ອົງການກວດສອບແຫ່ງລັດ ດຳເນີນກອງປະຊຸມ ຖອດຖອນບົດຮຽນວຽກງານກວດສອບແຫ່ງລັດ

        ອົງການກວດສອບແຫ່ງລັດ ໄດ້ຈັດກອງປະຊຸມສະຫລຸບ ວຽກງານກວດສອບ ປະຈຳປີ ຂຶ້ນໃນ ວັນທີ 14 ມີນາ 2024 ທີ່ໂຮງແຮມ ດອນຈັນພາເລດ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສຳຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ, ມີບັນດາທ່ານຮອງປະທານ ອົງການກວດສອບແຫ່ງລັດ, ຄະນະນໍາ ແລະ ພະນັກງານອົງການກວດສອບປະຈໍາພາກ, ບັນດາກົມ ແລະ ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ ເຂົ້າຮ່ວມ.

        ກອງປະຊຸມໃນຄັ້ງນີ້ໄດ້ປຶກສາຫາລື ຄົ້ນຄວ້າ ແລະ ເປັນເອກະພາບຕໍ່ບັນຫາທີ່ສໍາຄັນ ແລະ ຢ່າງເຄັ່ງຮ້ອນ ໃນການຈັດຕັ້ງຜັນຂະຫຍາຍຕາມມະຕິກອງປະຊຸມສະພາແຫ່ງຊາດ ເລກທີ 076/ສພຊ ຕິດພັນກັບບັນດາວຽກຈຸດສຸມຂອງອົງການກວດສອບແຫ່ງລັດ, ກອງປະຊຸມຈະໄດ້ລາຍງານການເຄື່ອນໄຫວວຽກງານກວດສອບແຫ່ງລັດ ປະຈຳປີ 2023 ແລະ ທິດທາງແຜນການເຄື່ອນໄຫວ ປີ 2024 ຂອງອົງການກວດສອບແຫ່ງລັດ, ເຜີຍແຜ່ຄໍາແນະນໍາການຈັດຕັ້ງປະຕິບັດການກວດສອບ ປະຈໍາປີ 2024 ຂອງບັນດາກົມວິຊາສະເພາະ ແລະ ອົງການກວດສອບປະຈໍາພາກ ແລະ ປຶກສາລືແລກປ່ຽນບົດຮຽນ 5 ບັນຫາຕິດພັນກັບວຽກງານວິຊາສະເພາະກວດສອບ ຄື: 1).ການເກັບກໍາຂໍ້ມູນຂອງເປົ້າໝາຍຖືກກວດສອບ ເພື່ອວິເຄາະ, ວິໄຈ ໃນການສ້າງແຜນການກວດສອບ ປະຈໍາປີ, ແຜນການກວດສອບລວມ ແລະ ແຜນການກວດສອບລະອຽດ; 2). ການເກັບກຳຂໍ້ມູນຫຼັກຖານການກວດສອບ ເພື່ອສ້າງເອກະສານປະຕິບັດງານກວດສອບ, ການປະສານສົມທົບລາຍງານໃນເວລາການດຳເນີນການກວດສອບ ເພື່ອປ້ອງກັນຄວາມສ່ຽງຂໍ້ມູນຜົນການກວດສອບ ບໍ່ລະອຽດ ແລະ ຊັດເຈນ; 3). ການດໍາເນີນການກວດສອບໃນເງື່ອນໄຂປັດຈຸບັນໃຫ້ມີຄວາມເລິກເຊິ່ງ, ແທດເຖິງ ແລະ ຮັບປະກັນໄດ້ຄຸນນະພາບການກວດສອບ ບົນພື້ນຖານການຮັກສາໄດ້ຄວາມສາມັກຄີ ລະຫວ່າງ ເປົ້າໝາຍຖືກກວດສອບ ແລະ ຄະນະກວດສອບ; 4). ການຈັດຕັ້ງປະຕິບັດກົນໄກການປະສານງານ, ລະບອບ, ລະບຽບ, ແບບແຜນ ແລະ ວິທີເຮັດວຽກ ເພື່ອແນ່ໃສ່ຄວາມເປັນເອກະພາບ ລະຫວ່າງ ອົງການກວດສອບປະຈໍາພາກ ກັບ ອົງການກວດສອບສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ແລະ 5). ກົນໄກການປະສານງານ, ແບບແຜນ ແລະ ວິທີການເຮັດວຽກໃນການຕິດຕາມ, ຊຸກຍູ້ ແລະ ການແກ້ໄຂຜົນການກວດສອບ ລະຫວ່າງ ອົງການກວດສອບປະຈໍາພາກ, ບັນດາກົມວິຊາສະເພາະ ກັບ ກົມປະເມີນຄຸນນະພາບການກວດສອບ ແລະ ເປົ້າໝາຍຖືກກວດສອບ ເພື່ອຍົກສູງຄຸນນະພາບການແກ້ໄຂຜົນການກວດສອບ.

