ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມື ພາຍໃຕ້ຂອບການຮ່ວມມືສອງຝ່າຍ ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ກັບອົງການກວດສອບແຫ່ງລັດ ກຳປູເຈຍ ໃນລະຫວ່າງ ວັນທີ 31 ມີນາ ຫາ 02 ເມສາ 2026, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ; ພ້ອມຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ທີ່ອົງການກວດສອບແຫ່ງລັດ ກຳປູເຈຍ ທີ່ພະນົມເປັນ, ປະເທດກໍາປູເຈຍ, ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ດຣ. ນາງ ຊົມ ຄິມ ຊົວ ປະທານອົງການກວດສອບແຫ່ງລັດ ກຳປູເຈຍ ພ້ອມດ້ວຍຄະນະ.

ການພົບປະສອງຝ່າຍກັນໃນຄັ້ງນີ້ ເປັນຂີດໝາຍສຳຄັນ ໃນການສືບຕໍ່ ເສີມຂະຫຍາຍສາຍພົວພັນຮ່ວມມື ພາຍໃຕ້ບົດບັນທຶກວ່າດ້ວຍການຮ່ວມມືສອງຝ່າຍທີ່ໄດ້ເຊັ່ນຮ່ວມກັນ ໃນປີ 2009 ແນໃສ່ຊຸກຍູ້ຊ່ວຍເຫຼືອ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ເພື່ອພັດທະນາຂະແໜງການກວດສອບແຫ່ງລັດ ຂອງສອງປະເທດ ໃຫ້ກ້າວໜ້າຢ່າງບໍ່ຢຸດຢັ້ງ, ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຜັນຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍ່ຄືການເສີມຂະຫຍາຍສາຍພົວພັນທາງການທູດ ຄົບຮອບ 70 ປີ (15/06/1956-15/06/2026).

ການເຄື່ອນໄຫວພົບປະຢ້ຽມຢາມຄັ້ງນີ້ ແມ່ນໄດ້ມີວາລະການເຄື່ອນໄຫວຄື: ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນອົງການກວດສອບແຫ່ງລັດ ສປປ ລາວ ແລະ ຄະນະຜູ້ແທນອົງການກວດສອບແຫ່ງລັດ ກໍາປູເຈຍ ເຊີ່ງໃນກອງປະຊຸມໄດ້ປຶກສາຫາລືວຽກງານດ້ວຍບັນຍາກາດອົບອຸ່ນໄມຕີຈິດ ເຊີ່ງສອງຝ່າຍໄດ້ແຈ້ງກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ການເຄື່ອນໄຫວທີ່ພົ້ນເດັ່ນ ຂອງວຽກງານການກວດສອບໄລຍະຜ່ານມາ ແລະ ທິດທາງເເຜນການໃນຕໍ່ໜ້າ ຄື:
1) ສືບຕໍ່ແລກປ່ຽນການພົບປະ-ຢ້ຽມຢາມ ສອງຝ່າຍໃນລະດັບການນໍາຂັ້ນສູງ ຂອງສອງອົງການກວດສອບແຫ່ງລັດ ຢ່າງປົກກະຕິ;
2) ສືບຕໍ່ແລກປ່ຽນບົດຮຽນສ້າງຄວາມເຂັ້ມແຂງດ້ານວິຊາສະເພາະໃຫ້ນັກກວດສອບ ໃຫ້ຫົວຂໍ້ທີ່ສອງຝ່າຍມີຄວາມສົນໃຈ ເປັນຕົ້ນ: ການກວດສອບຜົນການຈັດຕັ້ງປະຕິບັດ, ການແກ້ໄຂຜົນການກວດສອບ ແລະ ການຫັນເປັນທັນສະໄໝເຂົ້າໃນວຽກງານກວດສອບແຫ່ງລັດ;

ພ້ອມດຽວກັນນັ້ນ, ຄະນະຜູ້ແທນສອງຝ່າຍ ຍັງໄດ້ແລກປ່ຽນບົດຮຽນທາງດ້ານວິຊາການໃນຫົວຂໍ້: 1). ການກວດສອບລາຍຮັບ ໃນຂະແໜງທີ່ດິນ ແລະ ບໍ່ແຮ່ ແລະ 2). ບົດຮຽນການກວດສອບການຈັດຊື້-ຈັດຈ້າງ.
ພ້ອມນັ້ນ, ຄະນະຜູ້ແທນອົງການກວດສອບແຫ່ງລັດ ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ເດີນທາງເຂົ້າຢ້ຽມຂໍ່ານັບ ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣິ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ເຊີ່ງປະທານສະພາແຫ່ງຊາດ ໄດ້ສະແດງຄວາມຊົມເຊີຍຕໍ່ການມາເຄື່ອນໄຫວຂອງຄະນະຜູ້ແທນ ຂອງອົງການກວດສອບແຫ່ງລັດ ສປປ ລາວ ໃນຄັ້ງນີ້ ເຊີ່ງສະແດງເຖິງຄວາມເອົາໃຈໃສ່ໃນການເສີມຂະຫຍາຍສາຍພົວພັນຮ່ວມມືຂອງສອງປະເທດ ລາວ-ກໍາປູເຈຍ ໂດຍສະເພາະການປະກອບສ່ວນໃນການເສີມຂະຫຍາຍສາຍພົວພັນທາງການທູດ ຄົບຮອບ 70 ປີ; ສະເໜີໃຫ້ສອງອົງການກວດສອບ ສືບຕໍ່ການພົວພັນຮ່ວມມືຢ່າງໄກ້ສິດ ເພື່ອເສີມຂະຫຍາຍສາຍພົວພັນທັງສອງປະເທດ; ສືບຕໍ່ແລກປ່ຽນບົດຮຽນດ້ານການກວດສອບເຊີ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ເພື່ອໃຫ້ສອງອົງການມີຄວາມເຂັ້ມແຂງ ແລະ ຫັນເປັນມືອາຊີບເທື່ອລະກ້າວ ແລະ ພ້ອມກັນສະໜັບສະໜູນເຊີ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.
ຮູບພາບ ແລະ ຂ່າວສານໂດຍ: ກົມຮ່ວມມືສາກົນ ອົງການກວດສອບແຫ່ງລັດ


