ອົງການກວດສອບແຫ່ງລັດ ສຳເລັດການດຳເນີນກອງປະຊຸມ ວຽກງານກວດສອບແຫ່ງລັດ

        ກອງປະຊຸມວຽກງານກວດສອບໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 15 ມີນາ 2024 ທີ່ ໂຮງແຮມ ດອນຈັນພາເລດ ນະຄອນຫລວງ ວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ມີທ່ານ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຮອງປະທານ ອົງການກວດສອບແຫ່ງລັດ, ຄະນະນໍາ ແລະ ພະນັກງານອົງການກວດສອບປະຈໍາພາກ, ບັນດາກົມ ແລະ ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ  ແລະ ບັນດາແຂກທີ່ຖືກເຊີນ ເຂົ້າຮ່ວມ.

         ທ່ານ ວຽງທະວີສອນ ເທບພະຈັນ ກ່າວວ່າ: ກອງປະຊຸມໄດ້ຍົກເອົາບັນຫາວຽກງານວິຊາສະເພາະ ຈໍານວນໜຶ່ງ ຂຶ້ນມາປຶກສາຫາລື ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານຂອງບັນດາກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ ແລະ ອົງການກວດສອບກວດສອບປະຈໍາພາກ ເປັນຕົ້ນ: ການສ້າງແຜນກວດສອບ ປະຈຳປີ; ການວິເຄາະ-ວິໄຈຂໍ້ມູນ ສ້າງແຜນການກວດສອບ, ການດຳເນີນການກວດສອບ, ການຕີລາ ແລະ ວິເຄາະຫຼັກຖານຜົນການກວດສອບ; ການສ້າງບົດບັນທຶກ, ບົດແຈ້ງຜົນການກວດສອບ; ການປະສານງານ-ຕິດຕາມ, ຊຸກຍູ້ ແລະ ກວດສອບຄືນ ການແກ້ໄຂຜົນການກວດສອບ; ການປະເມີນຄຸນນະພາບການກວດສອບ ແລະ ການສ້າງບົດລາຍງານຜົນການກວດ. ອົງການກວດສອບປະຈຳພາກ, ກົມວິຊາສະເພາະ ແລະ ກົມປິ່ນອ້ອມ ກໍ່ໄດ້ປະກອບຄຳເຫັນ ພາຍໃຕ້ 5 ຫົວຂໍ້ແລກປ່ຽນໃນ 2 ວັນຜ່ານມາ ຢ່າງກົງໄປກົງມາ ຕໍ່ກັບການເຄື່ອນໄຫວວຽກງານຕົວຈິງ ທີ່ຕິດພັນກັບວຽກງານທີ່ຕົນຮັບຜິດຊອບ ຕໍ່ກອງປະຊຸມຢ່າງເປັນຂະບວນຟົດຟື້ນ ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນ, ທັງເປັນບົດຮຽນ ແລະ ມີທາງອອກໃຫ້ແກ່ພວກເຮົາ ໃນການປະຕິບັດໜ້າທີ່ໃນຕໍ່ໜ້າ.

        ພ້ອມກັນນັ້ນ, ໃນຕອນບ່າຍ ຂອງວັນທີ 15 ມີນາ 2024 ກອງປະຊຸມໄດ້ຮັບກຽດໂອ້ລົມ ໂດຍທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ຊຶ່ງທ່ານໄດ້ເນັ້ນໜັກໃຫ້ ອົງການກວດສອບແຫ່ງລັດ ແລະ ບັນດາຫົວໜ່ວຍງົບປະມານເອົາໃຈໃສ່ໜ້າວຽກ ຄື:

