ປະທານອົງການກວດສອບແຫ່ງລັດ ຕ້ອນຮັບເອກອັກຄະລັດຖະທູດ ສ.ຕ໋ວກກີ້ ປະຈຳສປປລາວ

        ໃນວັນທີ 09 ເມສາ 2024 ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ ສປປ ລາວ ໄດ້ຕ້ອນຮັບທ່ານ ໂອຼຮັນ ເອີຊຶກ (Mr. Orhan ISIK) ເອກອັກຄະລັດຖະທູດ ສ. ຕ໋ວກກີ້ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບເນື່ອງໃນໂອກາດທີ່ທ່ານມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສ. ຕ໋ວກກີ້ ປະຈຳ ສປປ ລາວ.

        ໃນໂອກາດທີ່ມີຄວາມໝາຍສຳຄັນຄັ້ງນີ້, ທ່ານ ວຽງທະວີສອນ ເທບພະຈັນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ ທ່ານ ໂອຼຮັນ ເອີຊຶກ (Mr. Orhan ISIK) ທີ່ໄດ້ມາດໍາລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສ. ຕ໋ວກກີ້ ປະຈຳ ສປປ ລາວ. ບົນພື້ນຖານການພົວພັນຮ່ວມມືໃນໄລຍະຜ່ານມາທາງສະຖານເອກອັກຄະລັດຖະທູດ ສ.ຕ໋ວກກີ້ ປະຈຳ ສປປ ລາວ ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານການທູດຢ່າງຕັ້ງໜ້າ ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນການທູດ ກໍຄືການຮ່ວມມືໃນດ້ານຕ່າງໆຢ່າງແໜ້ນແຟ້ນ ລະຫວ່າງ ລັດຖະບານກໍຄືປະຊາຊົນສອງຊາດ ລາວ-ຕ໋ວກກີ້ໃຫ້ມີຄວາມໜັກແໜ້ນ ແລະ ໄດ້ຮັບການພັດທະນາຂຶ້ນເລື່ອຍໆ. ໃນໂອກາດທີ່ທ່ານ ໂອຼຮັນ ເອີຊຶກ (Mr. Orhan ISIK) ເຂົ້າຢ້ຽມຢາມຄັ້ງນີ້, ທ່ານປະທານອົງການກວດສອບແຫ່ງລັດ ໄດ້ແລກປ່ຽນບົດຮຽນ ແລະ ສະເໜີທ່ານເອກອັກຄະລັດຖະທູດ ສ. ຕ໋ວກກີ້ປະຈໍາສປປລາວ ຄົນໃໝ່ ສືບຕໍ່ຊ່ວຍຊຸກຍູ້ແລະໃຫ້ການສະໜັບສະໜູນແກ່ອົງການກວດສອບແຫ່ງລັດ ຄື:

  1. ສະເໜີພິຈາລະນາ ໃຫ້ສະຖານທູດ ສ. ຕ໋ວກກີ້ ແນະນຳ ແລະ ຄົ້ນຄວ້າໂຄງການຈັດຝຶກອົມຮົມແລກປ່ຽນໃນຂົງເຂດກວດສອບແຫ່ງລັດ;
  2. ສະເໜີຊ່ວຍໃຫ້ມີກິດຈະກຳເພື່ອສ້າງຄວາມເຂັ້ມແຂງໃຫ້ອົງການກວດສອບປະຈຳພາກ ແລະ ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ;
  3. ແນະນຳຊ່ອງທາງໃຫ້ອົງການກວດສອບແຫ່ງລັດ ສປປ ລາວ ແລະ ສານກວດສອບບັນຊີ ຕ໋ວກກີ້ (Turkish Court of Account) ແລະ ແລກປ່ຽນຄວາມຮູ້ຮ່ວມກັນ.

        ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ໂອຼຮັນ ເອີຊຶກ (Mr. Orhan ISIK) ເອກອັກຄະລັດຖະທູດ ສ. ຕ໋ວກກີ້ປະຈຳ ສປປ ລາວໄດ້ສະແດງຄວາມຂອບໃຈ ມາຍັງທ່ານ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ; ພ້ອມທັງສະແດງຄວາມຂອບໃຈຕໍ່ລັດຖະບານ ກໍ່ຄື ບັນດາການນຳພັກ, ລັດຖະບານ ຂອງ ສປປ ລາວ, ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນ ແລະ ອຳນວຍຄວາມສະດວກຕະຫຼອດໄລຍະການານປະຕິບັດໜ້າທີ່ການທູດຂອງຕົນຈົົນປະຕິບັດໜ້າທີ່ການທູດຂອງທ່ານ ແລະ ໃນຕອນທ້າຍ ທ່ານ ເອກອັກຄະລັດຖະທູດ ສ. ຕ໋ວກກີ້ ປະຈໍາ ສປປ ລາວ ໄດ້ອວຍພອນໃຫ້ທ່ານປະທານ ອົງການກວດສອບແຫ່ງລັດ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານອັນມີກຽດຂອງທ່ານ ແລະ ເຊື່ອໝັ່ນວ່າໃນສະເພາະໜ້າ ແລະ ຍາວນານ ສ. ຕ໋ວກກີ້ກໍ່ຄືສະຖານທູດ ຈະເພີ່ມທະວີສາຍພົວພັນຮ່ວມມື ແລະ ໃຫ້ການຊ່ວຍເຫຼືອອົງການກວດສອບແຫ່ງລັດ ສປປ ລາວ ໃຫ້ມີຄວາມເຂັ້ມແຂງຍິ່ງໆຂຶ້ນ.

        ພ້ອມນັ້ນ, ປະທານ ອົງການກວດສອບແຫ່ງລັດ ໄດ້ອວຍພອນໃຫ້ທ່ານທູດຈົ່ງເພິ່ມທະວີສາຍພົວພັນຮ່ວມມື ລະຫວ່າງ ອົງການກວດສອບແຫ່ງລັດ ແລະ ສະຖານເອກອັກຄະລັດຖະທູດ ສ. ຕ໋ວກກີ້ ປະຈຳ ສປປ ລາວ ແລະ ອວຍພອນ     ໃຫ້ທ່ານທູດຈົ່ງສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນມີກຽດຂອງທ່ານ.

        ຮູບພາບ ແລະ ຂ່າວສານໂດຍ: ພະແນກເຕັກໂນໂລຊີ ແລະ ການສື່ສານ, ອົງການກວດອສບແຫ່ງລັດ.

Scroll to Top