ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມື ພາຍໃຕ້ຂອບການຮ່ວມມືສອງຝ່າຍ ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ກັບ ສໍານັກງານກວດສອບແຫ່ງຊາດ ມົງໂກລີ ໃນ ລະຫວ່າງ ວັນທີ 8 ຫາ 9 ມິຖຸນາ 2026, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ; ພ້ອມຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ສໍານັກງານກວດສອບແຫ່ງຊາດ ມົງໂກລີ ທີ່ ນະຄະຫລອງ ອູລາບາຕໍ ປະເທດມົງໂກລີ, ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ມັກໄນຊູເຣນ ຊັນດັກ ປະທານສໍານັກງານກວດສອບແຫ່ງຊາດ ມົງໂກລີ ພ້ອມດ້ວຍຄະນະ.

ການພົບປະສອງຝ່າຍກັນໃນຄັ້ງນີ້ ເປັນຂີດໝາຍສຳຄັນ ໃນການສືບຕໍ່ ເສີມຂະຫຍາຍສາຍພົວພັນຮ່ວມມື ພາຍໃຕ້ບົດບັນທຶກວ່າດ້ວຍການຮ່ວມມືສອງຝ່າຍທີ່ໄດ້ເຊັ່ນຮ່ວມກັນ ໃນປີ 2025 ແນໃສ່ຊຸກຍູ້ຊ່ວຍເຫຼືອ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ເພື່ອພັດທະນາຂະແໜງການກວດສອບແຫ່ງລັດ ຂອງສອງປະເທດ ໃຫ້ກ້າວໜ້າຢ່າງບໍ່ຢຸດຢັ້ງ, ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຜັນຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍ່ຄືການເສີມຂະຫຍາຍສາຍພົວພັນທາງການທູດ ຄົບຮອບ 64 ປີ (12/9/1962 – 12/9/2026).

ການເຄື່ອນໄຫວພົບປະຢ້ຽມຢາມຄັ້ງນີ້ ແມ່ນໄດ້ມີວາລະການເຄື່ອນໄຫວຄື: ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງຄະນະຜູ້ແທນອົງການກວດສອບແຫ່ງລັດ ສປປ ລາວ ແລະ ຄະນະຜູ້ແທນ ສໍານັກງານກວດສອບແຫ່ງຊາດ ມົງໂກລີ ເຊີ່ງໃນກອງປະຊຸມໄດ້ປຶກສາຫາລືວຽກງານດ້ວຍບັນຍາກາດອົບອຸ່ນໄມຕີຈິດ ເຊີ່ງສອງຝ່າຍໄດ້ແຈ້ງກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ການເຄື່ອນໄຫວທີ່ພົ້ນເດັ່ນ ຂອງວຽກງານການກວດສອບໄລຍະຜ່ານມາ ແລະ ທິດທາງເເຜນການໃນຕໍ່ໜ້າ ຄື:
– ສືບຕໍ່ຈັດກອງປະຊຸມ ແລະ ການຢ້ຽມຢາມທາງການ ໃນລະດັບການນຳ: ເພື່ອຊຸກຍູ້ການແລກປ່ຽນບົດຮຽນ ແລະ ປະສົບການຮ່ວມກັນ ໃນຂົງເຂດວຽກງານການກວດສອບພາກລັດ ໃຫ້ເປັນປົກກະຕິ;
– ສືບຕໍ່ແລກປ່ຽນບົດຮຽນດ້ານວິຊາການ ຢ່າງເປັນປົກກະຕິເປັນຕົ້ນ 1) ລົງເລິກວຽກງານການກວດສອບ ລະບົບຄວບຄຸມພາຍໃນ ຂອງເປົ້າໝາຍກວດສອບ, 2) ການຕິດຕາມການແກ້ໄຂຜົນການກວດສອບ ແລະ 3) ວຽກງານຮັບປະກັນຄຸນນະພາບຜົນການກວດສອບ ຜົນການຈັດຕັ້ງປະຕິບັດ, 4) ການປັບປຸງກົດໝາຍ ເນື່ອງຈາກ ອົງການກວດສອບແຫ່ງລັດ ມີແຜນປັບປຸງກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ ໃນປີ 2027 ສະນັ້ນໃນຕໍ່ໜ້າ ສະເໜີໃຫ້ຄະນະວິຊາການທີ່ກ່ຽວຂ້ອງໃນການປຶກສາຫາລື ແລະ ຖອດຖອນບົດຮຽນຮ່ວມກັນ;
– ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີສາກົນ.

ພ້ອມດຽວກັນນັ້ນ, ຄະນະຜູ້ແທນສອງຝ່າຍ ຍັງໄດ້ແລກປ່ຽນບົດຮຽນທາງດ້ານວິຊາການໃນຫົວຂໍ້: 1). ການກວດສອບ ການຂຸດຄົ້ນບໍ່ແຮ່ ລົງເລິກການກວດສອບ ກອງທຶນຟື້ນຟູສ່ິ່ງແວດລ້ອມ ແລະ 2). ການນໍາໃຊ້ເຕັກໂນໂລຊີເຂົ້າໃນການກວດສອບ ລົງເລິກ ການນໍາໃຊ້ ຊອບແວ, ໂປແກມສະເພາະເຂົ້າໃນການກວດສອບ ແລະ ການກວດສອບໂຄງການເງິນກູ້ຢືມ ແລະ ຊ່ວຍລ້າ. ນອກຈາກນັ້ນຍັງໄດ້ຮັບຟັງ ບົດບາດ ສິດ ແລະ ໜ້າທີ່, ແຜນນະໂຍບາຍການພັດທະນາ ຂອງສຳນັກງານກວດສອບແຫ່ງຊາດ ມົງໂກລີ.
ຄະນະຜູ້ແທນອົງການກວດສອບແຫ່ງລັດ ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງເຂົ້າຢ້ຽມຂໍ່ານັບ ທ່ານ ບຽມບາຊັອກທ໌ ຊັນດັກ ປະທານສະພາແຫ່ງຊາດ ມົງໂກລີ, ເຊີ່ງປະທານສະພາແຫ່ງຊາດ ໄດ້ສະແດງຄວາມຊົມເຊີຍຕໍ່ການມາເຄື່ອນໄຫວຂອງຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ ໃນຄັ້ງນີ້ ສະແດງເຖິງຄວາມເອົາໃຈໃສ່ໃນການເສີມຂະຫຍາຍສາຍພົວພັນຮ່ວມມືຂອງສອງປະເທດ ລາວ-ມົງໂກລີ ໂດຍສະເພາະ ການປະກອບສ່ວນໃນການເສີມຂະຫຍາຍສາຍພົວພັນທາງການທູດ ຄົບຮອບ 64 ປີ; ສະເໜີໃຫ້ສອງອົງການກວດສອບ ສືບຕໍ່ການພົວພັນຮ່ວມມືຢ່າງໄກ້ສິດ ເພື່ອເສີມຂະຫຍາຍສາຍພົວພັນທັງສອງປະເທດ; ສືບຕໍ່ແລກປ່ຽນບົດຮຽນດ້ານການກວດສອບເຊີ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ເພື່ອໃຫ້ສອງອົງການມີຄວາມເຂັ້ມແຂງ ແລະ ຫັນເປັນມືອາຊີບເທື່ອລະກ້າວ ແລະ ພ້ອມກັນສະໜັບສະໜູນເຊີ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.
ຮູບພາບ ແລະ ຂ່າວສານໂດຍ: ອົງການກວດສອບແຫ່ງລັດ