        ຄ່ຽງຄູ່ກັບໝາກຜົນສຳເຫຼັດ ທີ່ຍາດມາໄດ້ນັ້ນ, ຖ້າເບິ່ງຕາມຜົນການກວດສອບ ປີ 2023 ທີ່ໄດ້ລາຍງານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ນັ້ນແມ່ນໄດ້ພົບເຫັນບັນດາຫົວໜ່ວຍງົບປະມານ ມີການລະເມີດວິໄນແຜນການ-ການເງິນ ເປັນຕົ້ນແມ່ນ ການຄຸ້ມຄອງລາຍຮັບ, ເກັບລາຍຮັບໄດ້ແລ້ວ ບໍ່ມອບເຂົ້າງົບປະມານ; ການເກັບກູ້ໜີ້ຈາກສ່ວຍສາອາກອນ, ຊັບສິນຂອງລັດ ແລະ ການເກັບຄ່າເຊົ່າ-ສໍາປະທານ ບໍ່ຄົບຖ້ວນຕາມພັນທະສັນຍາ, ກໍານົດອັດ ຕາການເກັບຕ່ຳກວ່າ ລັດຖະບັນຍັດປະທານປະເທດ; ການສະສາງບັນຊີລາຍຮັບຂອງຄັງເງິນແຫ່ງຊາດ ເຂົ້າງົບປະມານ ຍັງບໍ່ທັນຕາມກຳນົດເວລາ, ບໍ່ໄດ້ຮີບເງິນຄ້ຳປະກັນສັນຍາ ຈາກກິດຈະການບໍ່ແຮ່ ແລະ ການຄຸ້ມຄອງລາຍຮັບ ຢູ່ເຂດສຳປະ ທານເຂດເສດຖະກິດພິເສດ ຍັງບໍ່ມີການໄລ່ລຽງເງິນປັນຜົນ; ວິສາຫະກິດລັດລົງທຶນບໍ່ມອບພັນທະອາກອນ ແລະ ເສຍຄ່າຊັບສິນໃຫ້ລັດ; ການຄຸ້ມຄອງລາຍຈ່າຍ ກໍມີບັນຫາຕ່າງໆ ທີ່ປະຕິບັດບໍ່ຖືກຕ້ອງ ເຊັ່ນ: ການນຳໃຊ້ເງິນ ບໍ່ນອນໃນແຜນງົບປະ ມານແຫ່ງລັດ ມີການຈ່າຍນອກແຜນ; ການນຳໃຊ້ເງິນບ້ວງເກີນແຜນ, ຄັງພັດທະ ນາຊຸມຊົນ ແລະ ເງິນແຮ່ທ້ອງຖິ່ນ ບໍ່ຖືກຕາມເປົ້າໝາຍ; ການປະຕິບັດໂຄງການລົງທຶນຂອງລັດ ຫຼາຍອັນ ບໍ່ໄດ້ຕາມມາດຕະຖານເຕັກນິກ ການປະມູນຈັດຊື້-ຈັດຈ້າງ ບໍ່ໄປຕາມລະບຽບການ ແລະ ຂັ້ນຕອນກົດໝາຍ ແລະ ອື່ນໆ; ການຄຸ້ມຄອງການຂຸດຄົ້ນແຮ່ທາດ ແລະ ການໃຫ້ເຊົ່າ-ສໍາປະທານ ທີ່ດິນ ບໍ່ໄປຕາມຂັ້ນຕອນຂອງກົດໝາຍ ເປັນຕົ້ນ: ການກະທົບຕໍ່ສິ່ງແວດລ້ອມ, ບໍ່ໄດ້ອອກໃບຢັ້ງຢືນເນື້ອທີ່ດິນເຂດສຳປະ ທານ, ບໍ່ໄດ້ປັກຫຼັກໝາຍ ເຮັດໃຫ້ລັດສູນເສຍຜົນປະໂຫຍດໂດຍກົງ ຈາກການເກັບລາຍຮັບເຂົ້າງົບປະມານ; ຍັງບໍ່ໄດ້ເອົາໃຈໃສໃນການຄຸ້ມຄອງ, ຕິດຕາມກວດກາການດຳເນີນທຸລະກິດ ຂອງບໍລິສັດເຊົ່າສິນເຊື່ອ ເປັນເງິນຕາຕ່າງປະເທດ; ທະນາ ຄານທຸລະກິດລັດ ປ່ອຍກູ້ ເກີນຂອບເຂດຂອງທຶນ, ການອະນຸມັດສິນເຊື່ອ ບໍ່ສອດ ຄ່ອງກັບລະບຽບການ ແລະ ອື່ນໆ.

        ບັນຫາຕ່າງໆ ທີ່ຍົກມານັ້ນ ແມ່ນອົງການກວດສອບ ໄດ້ພົບເຫັນ ແຕ່ການປຶກ ສາຫາລືມອບໝາຍໃຫ້ອົງການ ຫຼື ເປົ້າໝາຍທີ່ກ່ຽວຂ້ອງແກ້ໄຂ ແມ່ນບໍ່ທັນເຂັ້ມງວດ ແລະ ທັນການ(ກວດສອບ-ກວດກາເຫັນ ແຕ່ແກ້ໄຂບໍ່ໄດ້) ເຮັດໃຫ້ສັງຄົມ ຈົ່ມວ່າ, ວິພາກວິຈານ ຕໍ່ການນຳພາຂອງພັກ, ການຄຸ້ມຄອງຂອງລັດ ກໍ່ຄືຕໍ່ອົງການກວດກາ ແລະ ກວດສອບ ຂອງພວກເຮົາ, ອັນນີ້ ຄະນະພັກ, ອົງການກວດກາ-ກວດສອບ ແລະ ອົງການປົກຄອງທຸກຂັ້ນ ຕ້ອງເອົາໃຈໃສ່ແກ້ໄຂໃຫ້ໄດ້.

