ໃນລະຫວ່າງວັນທີ 29-30 ມັງກອນ 2026 ທີ່ຜ່ານມາ, ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ ປະທານ ອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວວຽກງານ ຢູ່ ແຂວງອຸດົມໄຊ, ໃຫ້ກຽດຕ້ອນຮັບໂດຍ ທ່ານ ບຸນຄົງ ຫຼ້າຈຽມພອນ, ກຳມະການສູນກາງພັກ ເລຂາພັກແຂວງອຸດົມໄຊ ພ້ອມດ້ວຍຄະນະ ກໍ່ເຂົ້າຮ່ວມຕ້ອນຮັບຢ່າງອົບອຸ່ນ.

ໃນການພົບປະຄັ້ງນີ້, ທ່ານ ເລຂາພັກແຂວງອຸດົມໄຊ, ກໍ່ໄດ້ລາຍງານສະພາບການພັດທະນາເສດຖະກິດ ແລະ ພື້ນຖານໂຄ່ງລ່າງ ໂດຍໄດ້ຍົກໃຫ້ເຫັນທ່າແຮງທີ່ພົ້ນເດັ່ນ ຂໍ້ສະດວກ ຂໍຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ ຂອງແຂວງ ແລະ ທ່ານ ປະທານ ອົງການກວດສອບແຫ່ງລັດ ກໍ່ໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈ ທີ່ທາງຄະນະພັກ-ຄະນະນຳ ແຂວງອຸດົມໄຊ ໄດ້ຕ້ອນຮັບ ແລະ ອໍານວຍຄວາມສະດວກໃນການເຄື່ອນໄຫວວຽກງານໃນຄັ້ງນີ້; ພ້ອມທັງ ລາຍງານສະພາບໂດຍລວມກ່ຽວກັບວຽກງານການກວດສອບ ທີ່ຕິດພັນກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະ ສະແດງຄວາມຊົມເຊີຍ ຕໍ່ການນໍາພາ-ຊີ້ນໍາ ຂອງແຂວງທີ່ໄດ້ເອົາໃຈໃສ່ ຊຸກຍູ້ວຽກງານການກວດສອບ ແລະ ການແກ້ໄຂຜົນການກວດສອບ ກໍຄືການເອົາໃຈໃສ່ຊ່ວຍເຫຼືອເບິ່ງແຍງ ອົງການກວດສອບປະຈຳພາກເໜືອ 2 ເປັນຢ່າງດີ.

ໃນຕອນທ້າຍຂອງການພົບປະ, ທັງສອງຝ່າຍໄດ້ຮ່ວມກັນປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນຢ່າງ ກົງໄປກົງມາ ໃນການປັບປຸງວຽກງານກວດສອບແຫ່ງລັດ ກໍຄືການແກ້ໄຂຜົນການກວດສອບແຫ່ງລັດ ເພື່ອໃຫ້ວຽກງານດັ່ງກ່າວ ໄດ້ຮັບການປັບປຸງ ໃຫ້ເຂັ້ມແຂງ ແລະ ດຳເນີນໄປຢ່າງປະສິດທິພາບດີຍິ່ງໆຂື້ນ ໃນໄລຍະໃໝ່. ຫຼັງຈາກນັ້ນ, ຄະນະກໍໄດ້ເດີນທາງ ໄປຢ້ຽມຢາມເຂດພັດທະນາເສດຖະກິດສໍາຄັນຈຳນວນໜຶ່ງຂອງແຂວງ.

ຮູບພາບ ແລະ ຂ່າວສານໂດຍ: ຫ້ອງການ ອົງການກວດສອບແຫ່ງລັດ


