
ໃນວັນທີ 01 ທັນວາ 2025 ອົງການກວດສອບແຫ່ງລັດ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ແກ່ພະນັກງານ ປະຈໍາການ ແລະ ພະນັກງານບໍານານ ຂອງອົງການກວດສອບແຫ່ງລັດ ພາຍໃຕ້ການເປັນປະທານຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ, ປະທານອົງການກວດສອບແຫ່ງລັດ; ເຂົ້າຮ່ວມມີພະນັກງານຫຼັກແຫຼ່ງ, ພະນັກງານອາວຸໂສບໍານານ ອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈຳພາກກາງ 1 ເຂົ້າຮ່ວມຢ່າງພ້ອມພຽງ.

ເພື່ອຫວນຄືນເຖິງ ວັນມະຫາໄຊຊະນະ ຈິດວິນຍານແຫ່ງການປະຕິວັດຊາດປະຊາທິປະໄຕ ລະນຶກເຖິງຜົນງານ ແລະ ການເສຍສະຫຼະອັນຍິ່ງໃຫຍ່ ຂອງປະທານໄກສອນ ພົມວິຫານ, ປະທານ ສຸພານຸວົງ, ບັນດາຜູ້ນໍາ, ນັກຮົບປະຕິວັດ, ວິລະຊົນ, ສະມາຊິກພັກ-ພະນັກງານ ຕະຫຼອດຮອດປະຊາຊົນ ລາວບັນດາເຜົ່າ ທີ່ໄດ້ອຸທິດໃຫ້ແກ່ພາລະກິດ ຕໍ່ສູ້ກູ້ຊາດຢ່າງພິລະອາດຫານ ຈົນສາມາດຍາດໄດ້ເອກະລາດແຫ່ງຊາດ ແລະ ປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.

ສະຫາຍ ບຸນເລີດ ເທບວົງສາ ຄະນະປະຈຳພັກ, ຮອງປະທານອົງການກວດສອບແຫ່ງລັດ ໄດ້ຜ່ານລັດຖະດໍາລັດ ປະທານປະເທດ ສະບັບເລກທີ 287/ປປທ, ລົງວັນທີ 20 ພະຈິກ 2025 ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ແກ່ພະນັກງານ-ລັດຖະກອນ ປະຈຳການ ແລະ ບຳນານ ຂອງອົງການກວດສອບແຫ່ງລັດ ທັງໝົດຈຳນວນ 91 ທ່ານ, ຍິງ 34 ທ່ານ, ໃນນີ້ມີພະນັກງານ-ລັດຖະກອນ ປະຈຳການ ຈຳນວນ 76 ທ່ານ, ຍິງ 30 ທ່ານ ແລະ ພະນັກງານ ບຳນານ ຈຳນວນ 15 ທ່ານ, ຍິງ 04 ທ່ານ ທີ່ມີຜົນງານຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະຜ່ານມາ.




