ພິທີມອບ-ຮັບ ເຄື່ອງອຸປະກອນ ໃຫ້ແກ່ອົງການກວດສອບແຫ່ງລັດ ສປປ ລາວ

       ໃນວັນທີ 12 ກຸມພາ 2026 ເວລາ 09:00 ໂມງ ທີ່ອົງການກວດສອບແຫ່ງລັດ ໄດ້ມີພິທີມອບ-ຮັບເຄື່ອງອຸປະກອນໃຫ້ແກ່ອົງການກວດສອບແຫ່ງລັດ ເປັນກຽດຮັບອຸປະກອນ ໂດຍ ທ່ານ ຕ້ອຍ ພົນທິລາດ ຮອງປະທານອົງການກວດສອບແຫ່ງລັດ ແລະ ມອບໂດຍ ທ່ານ ແຟຣງ ເພບເຟີ (Frank Peiffer) ຕາງໜ້າສະຖານທູດລຸກຊຳບວກ ປະຈຳ ສປປ ລາວ ແລະ ທ່ານ ໂຣເບີດ ເດິ ວາຮາ (Robert de Waha) ຜູ້ຕາງໜ້າປະຈຳການ ຫ້ອງການ LuxDev ອາຊີ.
        ການສະໜັບສະໜັບສະໜູນໃນຄັ້ງນີ້ແມ່ນ ພາຍໃຕ້ໂຕ້ໂຄງການ ແຜນງານເສີມສ້າງລັດແຫ່ງກົດໝາຍ, ການເຂົ້່າເຖິງຄວາມຍຸດຕິທຳ ແລະ ການປະປົກຄອງທີ່ດີ (Rule of Law, Access to Justice and Good Governance Programme), ພາຍໃຕ້ອົງການ ຮ່ວມມືເພື່ອການພັດທະນາ ລຸກຊຳບວກ (LuxDev). ການສະໜັບສະໜູນເຄື່ອງອຸປະກອນປະກອບດ້ວຍ: ຄອມພິວເຕີໂນດບຸກ (Notebook computer) ຈໍານວນ 22 ເຄື່ອງ, ເຄື່ອງພິມ (printer) 3 ເຄື່ອງ, ກ້ອງຖ່າຍຮູບ (camera) 1 ໜ່ວຍ ແລະ ເຄື່ອງສາຍພາບ (LCD Projector) 1 ໜ່ວຍ ຈຸດປະສົງຂອງການສະໜັບສະໜູນດັ່ງກ່າວ ເພື່ອນໍາໃຊ້ ເຂົ້າໃນວຽກງານກວດສອບ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການກວດສອບແຫ່ງລັດ ໂດຍສະເພາະເພື່ອໃຫ້ພະນັກງານ-ນັກກວດສອບ ຢູ່ຂັ້ນສູນກາງ ແລະ ບັນດາອົງການກວດສອບປະຈໍາພາກ ນໍາໃຊ້ເຂົ້້າໃນການຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ.
        ໃນຕອນທ້າຍ ທ່ານ ຕ້ອຍ ພົນທິລາດ ຮອງປະທານອົງການກວດສອບແຫ່ງລັດ ໄດ້ອວຍພອນໃຫ້ຕາງໜ້າສະຖານທູດລຸກຊຳບວກ ປະຈຳ ສປປ ລາວ ແລະ ອົງການຮ່ວມມືເພື່ອການພັດທະນາ ລຸກຊຳບວກ (LuxDev) ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຫວັງຢ່າງຍິ່ງວ່າ ອົງການກວດສອບແຫ່ງລັດ ແລະ LuxDev ຈະສືບຕໍ່ເສີມຂະຫຍາຍການຮ່ວມມື ແລະ ໃຫ້ການສະໜັບສະໜູນ ສປປ ລາວ ກໍຄືອົງການກວດສອບແຫ່ງລັດ ໃນຕໍ່ໜ້າຕື່ມອີກ.
 
ຮູບພາບ ແລະ ຂ່າວສານໂດຍ: ຫ້ອງການ ອົງການກວດສອບແຫ່ງລັດ
Scroll to Top