ອົງການກວດສອບແຫ່ງລັດ ສຳເລັດການດຳເນີນກອງປະຊຸມວຽກງານກວດສອບແຫ່ງລັດ ທົ່ວປະເທດ ປະຈໍາປີ 2026

       ກອງປະຊຸມວຽກງານກວດສອບແຫ່ງລັດ ທົ່ວປະເທດ ປະຈໍາປີ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໃນວັນທີ 07 ເມສາ 2026, ທີ່ໂຮງແຮມຮໍລິເດອິນ ນະຄອນຫຼວງວຽງຈັນ, ໂດຍໃນມື້ທີສອງຕາມວາລະກອງປະຊຸມ, ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ, ປະທານອົງການກວດສອບແຫ່ງລັດ ໄດ້ສຸມໃສ່ການປຶກສາຫາລືວຽກງານປີ່ນອ້ອມ ເປັນຕົ້ນແມ່ນການນໍາໃຊ້ປັນຍາປະດິດ (AI) ເຂົ້າໃນການວິເຄາະຂໍ້ມູນ, ການນໍາໃຊ້ລະບົບຕິດຕາມການເຮັດວຽກຂອງຄະນະກວດສອບແບບອອນລາຍ ແລະ ການປະເມີນການປະຕິບັດໜ້າທີຂອງພະນັກງານ-ລັດຖະກອນ ແບບລົງເລີກ.
       ໃນຕອນບ່າຍຂອງວັນດຽວກັນ, ກອງປະຊຸມໄດ້ເປັນກຽດຢ່າງສູງທີ່ໄດ້ຕ້ອນຮັບ ທ່ານ ວັນໄຊ ພອງສະຫວັນ, ກຳມະການກົມການເມືອງສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ແຂກຖືກເຊີນ ຈາກພາກສ່ວນພາຍນອກ ທີ່ຕິດພັນກັບວຽກງານການກວດສອບ ເຂົ້າຮ່ວມກອງປະຊຸມ.
        ທ່ານ ວຽງທະວີສອນ ເທບພະຈັນ ໄດ້ລາຍງານການດໍາເນີນກອງປະຊຸມໂດຍສັງເຂບ: ທີ່ສະແດງໃຫ້ເຫັນສະພາບລວ ແລະ ບັນຍາກາດຂອງກອງປະຊຸມ ໃນໄລຍະ1 ວັນເຄີ່ງທີ່ຜ່ານ ຊຶ່ງເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ມີຄວາມຮັບຜິດຊອບສູງ ເພື່ອຕີລາຄາການປະຕິບັດໜ້າທີ່ທີ່ການເມືອງຂອງຕົນ; ສະຫຼຸບຜົນງານທີ່ພົ້ນເດັ່ນ ໃນປີ 2025 ເຊັ່ນ: ດ້ານນິຕິກຳ ໄດ້ບັນຈຸວຽກງານກວດສອບແຫ່ງລັດເຂົ້າໃນການປັບປຸງລັດຖະທຳມະນູນ ສະບັບປີ 2025 ເພື່ອເພີ່ມສິດໃຫ້ອົງການກວດສອບແຫ່ງລັດດຳເນີນການກວດສອບຢ່າງເປັນເອກະລາດ; ດ້ານວິຊາສະເພາະ: ສາມາດດຳເນີນການກວດສອບໄດ້ທັງໝົດ 154 ເປົ້າໝາຍ (ຄົບ 100% ຂອງແຜນການ). ຜ່ານການຊຸກຍູ້ການແກ້ໄຂຜົນການກວດສອບ ສາມາດມອບເງິນຄືນເຂົ້າງົບປະມານແຫ່ງລັດໄດ້ທັງໝົດ 5,303.17 ຕື້ກີບ ແລະ 310,000 ໂດລາສະຫະລັດ ແລະ ທິດທາງແຜນການ ແລະ ຈຸດສຸມໃນປີ 2026: ຄາດໝາຍສູ້ຊົນ: ດຳເນີນການກວດສອບໃຫ້ສຳເລັດ 145 ເປົ້າໝາຍ (ຫຼື 147 ເປົ້າໝາຍ ຕາມມະຕິສະພາແຫ່ງຊາດ); ວຽກງານຈຸດສຸມ: ສຸມໃສ່ກວດສອບການຈັດເກັບລາຍຮັບ, ລາຍຈ່າຍບູລິມະສິດ, ການຂຸດຄົ້ນແຮ່ທາດ, ການຄຸ້ມຄອງເງິນຕາຕ່າງປະເທດ ແລະ ການປ່ອຍກູ້ຂອງທະນາຄານ ແລະ ການຫັນເປັນທັນສະໄໝ: ປະສານສົມທົບກັບຄູ່ຮ່ວມພັດທະນາ ເພື່ອພັດທະນາໂຄງລ່າງພື້ນຖານຮອງຮັບການນຳໃຊ້ AI ເຂົ້າໃນການກວດສອບ. ກອງປະຊຸມໄດ້ຍົກເອົາບັນຫາຕົວຈິງມາສົນທະນາຢ່າງກົງໄປກົງມາ ເປັນຕົ້ນແມ່ນ: ການເກັບກູ້ລາຍຮັບຢູ່ນອກລະບົບງົບປະມານ, ພັນທະຈາກການສົ່ງອອກແຮ່ທາດ ແລະ ການຄຸ້ມຄອງເງິນຕາຕ່າງປະເທດ. ບັນດາຄຳເຫັນປະກອບຈາກແຕ່ລະພາກສ່ວນ ໄດ້ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນ ແລະ ເປັນບົດຮຽນໃນການປະຕິບັດໜ້າທີ່ຕໍ່ໜ້າ.
