ໃນຕອນເຊົ້າຂອງ ວັນທີ 28 ມັງກອນ 2026 ຢູ່ຫ້ອງປະຊຸມໃຫຍ່ ຊັ້ນ 4 ອົງການກວດສອບແຫ່ງລັດ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 70 ປີ ແລະ ເຜີຍແຜ່ເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຄັ້ງທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໂດຍໃຫ້ກຽດເປັນປະທານໃນພິທີ ແລະ ເຜີຍແຜ່ເຊື່ອມຊຶມເອກະສານດັ່ງກ່າວໂດຍ ສະຫາຍ ຕ້ອຍ ພົນທິລາດ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານອົງການກວດສອບແຫ່ງລັດ. ເຂົ້າຮ່ວມຮັບຟັງມີ ຄະນະບໍລິຫານງານສະຫະພັນກໍາມະບານ, ຄະນະກໍາມະບານຮາກຖານແລະ ສະມາຊິກກໍາມະບານ ອົງການກວດສອບແຫ່ງລັດ ທັງໝົດເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

ໃນພິທີ ປະທານກອງປະຊຸມໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສະຫະ ພັນກໍາມະບານລາວ ຄົບຮອບ 70 ປີ ໄດ້ຍົກໃຫ້ເຫັນມູນເຊື້ອທາດແທ້ ຂອງຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານ ແລະ ປະຊາຊົນລາວບັນດາເຜົ່າ, ໄດ້ສ່ອງແສງໃຫ້ປະຫວັດແຫ່ງການກໍາເນີດຂອງສະຫະພັນກຳມະບານລາວນັບແຕ່ປີ 1893 ເປັນຕົ້ນມາຮອດປັດຈຸບັ ໂດຍຜ່ານການເຄື່ອນໄຫວປະຕິບັດພາລະກິດປະຕິວັດ, ຈັດຕັ້ງການນຳພາສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າໃຫ້ມີຄວາມເຂົ້າໃຈ ແລະ ເຊື່ອມຊຶມແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ລະບຽບໃນການອອກແຮງງານ, ປະຕິບັດສິດ ແລະ ພັນທະຂອງຕົນ, ສ້າງສະຕິເຄົາລົບລະບຽບວິໄນເຂັ້ມງວດ, ເສີມຂະຫຍາຍມູນເຊື້ອສາມັກຄີປອງດອງ, ນໍ້າໃຈຮັບຜິດຊອບ, ການປະດິດສ້າງໃໝ່, ພັດທະນາສີມ ແຮງງານ, ຊຸກຍູ້ຂະບວນການ ແຂ່ງຂັນຂອງກໍາມະບານຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາຢ່າງເປັນຂະບວນຟົດຟື້ນ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຕາມກົດໝາຍດ້ວຍຫຼາຍຮູບແບບ, ຊຸກຍູ້ສ້າງສັນຍາແຮງງານບຸກຄົນ, ລວມໝູ່, ສະເໜີປັບປຸງຄ່າແຮງງານ ຂັ້ນຕໍ່າໃນແຕ່ລະໄລຍະ, ຂະຫຍາຍການຈັດຕັ້ງກຳມະບານເຂົ້າສູ່ຫົວໜ່ວຍແຮງງານ, ເຂົ້າຮ່ວມໃນການສ້າງ ແລະ ປັບປຸງນິຕິກໍາຕ່າງໆ ທີີ່ພົວພັນເຖິງສິດ ແລະ ຜົນປະໂຫຍດຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານຢ່າງເປັນເຈົ້າການ.

ພ້ອມນີ້ ກອງປະຊຸມກໍ່ໄດ້ເຜີຍແຜ່ເອກະສານກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຄັ້ງທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ເພື່ອໃຫ້ສະມາຊິກພັກ-ພະນັກງານທົ່ວປວງຊົນມີຄວາມຮັບຮູ້, ມີຄວາມຮັບຜິດຊອບ, ຖືເປັນວຽກງານສຳຄັນ, ມີຄວາມເຂົ້າໃຈ ແລະ ຖືເປັນເອກະພາບສູງໃນໃຊ້ສິດຂອງຕົນຢ່າງເຕັມທີ່ ໃນການກະກຽມການດຳເນີນການເລືອກຕັ້ງໃນຄັ້ງນີ້ ປະກອບມີ 4 ເອກະສານ ຄື: 1) ເອກະສານການເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການນໍາພາຊີ້ນໍາ ຂອງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, 2) ເອກະສານ ການເພີ່ມທະວີການນໍາພາຂອງແນວຄິດ ແລະ ເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນບັນດາເຜົ່າ, 3) ເອກະສານ ອະທິບາຍບາງເນື້ອໃນສໍາຄັນ ຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ 4) ເອກະສານ ການເຊື່ອມຊຶມ ແລະ ການຈັດຕັ້ງປະຕິບັດແຜນການດໍາເນີນງານ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V.

ຮູບພາບ ແລະ ຂ່າວສານໂດຍ: ຫ້ອງການ ອົງການກວດສອບແຫ່ງລັດ


