ປະທານ ອົງການກວດສອບແຫ່ງລັດ ສປປ ລາວ ຕ້ອນຮັບຄະນະຜູ້ແທນຈາກສຳນັກງານກວດສອບແຫ່ງຊາດ ມົງໂກລີ

        ໃນວັນທີ 11 ກຸມພາ 2025 ທີ່ສຳນັກງານ ອົງການກວດສອບແຫ່ງລັດ, ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ສປປ ລາວ ໄດ້ໃຫ້ກຽດຮັບຕ້ອນການມາຢ້ຽມຢາມ ແລະ ເຮັດວຽກຂອງ ທ່ານ ຊັກຈາວ ເຕເລັກ (ZAGDJAV Deleg) ປະທານສຳນັກງານກວດສອບແຫ່ງຊາດ ມົງໂກລີ ພ້ອມດ້ວຍຄະນະ ທີ່ອົງການກວດສອບແຫ່ງລັດ ສປປ ລາວ ເຊິ່ງສອງຄະນະຈະໄດ້ພົບປະ ແລະ ເຮັດວຽກຮ່ວມກັນຮອດວັນທີ 14 ກຸມພາ 2025.

        ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ທ່ານ ຊັກຈາວ ເຕເລັກ (ZAGDJAV Deleg) ປະທານສຳນັກງານກວດສອບແຫ່ງຊາດ ມົງໂກລີ ພ້ອມດ້ວຍຄະນະ ໃນຄັ້ງນີ້, ຄະນະຜູ້ແທນຈະໄດ້ເຂົ້າຮ່ວມພົບປະສອງຝ່າຍ, ຮ່ວມພິທີລົງນາມຂໍ້ຕົກລົງວ່າດ້ວຍການຮ່ວມມືສອງຝ່າຍ ໃນຂົງເຂດວຽກງານກວດສອບແຫ່ງລັດ; ພ້ອມດຽວກັນນັ້ນ ກໍ່ຈະໄດ້ຈັດກອງປະຊຸມຸຖອດຖອນບົດຮຽນດ້ານວິຊາການ ບົນພື້ຖານຜັນຂະຫຍາຍການຮ່ວມມື ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ກັບສຳນັກງານກວດສອບແຫ່ງຊາດ ມົງໂກລີ .

        ການພົບປະສອງຝ່າຍໃນຄັ້ງນີ້, ບໍ່ພຽງແຕ່ເປັນຂີດໝາຍໃນການສືບຕໍ່ ເສີມຂະຫຍາຍສາຍພົວພັນຮ່ວມມື ພາຍໃຕ້ຂອບການຮ່ວມມືສອງຝ່າຍ, ຫາກຍັງເປັນການສ້າງຊຸກຍູ້ຊ່ວຍເຫຼືອ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ເພື່ອພັດທະນາຂະແໜງການກວດສອບແຫ່ງລັດ ຂອງສອງປະເທດ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ;  ພ້ອມດຽວກັນນັ້ນ, ກໍ່ເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ລາວ-ມົງໂກລີ ກໍ່ຄືການເສີມຂະຫຍາຍສາຍພົວພັນທາງການທູດ ຄົບຮອບ 63 ປີ (12/09/1962-12/09/2025).

        ກອງປະຊຸມພົບປະສອງຝ່າຍຄັ້ງນີ້, ນອກຈາກຄະນະຜູ້ແທນທັງສອງຝ່າຍ ໄດ້ແຈ້ງກ່ຽວກັບສະພາບການພັດທະນາເສດຖະ ກິດ-ສັງຄົມ ແລະ ເຄື່ອນໄຫວທີ່ພົ້ນເດັ່ນ ຂອງວຽກງານການກວດສອບ ແລ້ວ, ຍັງມີກອງປະຊຸມແລກປ່ຽນຖອດຖອນບົດຮຽນດ້ານວິຊາການ 02 ຫົວຂໍ້ສໍາຄັນຄື: 1). ການກວດສອບການຄຸ້ມຄອງດ້ານການຂຸດຄົ້ນບໍ່ແຮ້ (Mining Management Auditing ); ແລະ 2). ການກຳນົດຄວາມສ່ຽງໃນການກວດສອບ (Risk-Based Auditing).

