ພິີທີປາຖະກະຖາເຜີຍແຜ່ເອກະສານ ວັນສານຕັ້ງການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ

       ໃນຕອນເຊົ້າຂອງ ວັນທີ 26 ມັງກອນ 2026 ຢູ່ອົງການກວດສອບແຫ່ງລັດ ໄດ້ຈັດພິທີກ່ຽວກັບການຈັດພິທີປາຖະກະຖາ ເຜີຍແຜ່ເອກະສານສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 22 ປີ (9 ທັນວາ 2023-9 ທັນວາ 2025) ເພື່ອເປັນການໂຄສະນາ, ເຜີຍແຜ່ ໃຫ້ບັນດາພະນັກງານ-ລັດຖະກອນ ອົງການກວດສອບແຫ່ງລັດ, ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຜົນຮ້າຍ ແລະ ໄພອັນຕະລາຍ ຂອງການຕ້ານການສໍ້ລາດບັງຫຼວງຢ່າງທົ່ວເຖິງ, ເລິກເຊິ່ງ ແລະ ເຂົ້າຮ່ວມໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ທີ່ຫ້ອງປະຊຸມ ຊັ້ນ 4 ຂອງອົງການກວດສອບແຫ່ງລັດ ໃຫ້ກຽດເປັນປະທານ ໂດຍ ທ່ານ ບຸນເລີດ ເທບວົງສາ ປະທານກວດກາພັກ ຮອງປະທານອົງການກວດສອບແຫ່ງລັດ.
ໃນພິທີແມ່ນໄດ້ຮັບຟັງການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃນໄລຍະຜ່ານມາ ແລະ ບົດປາໃສ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 22 ປີ, ຄວາມຮູ້ພື້ນຖານໃນການຕ້ານການສໍ້ລາດບັງຫຼວງ; ເພື່ອເປັນການໂຄສະນາເຜີຍແຜ່, ປຸກຈິດສຳນຶກ ໃຫ້ພະນັກງານ-ລັດຖະກອນ ໄດ້ຮັບຮູ້ເຂົ້າໃຈເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງການສໍ້ລາດບັງຫຼວງໃນເງື່ອນໄຂໃໝ່, ເຊິ່ງການສໍ້ລາດບັງຫຼວງ ແມ່ນອາຊະຍາກຳໜຶ່ງທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງຂອງລັດ, ການສໍ້ລາດບັງຫຼວງຍັງເປັນໄພຂົ່ມຂູ່ ແລະ ບັນທອນຕໍ່ສະຖຽນລະພາບທາງການເມືອງ, ປະສິດທິພາບໃນການເຄື່ອນໄຫວ, ຄວາມເຊື່ອໝັ້ນຂອງສັງຄົມຕໍ່ອົງການອຳນາດລັດ ກໍ່ຄືການຈັດຕັ້ງທຸກຂັ້ນຂອງລັດ, ພາໃຫ້ເກີດມີຄວາມບໍ່ສະຫງົບ, ຄວາມບໍ່ສະເໝີພາບ ແລະ ຄວາມບໍ່ຍຸຕິທຳ ໃນສັງຄົມ; ການສໍ້ລາດບັງຫຼວງສົ່ງຜົນກະທົບໂດຍກົງຕໍ່ລາຍໄດ້ຂອງຊາດ, ງົບປະມານໃນການພັດທະນາ ຂອງລັດ, ຕັດຮອນເອົາລາຍຮັບຂອງລວມໝູ່ ກໍ່ຄືຂອງພົນລະເມືອງດ້ວຍຫຼາຍຮູບ, ຫຼາຍວິທີ ທີ່ເລິກແລບແນບນຽນ, ເຮັດໃຫ້ລັດ, ລວມໝູ່ ແລະ ພົນລະເມືອງເສຍຜົນປະໂຫຍດ ຫຼື ລາຍຮັບຈຳນວນບໍ່ໜ້ອຍ; ຍ້ອນເຫັນໄດ້ຜົນຮ້າຍ ແລະ ໄພອັນຕະລາຍຂອງການສໍ້ລາດບັງຫຼວງຄືດັ່ງກ່າວ, ປະຊາຄົມສາກົນຈຶ່ງໄດ້ມີການຄົ້ນຄວ້າສ້າງກໍານົດໝາຍສາກົນ ເພື່ອເປັນບ່ອນອີງໃຫ້ແກ່ການພົວພັນຮ່ວມມື ລະຫວ່າງປະເທດໃນການສະກັດກັ້ນ ແລະ ຕໍ່ສູ້ຢ່າງມີປະສິດຕິຜົນ ຕໍ່ການກະທໍາ ຫຼື ພຶດຕິກໍາທີ່ເປັນການສໍ້ລາດບັງຫຼວງ. ດັ່ງນັ້ນ, ກອງປະຊຸມໃຫຍ່ ອົງການສະຫະປະຊາຊາດ ປີ 2000 ຈຶ່ງໄດ້ມີມະຕິເລກທີ 55/61, ລົງວັນທີ 4 ທັນວາ 2000 ກໍານົດຄວາມຈໍາເປັນໃນການສ້າງກົດບັດສາກົນ ໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ. ຈາກນັ້ນ, ສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ໄດ້ຖືກຮັບຮອງເອົາຢ່າງເປັນເອກະສັນໃນວັນທີ 18 ທັນວາ 2002 ທີ່ ນິວຢອກ, ສະຫະລັດອາເມລິກາ ແລະ ໄດ້ເປີດໃຫ້ປະເທດຕ່າງໆ ລົງນາມເຂົ້າເປັນສະມາຊິກໃນວັນທີ 9 ຫາ 11 ທັນວາ 2003 ທີ່ ເມືອງເມລິດາ, ປະເທດແມັກຊີໂກ. ມາຮອດປະຈຸບັນມີ 190 ປະເທດເຂົ້າເປັນພາຄີແລ້ວ. ສໍາລັບ ສປປ ລາວ ແມ່ນໄດ້ລົງນາມໃນວັນທີ 10 ທັນວາ 2003 ແລະ ໄດ້ໃຫ້ສັດຕະຍາບັນໃນວັນທີ 25 ກັນຍາ 2009. ກອງປະຊຸມອົງການສະຫະປະຊາຊາດ ປີ 2003 ຍັງໄດ້ອອກຍັດຕິ 58/4 ກໍານົດເອົາວັນທີ 9 ທັນວາ ຂອງທຸກໆປີ ເປັນວັນຕ້ານການສໍ້ລາດບັງຫຼວງສາກົນ. ນັບແຕ່ນັ້ນມາ, ວັນທີ 9 ທັນວາ ໄດ້ກາຍເປັນວັນທີ່ມີຄວາມໝາຍສໍາຄັນແຫ່ງຄວາມສາມັກຄີໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ຂອງບັນດາປະຊາຊາດໃນໂລກ; ການສະເຫຼີມ ສະຫຼອງວັນຕ້ານການສໍ້ລາດບັງຫຼວງ ປະຈໍາປີ 2025 ນີ້ ແມ່ນພາຍໃຕ້ຄຳຂັວນ “ຮ່ວມແຮງ ຮ່ວມໃຈ ກັບໄວໜຸ່ມ ໃນການຕ້ານການສໍ້ລາດບັງຫຼວງ”
ຮູບພາບ ແລະ ຂ່າວສານໂດຍ: ກົມກວດກາ ອົງການກວດສອບແຫ່ງລັດ
 
Scroll to Top