍະຜ່ານມາ ແລະ ວາງທິດທາງແຜນການເຄື່ອນໄຫວວຽກງານໃນຕໍ່ໜ້າ, ເຊິ່ງໂດຍລວມ ເຫັນວ່າສະພາບການພາຍໃນ ໄລຍະຜ່ານມາ ແມ່ນມີຄວາມສະຫງົບໂດຍພື້ນຖານ, ບໍ່ມີປະກົດການຫຍໍ້ທໍ້ເກີດຂຶ້ນໃນຖັນແຖວ ສະມາຊິກພັກ, ພະນັກງານ-ລັດຖະກອນ ຂອງອົງການກວດສອບແຫ່ງລັດ, ໂດຍສະເພາະ ການເພີ່ມທະວີຄວາມເອົາໃຈໃສ່ ໃນການຈັດຕັ້ງຜັນຂະຫຍາຍບັນດານິຕິກໍາ ທີ່ຕິດພັນກັບວຽກງານປ້ອງກັນພາຍໃນ ໃຫ້ເຂັ້ມງວດ, ເອົາໃຈໃສ່ປະສານສົມທົບ ແລະ ແລກປ່ຽນຖອດຖອນບົດຮຽນ ກັບກົມ 200 ເພື່ອຂັບເຄື່ອນວຽກງານ ແລະ ວິທີການແກ້ໄຂປະກົດການຫຍໍ້ທໍ້ ໃຫ້ຖືກຈຸດ ແລະ ທັນການ. ຈາກນັ້ນ ໃນທີ່ປະຊຸມ ໄດ້ຮັບຟັງການເຜີຍແຜ່ເອກະສານສຳຄັນ ທີ່ກ່ຽວຂ້ອງກັບວຽກງານປ້ອງກັນພາຍໃນສໍານັກງານ-ອົງການ ຈໍານວນ 3 ສະບັບ ຄື: ຂໍ້ຕົກລົງ ວ່າດ້ວຍລະບຽບການປ້ອງກັນປົກປັກຮັກສາຄວາມລັບຂອງຊາດ ເຊິ່ງເຜີຍແຜ່ໂດຍ ສະຫາຍ ພັອ ສຸວັນ ທອງຈະເລີນ ຮອງປະທານກວດກາພັກກະຊວງ ກະຊວງປ້ອງກັນຄວາມະສຫງົບ, ຄະນະພັກກົມໃຫຍ່ສັນຕິບານ, ເລຂາໜ່ວຍພັກ, ຫົວໜ້າກົມ 200 ກະຊວງປ້ອງກັນຄວາມສະຫງົບ, ເຊິ່ງສະຫາຍໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດວຽກງານຕົວຈິງໃນໄລຍະຜ່ານມາ, ຮູບແບບການສ້າງປະກົດການຫຍໍ້ທໍ້ຂອງຜູ້ບໍ່ຫວັງດີ ແລະ ວິທີການແກ້ໄຂໃນຕໍ່ໜ້າ; ພ້ອມດຽວກັນນັ້ນ ສະຫາຍ ພັອ ເສັດທິລາດ ວິລັດດາວົງ ປະທານກວດກາໜ່ວຍພັກ, ຮອງຫົວໜ້າກົມ 200 ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ກໍ່ໄດ້ເຜີຍແຜ່ເອກະສານ ກ່ຽວກັບ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະປ້ອງກັນພາຍໃນສຳນັກງານ-ອົງການ ແລະ ອົງການຈັດຕັ້ງມະຫາຊົນ ແລະ ຂໍ້ຕົກລົງວ່າດ້ວຍລະບຽບການປ້ອງກັນພາຍໃນ.
        ພາຍຫຼັງສຳເລັດການເຜີຍແຜ່ເອກະສານດັ່ງກ່າວ ທັງສອງພາກສ່ວນ ໄດ້ລົງນາມເຊັນບົດບັນທຶກວ່າດ້ວຍການປະສານງານຮ່ວມກັນ ເພື່ອໃຫ້ແທດເໝາະກັບສະພາບຕົວຈິງ ໃນປັດຈຸບັນ.
        ໃນຕອນທ້າຍຂອງກອງປະຊຸມ ກໍ່ຍັງໄດ້ຮັບຟັງການມີຄຳເຫັນແລກປ່ຽນ ຂອງ ສະຫາຍ ຕ້ອຍ ພົນທິລາດ, ຄະນະປະຈໍາພັກ, ຮອງເລຂາຄະນະພັກ, ຮອງປະທານ ອົງການກວດສອບແຫ່ງລັດ, ເຊິ່ງສະຫາຍ ໄດ້ສະແດງຄວາມຂອບອົກຂອບໃຈ ທີ່ທັງສອງພາກສ່ວນ ໄດ້ມີຄວາມເອົາໃຈໃສ່ໃນການປະສານສົບທົບວຽກງານນຳກັນໃນໄລຍະຜ່ານມາ ແລະ ໃນຕໍ່ໜ້າ ກໍ່ຍັງສືບຕໍ່ປະສານສົມທົບເຮັດວຽກຮ່ວມກັນຫຼາຍຂຶ້ນ, ທັງແລກປ່ຽນ ແລະ ຖອດຖອນບົດຮຽນ ກ່ຽວກັບວຽກງານປ້ອງກັນພາຍໃນ ສໍານັກງານ-ອົງການ ຮ່ວມກັນ, ພ້ອມນັ້ນ ທ່ານຍັງໄດ້ສະແດງຄວາມຊົມເຊີຍ ທີ່ທັງສອງພາກສ່ວນ ມີຄວາມພະຍາຍາມຈັດໃຫ້ມີກອງປະຊຸມດັ່ງກ່າວຂຶ້ນ ເຊິ່ງຖືວ່າເປັນຜົນສຳເລັດອັນສຳຄັນ ໃນຂອດການປະສານງານຂອງທັງສອງພາກສ່ວນ ແລະ ຊີ້ນໍາໃຫ້ຄະນະປ້ອງກັນພາຍໃນ ອົງການກວດສອບແຫ່ງລັດ ໃຫ້ເພີ່ມຄວາມເອົາໃຈໃສ່ ໃນການຈັດຕັ້ງຜັນຂະຫຍາຍ ບັນດານິຕິກຳທີ່ໄດ້ເຜີຍແຜ່ໃນກອງປະຊຸມຄັ້ງນີ້ ດ້ວຍຮູບແບບ ແລະ ວີທີການຕ່າງໆ ໂດຍໃຫ້ສອດຫ້ອຍເຂົ້າກັບການເຄື່ອນໄຫວວຽກງານ ໃນແຕ່ລະໄລຍະ, ພ້ອມທັງເອົາໃຈໃສ່ ການປະສານສົມທົບແລກປ່ຽນກັບກົມ 200 ໃນການຂັບເຄື່ອນວຽກງານ ພາຍໃຕ້ຂອດປະສານງານ ທີ່ໄດ້ເຊັນຮັບຮອງ ຕາມຄວາມເໝາະສົມ.
 
ຮູບພາບ ແລະ ຂ່າວສານໂດຍ: ກົມຈັດຕັ້ງ ອົງການກວດສອບແຫ່ງລັດ
Scroll to Top