        ບັນດາສະຫາຍ ທີ່ຮັກແພງ!

        ເຖິງວ່າບັນດາສະຫາຍ ໄດ້ນໍາພາ-ຊີ້ນນໍາ ດ້ວຍຄວາມເອົາໃຈໃສ່ ມີຜົນສໍາເລັດ ແລະ ຂໍ້ຄົງຄ້າງ ຄືດັ່ງທີ່ກ່າວມາຂ້າງເທິງນັ້ນກໍຕາມ, ໂອກາດທີ່ມາຮ່ວມກອງປະຊຸມເທື່ອນີ້, ຂ້າພະເຈົ້າ ຢາກມີຄວາມເຫັນເຈາະຈີ້ມ ໃຫ້ພວກສະຫາຍ ເອົາໃຈໃສ່ບັນຫາຈໍານວນໜຶ່ງ ດັ່ງນີ້ :

        ຄືພວກເຮົາໄດ້ຮັບຮູ້ນຳກັນວ່າ: ວຽກງານກວດສອບ ເປັນວຽກສຳຄັນ, ວຽກເຄັ່ງຮ້ອນ, ເຄັ່ງຕຶງ, ປະເຊີນໜ້າ ແລະ ເປັນວຽກຫຍຸ້ງຍາກສັບສົນ ແຕ່ຄວາມຈຳ ເປັນຕ້ອງໄດ້ເຮັດ ແລະ ຂາດບໍ່ໄດ້ ທີ່ພັກ-ລັດ ເຮົາຕ້ອງໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ແລະ ຄຸ້ມຄອງຢ່າງແທດເຖິງ ຖືເບົາບໍ່ໄດ້, ສະນັ້ນ ບັນຫາທີ່ຕ້ອງເອົາໃຈໃສ່ໃນຕໍ່ໜ້າແມ່ນ:

  1. ເພິ່ມທະວີ ຕ້ອງສືບຕໍ່ຍົກສູງ ແລະ ຄວາມເອົາໃຈໃສ່ວຽກງານການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ, ຢຶດໝັ້ນຕໍ່ອຸດົມການຂອງພັກ; ມີສະຕິຕໍ່ການຈັດຕັ້ງ, ເຄົາລົບ ແລະ ປະຕິບັດລະບຽບກົດໝາຍ, ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່, ຮັກວິ ຊາສະເພາະ, ມີແນວຄິດອຸ່ນອຽນ, ທຸ່ນທ່ຽງ ຕັ້ງໃຈບຸກບືນປະຕິບັດໜ້າທີ່, ມີຄວາມເສຍສະຫຼະສູງ, ມີຈັນຍາບັນ ຂອງພະນັກງານ-ນັກກວດສອບ ທີ່ໜັກແໜ້ນ, ບໍ່ສວຍໃຊ້ໜ້າທີ່, ບໍ່ຮັບສິນບົນ ແລະ ບໍ່ຕໍ່ລອງຜົນປະໂຫຍດໃດໆ, ຕ້ອງມີຄວາມສັດຊື່ບໍລິສຸດ ເປັນແບບຢ່າງທີ່ດີ ເພື່ອສ້າງຄວາມເຊື່ອໜັ້ນ-ເຊື່ອຖື ໃຫ້ເປົ້າໝາຍທີ່ຖືກກວດສອບ ແລະ ຕໍ່ສັງຄົມ.
  2. ການປັບປຸງກົງຈັກການຈັດຕັ້ງ ໃຫ້ຖືສໍາຄັນການກໍານົດພາລະບົດບາດ, ສິດ-ໜ້າທີ່; ຄວາມຮັບຜິດຊອບ ແລະ ຕຳແໜ່ງງານໃຫ້ຈະແຈ້ງ, ບໍ່ຊ້ຳຊ້ອນກ້າວກ່າຍກັນ, ພ້ອມກັນນັ້ນ ຕ້ອງເອົາໃຈໃສ່ປັບປຸງກົນໄກ, ລະບຽບການ, ແບບແຜນວິທີ ນໍາພາ ແລະ ວິທີເຮັດວຽກ ຂອງອົງການກວດສອບ ໃຫ້ຖືກຕ້ອງ, ລ່ວງລຽນ ແລະ ເຂັ້ມແຂງ, ເອົາການເອົາງານ; ປະຕິບັດລະບອບລະບຽບການປະສານສົມທົບ ທີ່ກົມ ກຽວກັບບັນດາອົງການ, ຂະແໜງການ, ພະແນກການທີ່ກ່ຽວຂ້ອງ; ໃນນັ້ນ, ໃຫ້ເປັນ ເຈົ້າການ ຕໍ່ການປະສານສົມທົບ ກັບ ກຳມະທິການຂອງສະພາແຫ່ງຊາດ, ອົງການກວດກາແຫ່ງລັດ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ທະນາ ຄານແຫ່ງ ສປປ ລາວ ໃນການຜັນຂະຫຍາຍ ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຜົນການກວດສອບ ປະຈຳປີ 2023 ສະບັບເລກທີ 114/ສພຊ, ລົງວັນທີ 21 ພະຈິກ 2023 ໃຫ້ເຂັ້ມງວດ;
  3. ໃຫ້ປະຕິບັດສິດ, ໜ້າທີ່, ຄວາມຮັບຜິດຊອບ ຂອງພວກສະຫາຍ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ໂດຍສະເພາະ ແມ່ນການສະຫຼຸບລາຍງານຜົນການກວດສອບ ໃຫ້ປະທານປະເທດ, ຄະນະປະຈຳສະພາແຫ່ງຊາດ, ນາຍົກລັດຖະ ມົນຕີ ເພື່ອເປັນບ່ອນອີງໃຫ້ການຈັດຕັ້ງປະຕິບັດ ໃຫ້ຂັ້ນເທິງພິຈາລະນາແກ້ໄຂບັນຫາໃຫ້ທັນເວລາ;

