ໃນວັນທີ 15 ມັງກອນ 2026 ທີ່ສຳນັກງານອົງການກວດສອບແຫ່ງລັດ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ, ປະທານອົງການກວດສອບແຫ່ງລັດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ອອງ ຊິວ ເກ (Ong Siew Gay) ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບໃນໂອກາດມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ ຄົນໃໝ່.
ໂອກາດທີ່ມີຄວາມໝາຍສຳຄັນດັ່ງກ່າວ, ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ໄດ້ສະແດງຄວາມຍິນດີຕ້ອນຮັບ; ພ້ອມທັງ ຊົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານ ອອງ ຊິວ ເກ (Ong Siew Gay) ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາຮັບໜ້າທີ່ໃໝ່ ເປັນເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ ຄົນໃໝ່ ເພື່ອສືບຕໍ່ປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດລາວ-ສິງກະໂປ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ; ພ້ອມດຽວກັນນີ້ ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ສະຖານທູດສິງກະໂປ ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນອົງການກວດສອບແຫ່ງລັດ ໃນການຈັດຝຶກອົບຮົມຫຼາຍຄັ້ງໃນໄລຍະຜ່ານມາ ເປັນຕົ້ນ: 1) ພາສາອັງກິດສໍາລັບນັກແປ ແລະ ການເຈລະນາ (English Language for Interpreters and Effective Negotiations) ແລະ 2) ເຕັກນິກ ແລະ ເຄື່ອງມືຮັບໃຊ້ວຽກກວດສອບ (Workshop on Audit Techniques and Tools) ແລະ ອື່ນໆ.
ພ້ອມນີ້, ທ່ານປະທານອົງການກວດສອບແຫ່ງລັດ ກໍໄດ້ສະເໜີ ທ່ານ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ ສືບຕໍ່ຊ່ວຍຊຸກຍູ້ ແລະ ໃຫ້ການສະໜັບສະໜູນແກ່ອົງການກວດສອບແຫ່ງລັດ ເປັນຕົ້ນ: ການເປັນຄູຝຶກ (Training of Trainer-TOT), ການຝຶກອົບຮົມສ້າງ E-Leraning Module ແລະ ການຄົ້ນຄວ້າວິທະຍາສາດກ່ຽວກັບວຽກງານກວດສອບ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ. 2) ກິດຈະກໍາການຝຶກອົບຮົມ ແລະ ຖ່າຍທອດບົດຮຽນ ກ່ຽວກັບການຫັນເປັນທັນສະໄໝ (AI) ໃນການກວດສອບເອກະສານລາຍງານການເງິນ ບົນພື້ນຖານການຮ່ວມມືກັບອົງການກວດສອບແຫ່ງລັດ ປະເທດ ສິງກະໂປ; 3) ສະໜັບສະໜູນ ທຶນການຝຶກອົບຮົມຍົກລະດັບທາງດ້ານພາສາອັງກິດ ໃຫ້ແກ່ພະນັກງານອົງການກວດສອບແຫ່ງລັດ ຢ່າງເປັນປົກກະຕິ ທັງຢູ່ພາຍໃນ ແລະ ຕ່າງປະເທດ.
ຈາກນັ້ນ, ທ່ານ ອອງ ຊິວ ເກ (Ong Siew Gay) ໄດ້ສະແດງຄວາມຂອບໃຈ ມາຍັງທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ, ປະທານອົງການກວດສອບແຫ່ງລັດ ພ້ອມຄະນະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນການເຂົ້າຢຽມຂໍ່ານັບໃນຄັ້ງນີ້ ແລະ ພ້ອມໃຫ້ການພົວພັນຮ່ວມມືຢ່າງຮອບດ້ານ ແນໃສ່ຮັບປະກັນ ໃນການປະຕິບັດວຽກງານ ດ້ານການທູດ ໃຫ້ມີຄວາມຮັດແໜ້ນ ແລະ ໄດ້ຮັບຜົນສຳເລັດ ຫຼາຍຂຶ້ນ ກວ່າທີ່ຜ່ານມາ; ໃນຕອນທ້າຍ ທ່ານ ຍັງໄດ້ອວຍພອນໃຫ້ທ່ານປະທານອົງການກວດສອບແຫ່ງລັດ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານອັນມີກຽດຂອງທ່ານ ແລະ ເຊື່ອໝັ່ນວ່າໃນຕໍ່ໜ້າ ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ ຈະສືບຕໍ່ໃຫ້ການຊ່ວຍເຫຼືອອົງການກວດສອບແຫ່ງລັດ ສປປ ລາວ ໃຫ້ມີຄວາມເຂັ້ມແຂງຍິ່ງໆຂຶ້ນ.
ໃນຕອນທ້າຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ທ່ານຍັງໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນໃຫ້ ທ່ານ ອອງ ຊິວ ເກ (Ong Siew Gay) ທີ່ມາຮັບໜ້າທີ່ໃໝ່ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ທາງການທູດ ຢູ່ ສປປ ລາວ ໃນຄັ້ງນີ້.
ຮູບພາບ ແລະ ຂ່າວສານໂດຍ: ຫ້ອງການ ອົງການກວດສອບແຫ່ງລັດ