        ໃນໂອກາດການພົບປະ ແລະ ເຮັດວຽກຮ່ວມກັນຄັ້ງນີ້, ອົງການກວດສອບແຫ່ງລັດ ສປປ ລາວ ກັບສຳນັກງານກວດສອບແຫ່ງຊາດ ມົງໂກລີ ກໍ່ໄດ້ທົບທວນຄືນຜົນສໍາເລັດ ແລະ ທິດທາງການຮ່ວມມືສອງຝ່າຍ ເພື່ອພັດທະນາຂະແໜງການກວດສອບແຫ່ງລັດ ຂອງສອງປະເທດ ໃຫ້ມີການເຕີບໃຫຍ່, ເຂັ້ມແຂງ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ ໃນຕໍ່ໜ້າ ຄື:

  1. ສະເໜີໃຫ້ມີການພັດປ່ຽນ ພົບປະ-ຢ້ຽມຢາມ ຂອງການນຳສອງຝ່າຍຢ່າງເປັນປົກກະຕິ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ;
  2. ສະເໜີສືບຕໍ່ແລກປ່ຽນບົດຮຽນດ້ານວິຊາການ ແລະ ຂໍ້ມູນຂ່າວສານ ໃນຂົງເຂດວຽກງານກວດສອບແຫ່ງລັດ ດ້ວຍຮູບແບບການຝຶກອົບຮົມ ແລະ ກອງປະຊຸມແລກປ່ຽນໃນຫົວຂໍ້ທີ່ທັງສອງຝ່າຍມີຄວາມສົນໃຈ ພ້ອມທັງ ສະໜັບສະໜູນເຊິ່ງກັນ ແລະ ກັນ ແລະ ໃນເວທີພາກພື້ນ ແລະ ສາກົນ.

        ໃນໂອກາດທີ່ມີຄວາມໝາຍສຳຄັນດັ່ງກ່າວ, ທ່ານ ຊັກຈາວ ເຕເລັກ (ZAGDJAV Deleg) ປະທານສຳນັກງານກວດສອບແຫ່ງຊາດ ມົງໂກລີ ໄດ້ກ່າວສະແດງຄວາມຂອບໃຈ ທ່ານ ທ່ານ ວຽງທະວີສອນ ເທບພະຈັນ ທີ່ໄດ້ໃຫ້ການຮັບຕອນເປັນຢ່າງດີ ພ້ອມທັງສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນອົງການກວດສອບແຫ່ງລັດ ສປປ ລາວ ແລະ ໃນຕອນທ້າຍຂອງກອງປະຊຸມ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ປະທານອົງການກວດອບແຫ່ງລັດ ສປປ ລາວ      ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ຊັກຈາວ ເຕເລັກ (ZAGDJAV Deleg) ປະທານສໍານັກງານກວດສອບແຫ່ງຊາດ ມົງໂກລີ; ພ້ອມຄະນະ ທີ່ໄດ້ມາຢ້ຽມຢາມ ແລະ ແບ່ງປັນຄວາມຮູ້ໃຫ້ແກ່ອົງການກວດສອບແຫ່ງລັດ ສປປ ລາວ. ພ້ອມທັງ ອວຍພອນໃຫ້ ທ່ານ ພ້ອມຄະນະ ເດີນທາງກັບ ປະເທດດ້ວຍຄວາມສະຫວັດດີພາບ.

        ພາຍຫຼັງກອງປະຊຸມພົບປະສອງຝ່າຍສຳເລັດ, ທ່ານ ຊັກຈາວ ເຕເລັກ (ZAGDJAV Deleg) ປະທານສຳນັກງານກວດສອບແຫ່ງຊາດ ມົງໂກລີ, ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ປະທານສະພາແຫ່ງຊາດ ແລະ ປະທານ ອົງການກວດກາແຫ່ງລັດ.

ຂ່າວສານ ແລະ ຮູບພາບໂດຍ: ພະແນກເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ອົງການກວດສອບແຫ່ງລັດ.

Scroll to Top