ຄະນະຜູ້ແທນອົງການກວດສອບແຫ່ງລັດ ສປປ ລາວ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ອົງການກວດສອບແຫ່ງລັດ ສສ ຫວຽດນາມ

         ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມື ພາຍໃຕ້ຂອບການຮ່ວມມືສອງຝ່າຍ ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ກັບອົງການກວດສອບແຫ່ງລັດ ສສ ຫວຽດນາມ ໃນລະຫວ່າງວັນທີ 11-15 ພຶດສະພາ 2026, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ ນໍາໂດຍ ທ່ານ ຕ້ອຍ ພົນທິລາດ ຮອງປະທານອົງການກວດສອບແຫ່ງລັດ; ພ້ອມຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ທີ່ອົງການກວດສອບແຫ່ງລັດ ສສ ຫວຽດນາມ ທີ່ຮ່າໂນ່ຍ, ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຈາກ ຂອງ ທ່ານ ນ. ຮາທີ ມີຢຸງ ຮອງປະທານອົງການກວດສອບແຫ່ງລັດ ສສ ຫວຽດນາມ ພ້ອມດ້ວຍຄະນະ.
        ການພົບປະສອງຝ່າຍກັນໃນຄັ້ງນີ້ ເປັນຂີດໝາຍສຳຄັນ ທີ່ສະແດງໃຫ້ເຫັນເຖິງການເພີມພູນຄູນສ້າງສາຍພົວພັນມິດຕະພາບ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ເວົ້າລວມ ກໍ່ແມ່ນການຮ່ວມມືຂອງສອງອົງການພວກເຮົາ ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມືແບບອ້າຍນ້ອງ ພາຍໃຕ້ບົດບັນທຶກວ່າດ້ວຍການຮ່ວມມືສອງຝ່າຍທີ່ໄດ້ລົງນາມກັນ ເພື່ອແນໃສ່ຊຸກຍູ້ຊ່ວຍເຫຼືອ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ເພື່ອພັດທະນາຂະ ແໜງການກວດສອບແຫ່ງລັດ ຂອງສອງປະເທດ ໃຫ້ກ້າວໜ້າຢ່າງບໍ່ຢຸດຢັ້ງ, ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຜັນຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ.
ການເຄື່ອນໄຫວພົບປະຢ້ຽມຢາມຄັ້ງນີ້ ແມ່ນໄດ້ມີວາລະການເຄື່ອນໄຫວຄື: ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນອົງການກວດສອບແຫ່ງລັດ ສປປ ລາວ ແລະ ຄະນະຜູ້ແທນອົງການກວດສອບແຫ່ງລັດ ສສ ຫວຽດນາມ ເຊີ່ງໃນກອງປະຊຸມໄດ້ປຶກສາຫາລືວຽກງານດ້ວຍບັນຍາກາດອົບອຸ່ນໄມຕີຈິດ ເຊີ່ງສອງຝ່າຍໄດ້ແຈ້ງກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ການເຄື່ອນໄຫວທີ່ພົ້ນເດັ່ນ ຂອງວຽກງານການກວດສອບໄລຍະຜ່ານມາ ແລະ ທິດທາງເເຜນການໃນຕໍ່ໜ້າ ຄື:
1) ສືບຕໍ່ແລກປ່ຽນການພົບປະ-ຢ້ຽມຢາມ ສອງຝ່າຍໃນລະດັບການນໍາຂັ້ນສູງ ຂອງສອງອົງການກວດສອບແຫ່ງລັດ ຢ່າງປົກກະຕິ;
2) ສືບຕໍ່ແລກປ່ຽນບົດຮຽນສ້າງຄວາມເຂັ້ມແຂງດ້ານວິຊາສະເພາະໃຫ້ນັກກວດສອບ ໃຫ້ຫົວຂໍ້ທີ່ສອງຝ່າຍມີຄວາມສົນໃຈ ເປັນຕົ້ນ: ການກວດສອບຜົນການຈັດຕັ້ງປະຕິບັດ, ການແກ້ໄຂຜົນການກວດສອບ ແລະ ການຫັນເປັນທັນສະໄໝເຂົ້າໃນວຽກງານກວດສອບແຫ່ງລັດ;
ພ້ອມດຽວກັນນັ້ນ, ຄະນະຜູ້ແທນສອງຝ່າຍ ຍັງໄດ້ແລກປ່ຽນບົດຮຽນທາງດ້ານວິຊາການໃນຫົວຂໍ້: 1). ປະສົບການຂອງອົງການກວດສອບແຫ່ງລັດ ໃນການອອກຄຳເຫັນ ຕໍ່ແຜນງົບປະມານແຫ່ງລັດ ແລະ 02) ພາລະບົດບາດຂອງ ອົງການ ກວດສອບແຫ່ງລັດ ສສ. ຫວຽດນາມ ໃນການກວດສອບ ແລະ ການໄລ່ລຽງຄືນ ພາສີ-ອາກອນ ຕ້ອງຈ່າຍເຂົ້າງົບປະມານແຫ່ງລັດ ຂອງພາກເອກະຊົນ.
        ພ້ອມນັ້ນ, ຄະນະຜູ້ແທນອົງການກວດສອບແຫ່ງລັດ ນໍາໂດຍ ທ່ານ ຕ້ອຍ ພົນທິລາດ ຮອງປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ເດີນທາງໄປຢ້ຽມຢາມ ອົງການກວດສອບປະຈຳເຂດ 11 ເມືອງແທັງຮວາ ເຊິ່ງທ່ານຫົວໜ້າອົງການກວດສອບປະຈຳເຂດ 11 ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ການມາເຄື່ອນໄຫວຂອງຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວໃນຄັ້ງນີ້.
 
ຮູບພາບ ແລະ ຂ່າວສານໂດຍ: ກົມຮ່ວມມືສາກົນ ອົງການກວດສອບແຫ່ງລັດ
Scroll to Top