ຊົມເຊີຍຜົນງານການປະກອບສ່ວນໃນການພັດທະນາວຽກງານກວດສອບຂອງ ສະຫາຍ ເຄນ ລໍວັນໄຊ ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານອົງການກວດສອບແຫ່ງລັດ ອອກພັກການ-ຮັບອຸດໜູນບຳນານ

       
        ໃນວັນທີ 18 ກຸມພາ 2025 ທີ່ອົງການກວດສອບແຫ່ງລັດ ໄດ້ມີການປະກາດການຈັດຕັ້ງ ພະນັກງານການນໍາຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ ຕາມມະຕິຕົກລົງ ຂອງຄະນະ ເລຂາທິການສູນກາງພັກ ສະບັບເລກທີ 330/ຄລສພ, ລົງວັນທີ 02 ມັງກອນ 2025 ເຊິ່ງໄດ້ຕົກລົງ ໃຫ້ທ່ານ ເຄນ ລໍວັນໄຊ ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານອົງການກວດສອບແຫ່ງລັດ ອອກພັກການ-ຮັບອຸດໜູນບຳນານ.
ຕະຫຼອດໄລຍະເວລາທີ່ທ່ານ ໄດ້ເຂົ້າມາສັງກັດໃນການຈັດຕັ້ງຂອງພັກ, ຂອງລັດ ນັບແຕ່ເປັນ ວິຊາການ ຈົນຮອດຂັ້ນດຳລົງຕຳແໜ່ງເປັນຮອງປະທານອົງການກວດສອບແຫ່ງລັດ ທ່ານໄດ້ສຸມທຸກເຫື່ອແຮງ ແລະ ສະຕິປັນຍາໃນການເຄື່ອນໄຫວຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດວຽກງານ ແລະ ປະກອບສ່ວນໃນການພັດທະນາວຽກງານ ຢູ່ກະຊວງການເງິນ, ກະຊວງຍຸຕິທຳ ແລະ ອົງການກວດສອບແຫ່ງລັດ ເຫັນວ່າມີຜົນສໍາເລັດໃນຫຼາຍດ້ານ ແລະ ມີການພັດທະນາໃນທາງທີ່ດີຂຶ້ນເປັນກ້າວໆ. ເຊິ່ງທ່ານເອງພາຍຫຼັງທີ່ໄດ້ຮັບການແຕ່ງຕັ້ງເປັນຮອງປະທານອົງການກວດສອບແຫ່ງລັດ ກໍ່ໄດ້ຮັບມອບໝາຍ ໃຫ້ຊ່ວຍວຽກທ່ານ ປະທານ ອົງການກວດສອບແຫ່ງລັດ ແລະ ຮັບຜິດຊອບຊີ້ນໍາວຽກງານກວດສອບອົງການຈັດຕັ້ງລັດ, ວຽກງານກວດສອບວິສາຫະກິດ, ວຽກງານກວດສອບໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ, ວຽກງານກວດສອບທະນາຄານ, ວຽກງານສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ, ວຽກງານກວດກາ, ວຽກງານຈັດຕັ້ງພັກ-ພະນັກງານ ແລະ ວຽກງານອື່ນໆອີກຈໍານວນໜຶ່ງ.
        ໃນການເຂົ້າຮັບອຸດໜູນບຳນານຂອງສະຫາຍ ເຄນ ລໍວັນໄຊ ໃນຄັ້ງນີ້, ແມ່ນເປັນການປະຕິບັດ ຕາມກົດລະບຽບຂອງພັກ, ກົດລະບຽບຂອງລັດຖະກອນ ທີ່ໄດ້ກຳນົດໄວ້. ສະນັ້ນ, ເມື່ອຮອດກຳນົດກໍ່ຕ້ອງໄດ້ຮັບການເຂົ້າຮັບອຸດໜູນບຳນານຕາມລະບຽບການ. ແຕ່ເຖິງແນວໃດກໍ່ຕາມ ທ່ານເອງກໍ່ເປັນ ບຸກຄົນໜຶ່ງ ທີ່ເປັນພະນັກງານຫຼັກແຫຼ່ງຂອງອົງການກວດສອບແຫ່ງລັດ ເປັນສະມາຊິກພັກທີ່ດີ, ມີ ຄວາມຍຶດໝັ້ນຕໍ່ອຸດົມການຂອງພັກ ຂອງລັດ, ທັງເປັນແບບຢ່າງທີ່ດີ ໃຫ້ແກ່ສະມາຊິກພັກ ແລະ ມະຫາຊົນໃນລຸ້ນຕໍ່ໄປ ເພື່ອເປັນເຂັມທິດເຍືອງທາງ ແລະ ຮັກສາມູນເຊື້ອອັນດີງາມຕະຫລອດໄປ. ສະນັ້ນ, ສະມາຊິກພັກ-ພະນັກງານ ພາຍໃນອົງການກວດສອບແຫ່ງລັດ ຂອງພວກເຮົາກໍ່ຈະໄດ້ຖອດຖອນບົດຮຽນທີ່ດີ ໃນການນໍາພາ-ຊີ້ນໍາວຽກງານຂອງທ່ານ ມາເປັນບົດຮຽນເພື່ອໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງໃຫ້ເກີດຜົນປະໂຫຍດອັນສູງສຸດ.
 
ຂ່າວສານ ແລະ ຮູບພາບໂດຍ: ພະແນກເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ອົງການກວດສອບແຫ່ງລັດ.
Scroll to Top