        ທ່ານເຄນ ລໍວັນໄຊ ຮອງປະທານອົງການກວດສອບແຫ່ງລັດ ໄດ້ລາຍງານການເຄື່ອນໄຫວວຽກງານກວດສອບ ປີ 2023 ແລະ ທິດທາງແຜນການເຄື່ອນໄຫວປີ 2024 ໂດຍໄດ້ຍົກໃຫ້ເຫັນ​ວ່າ: ໃນໄລຍະ 01 ປີຜ່ານມາອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈໍາພາກ ໄດ້ເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະກວດສອບ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການກວດສອບແຫ່ງລັດ, ມະຕິກອງປະຊຸມສະພາແຫ່ງຊາດ, ມະຕິກອງປະຊຸມສະພາປະຊາຊົນຂັ້ນແຂວງ, ແຜນການເຄື່ອນໄຫວຽກງານປະຈໍາປີ ໄດ້ຮັບຜົນສໍາເລັດ ເປັນຢ່າງດີຄື: ໃນປີ 2023 ໄດ້ດໍາເນີນການກວດສອບເອກະສານລາຍງານການເງິນ, ຄວາມສອດຄ່ອງທາງດ້ານກົດໝາຍ ແລະ ຜົນການຈັດຕັ້ງປະຕິບັດ ຈໍານວນ 104 ເປົ້າໝາຍ ເທົ່າກັບ 100% ຂອງແຜນການ ໃນນັ້ນ: ກວດສອບ ງົບປະມານແຫ່ງລັດລັດໄດ້ 38 ເປົ້າໝາຍ, ທະນາຄານ 07 ເປົ້າໝາຍ, ວິສາຫະກິດລັດ 18 ເປົ້າໝາຍ, ໂຄງການລົງທຶນຂອງລັດ 21 ເປົ້າໝາຍ, ໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອ 20 ເປົ້າໝາຍ ແລະ ກວດສອບລົງເລິກສະເພາະ 3 ຮ່ວງລາຍຈ່າຍງົບປະມານ ປີ 2021 ແລະ 2022. ໄດ້ສໍາເລັດການສ້າງບົດສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານປະຈໍາປີ ແລະ ຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ຜົນການກວດສອບເອກະສານລາຍງານການເງິນຂອງ ທະນາຄານແຫ່ງ ສປປ ລາວ, ທະນາຄານ, ທຸລະກິດ, ບໍລິສັດລັດລົງທຶນ ແລະ ຜົນການກວດສອບໂຄງການລົງທຶນຂອງລັດ ແລະ ພ້ອມນີ້ກໍ່ໄດ້ສະຫຼຸບລາຍງານຕໍ່ປະທານປະເທດ, ນາຍົກລັດຖະມົນຕີ, ຄະນະປະຈໍາສະພາແຫ່ງຊາດ, ກອງປະຊຸມສະພາແຫ່ງຊາດ, ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ແລະ ກອງປະຊຸມສະພາປະຊາຊົນຂັ້ນແຂວງ.

        ໃນປີ 2024 ອົງການກວດສອບແຫ່ງລັດ ຈະໄດ້ສືບຕໍ່ປະຕິບັດ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຊຶ່ງຈະໄດ້ດໍາເນີນການກວດສອບ ຈໍານວນ 117 ເປົ້າໝາຍ, ໃນນັ້ນ: ກວດສອບງົບປະມານແຫ່ງລັດລັດໄດ້ 28 ເປົ້າໝາຍ, ທະນາຄາານ 10 ເປົ້າໝາຍ, ວິສາຫະກິດລັດລົງທຶນ 12 ເປົ້າໝາຍ, ໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອ 17 ເປົ້າໝາຍ, ອົງການກວດສອບປະຈຳພາກເໜືອ 01: 10 ເປົ້າໝາຍ, ອົງການກວດສອບປະຈໍາພາກເໜືອ 02 10 ເປົ້າໝາຍ, ອົງການກວດສອບປະຈຳພາກກາງ 01: 12 ເປົ້າໝາຍ, ອົງການກວດສອບປະຈໍາພາກກາງ 02: 07 ເປົ້າໝາຍ, ອົງການກວດສອບປະຈໍາພາກໃຕ້  11 ເປົ້າໝາຍ.

        ຮູບພາບ ແລະ ຂ່າວສານໂດຍ: ພະແນກເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ

 

 

Scroll to Top