ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກວດສອບແຫ່ງລັດ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025

        ອົງການກວດສອບແຫ່ງລັດ ໄດ້ຈັດກອງປະຊຸມສະຫລຸບວຽກງານກວດສອບ ປະຈຳປີ ຂຶ້ນໃນວັນທີ 20 ກຸມພາ 2024 ທີ່ໂຮງແຮມຮໍລິເດອິນ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສຳຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ, ມີບັນດາທ່ານຮອງປະທານ ອົງການກວດສອບແຫ່ງລັດ, ຄະນະນໍາ ແລະ ພະນັກງານອົງການກວດສອບປະຈໍາພາກ, ບັນດາກົມ ແລະ ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ ເຂົ້າຮ່ວມ.

         ກອງປະຊຸມໃນຄັ້ງນີ້ໄດ້ລາຍງານການເຄື່ອນໄຫວວຽກງານກວດສອບແຫ່ງລັດ ປະຈຳປີ 2024, ທິດທາງແຜນການເຄື່ອນໄຫວ ປີ 2025 ແລະ ລາຍງານຜົນການກວດສອບ ປະຈໍາປີ 2023 ຂອງອົງການກວດສອບແຫ່ງລັດ ແລະ ປຶກສາລືແລກປ່ຽນບົດຮຽນ 5 ບັນຫາຕິດພັນກັບວຽກງານວິຊາສະເພາະກວດສອບ ຄື: 1). ການສ້າງແຜນກວດສອບ, 2). ການກວດສອບເງິນເກີນແຜນ, 3). ການຊຸກຍູ້ ແລະ ຕິດຕາມແກ້ໄຂຜົນການກວດສອບ, 4). ການສະຫລຸບຜົນການກວດສອບ, 5). ການກະກຽມບົດລາຍງານຜົນການກວດສອບ ລະຫວ່າງ ອົງການກວດສອບປະຈໍາພາກ, ບັນດາກົມວິຊາສະເພາະ ກັບ ກົມປະເມີນຄຸນນະພາບການກວດສອບ ແລະ ເປົ້າໝາຍຖືກກວດສອບ ເພື່ອຍົກສູງຄຸນນະພາບການແກ້ໄຂຜົນການກວດສອບ.

         ທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ ໄດ້ລາຍງານການເຄື່ອນໄຫວວຽກງານກວດສອບແຫ່ງລັດ ປີ 2024, ທິດທາງແຜນການເຄື່ອນໄຫວປີ 2025 ແລະ ລາຍງານຜົນການກວດສອບ ປະຈໍາ 2023 ໂດຍໄດ້ຍົກໃຫ້ເຫັນ​ວ່າ: ໃນໄລຍະ 01 ປີຜ່ານມາອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈໍາພາກ ໄດ້ເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະກວດສອບ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການກວດສອບແຫ່ງລັດ, ມະຕິກອງປະຊຸມສະພາແຫ່ງຊາດ, ມະຕິກອງປະຊຸມສະພາປະຊາຊົນຂັ້ນແຂວງ, ແຜນການເຄື່ອນໄຫວຽກງານປະຈໍາປີ ໄດ້ຮັບຜົນສໍາເລັດ ເປັນຢ່າງດີຄື: ໃນປີ 2023 ໄດ້ດໍາເນີນການກວດສອບເອກະສານລາຍງານການເງິນ, ຄວາມສອດຄ່ອງທາງດ້ານກົດໝາຍ ແລະ ຜົນການຈັດຕັ້ງປະຕິບັດ ຕາມແຜນ ຈໍານວນ 117 ເປົ້າໝາຍ, ມີການກວດສອບເພີ່ມຕື່ມອີກ 3 ເປົ້າໝາຍ,​ ລວມເປັນ 120 ເປົ້າໝາຍ ເທົ່າກັບ 102.56% ຂອງແຜນການ ໃນນັ້ນ: ກວດສອບງົບປະມານແຫ່ງລັດລັດໄດ້ 30 ເປົ້າໝາຍ, ທະນາຄາານ 10 ເປົ້າໝາຍ, ວິສາຫະກິດລັດລົງທຶນ 12 ເປົ້າໝາຍ, ໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອ 18 ເປົ້າໝາຍ, ອົງການກວດສອບປະຈຳພາກເໜືອ 01: 10 ເປົ້າໝາຍ, ອົງການກວດສອບປະຈໍາພາກເໜືອ 02: 10 ເປົ້າໝາຍ, ອົງການກວດສອບປະຈຳພາກກາງ 01: 12 ເປົ້າໝາຍ, ອົງການກວດສອບປະຈໍາພາກກາງ 02: 07 ເປົ້າໝາຍ, ອົງການກວດສອບປະຈໍາພາກໃຕ້  11 ເປົ້າໝາຍ. ໄດ້ສໍາເລັດການສ້າງບົດສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານປະຈໍາປີ ແລະ ຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ຜົນການກວດສອບເອກະສານລາຍງານການເງິນຂອງ ທະນາຄານແຫ່ງ ສປປ ລາວ, ທະນາຄານ, ທຸລະກິດ, ບໍລິສັດລັດລົງທຶນ ແລະ ຜົນການກວດສອບໂຄງການລົງທຶນຂອງລັດ ແລະ ພ້ອມນີ້ກໍ່ໄດ້ສະຫຼຸບລາຍງານຕໍ່ປະທານປະເທດ, ນາຍົກລັດຖະມົນຕີ, ຄະນະປະຈໍາສະພາແຫ່ງຊາດ, ກອງປະຊຸມສະພາແຫ່ງຊາດ, ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ແລະ ກອງປະຊຸມສະພາປະຊາຊົນຂັ້ນແຂວງ.

ໃນປີ 2025 ອົງການກວດສອບແຫ່ງລັດ ຈະໄດ້ສືບຕໍ່ປະຕິບັດ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຊຶ່ງຈະໄດ້ດໍາເນີນການກວດສອບ ຈໍານວນ 155 ເປົ້າໝາຍ, ໃນ​ນັ້ນ: ກວດ​ສອບ​ອົງການຈັດ​ຕັ້ງ​ລັດ 28 ເປົ້າ​ໝາຍ, ​ກວດສອບທະ­ນາ­ຄານ 15 ເປົ້າ​ໝາຍ, ກວດສອບວິ​ສາ​ຫະ​ກິດ 15 ເປົ້າ​ໝາຍ, ກວດສອບໂຄງການ 18 ເປົ້າ​ໝາຍ, ອົງການ​ກວດ​ສອບປະ­ຈໍາ​ພາກ​ເໜືອ 1 ຈໍາ​ນວນ 16 ເປົ້າໝາຍ, ອົງ­ການ​ກວດ​ສອບ​ປະ­ຈໍາ​ພາກ​ເໜືອ 2 ຈໍາ​ນວນ 12 ເປົ້າ​ໝາຍ,  ອົງ­ການ​ກວດ​ສອບ​ປະ­ຈໍາ​ພາກ​ກາງ 1 ຈໍາ​ນວນ 18 ເປົ້າ​ໝາຍ, ອົງ­ການ​ກວດ​ສອບ​ປະ­ຈໍາ​ພາກ​ກາງ 2 ຈໍາ​ນວນ 13 ເປົ້າ​ໝາຍ, ອົງ­ການ​ກວດ​ສອບ​ປະ­ຈໍາ​ພາກ​ໃຕ້ ຈໍາ​ນວນ 20 ເປົ້າ​ໝາຍ.

ຂ່າວສານ ແລະ ຮູບພາບໂດຍ: ພະແນກເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ອົງການກວດສອບແຫ່ງລັດ.

Scroll to Top