        ໃນກອງປະຊູມ ໄດ້ຮັບຟັງການໂອ້ລົມ ຊີ້ນໍາຈາກ ທ່ານ ວັນໄຊ ພອງສະຫວັນ. ທ່ານ ໄດ້ສະແດງຄວາມຍ້ອງຊົມເຊີຍຕໍ່ຜົນສໍາເລັດທີ່ອົງການກວດສອບແຫ່ງລັດ ຍາດມາໄດ້ ແລະ ໄດ້ເນັ້ນໜັກທິດຊີ້ນໍາຕື່ມ ດັ່ງນີ້:
1. ເພີ່ມທະວີການເອົາໃຈໃສ່ສຶກສາອົບຮົມດ້ານແນວຄິດ-ຈັນຍາບັນ ຕ້ອງຊື່ສັດ, ບໍ່ສວຍໃຊ້ໜ້າທີ່ ແລະ ບໍ່ຮັບສິນບົນ ເປັນແບບຢ່າງທີ່ດີ ເພື່ອສ້າງຄວາມເຊື່ອໝັ້ນ-ເຊື່ອຖື ໃຫ້ເປົ້າໝາຍທີ່ຖືກກວດສອບ ແລະ ຕໍ່ສັງຄົມ;
2. ເພີ່ມທະວີຕີຖອຍຫັນຈາກການກວດສອບແບບຄອງເດີມ ໄປສູ່ການກວດສອບລ່ວງເລີກ ເພື່ອສະກັດກັ້ນການຮົ່ວໄຫຼຂອງງົບປະມານແຫ່ງລັດ;
3. ເອົາໃຈໃສ່ປະສານທົບທົມກັບອົງການກວດກາແຫ່ງລັດ ໃຫ້ກົມກຽວ ແລະ ຕໍ່ເນື່ອງ ເພື່ອຫຼີກເວັ້ນຄວາມຊໍ້າຊ້ອນ;
4. ຍົກສູງຄວາມຮັບຜິດຊອບການແກ້ໄຂຜົນການກວດສອບ ໂດຍຖືເອົາການແກ້ໄຂໄຂຜົນການກວດສອບ ເປັນໄມ້ລາວັດແທກ ໃນການປະເມີນຜົນງານ ທີ່ສໍາຄັນໃນການປະເມີນພະນັກງານ.
       ໃນຕອນທ້າຍຂອງກອງປະຊຸມ ກອງເລຂາກອງປະຊຸມ ຍັງໄດ້ຜ່ານຮ່າງມະຕິກອງປະຊຸມ ແລະ ໄດ້ມີການປະກອບຄໍາເປັນເອກະພາບກັນ ຂອງບັນດາຜູ້ເຂົ້າຮ່ວມກອງປະຊຸມ ເພື່ອນໍາເອົາວຽກງານທີ່ໄດ້ຕົກລົງກັນ ນໍາໄປຜັນຂະຫຍາຍຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນທີ່ສໍາເລັດ. 
 
ຮູບພາບ ແລະ ຂ່າວສານໂດຍ: ຫ້ອງການ ອົງການກວດສອບແຫ່ງລັດ
Scroll to Top