  4. ໃຫ້ຄົ້ນຄວ້າກົນໄກການປະຕິບັດນະໂຍບາຍ ແລະ ເພິ່ມງົບປະມານໃຫ້ແກ່ການ ເຄື່ອນໄຫວວຽກງານກວດສອບ ໂດຍສະເພາະ ແມ່ນພາຫະນະລົດໃຫຍ່ ຮັບໃຊ້ວຽກງານກວດສອບ ຂອງອົງການກວດສອບປະຈໍາ 2 ພາກ (ພາກເໜືອ 2 ແລະ ພາກກາງ 2) ໂດຍປະສານສົມທົບ ກັບ ຄະນະປະຈໍາສະພາແຫ່ງຊາດ, ລັດຖະບານ ໃນການພິຈາລະນາອະນຸມັດ ເພື່ອຮັບປະກັນການປະຕິບັດໜ້າທີ່ວຽກງານ ຂອງອົງການໃຫ້ມີຜົນສຳເລັດຕາມແຜນການ.

  5. ການປະຕິບັດໜ້າທີ່ກວດສອບເປົ້າໝາຍຕ່າງໆ ຕ້ອງເລິກເຊິ່ງ, ຮອບຄອບ, ຖີ່ຖ້ວນ, ພາວະວິໄສແທ້ໆ, ຕ້ອງຄົ້ນຄວ້າວິເຄາະ-ວິໄຈຂໍ້ມູນຫັຼກຖານ ໃຫ້ຖືກຕ້ອງ, ຊັດເຈນ, ບໍ່ມະລຸ້ມມະລວຍ ຫຼື ເຮັດພໍໃຫ້ແລ້ວ, ຂາດຄວາມຮັບຜິດຊອບ ແລະ ອື່ນໆ, ຖ້າເຮົາກວດກາ-ກວດສອບ ບໍ່ຖືກຕ້ອງຕາມຫຼັກການ, ລະບຽບ ແລະ ຂັ້ນຕອນ ຂອງການກວດສອບ ທີ່ກຳນົດໄວ້ໃນກົດໝາຍ ຂອງອົງການກວດສອບ ແລະ ນິຕິກຳອື່ນໆທີ່ກ່ຽວຂ້ອງ.

  6. ການເກັບກຳຂໍ້ມູນ ແລະ ການປະຕິບັດ ຫຼື ດຳເນີນການກວດສອບເປົ້າໝາຍຕ່າງໆ ຕ້ອງມີການປະສານສົມທົບ ກັບຄະນະພັກ ແລະ ຂະແໜງການທີ່ກ່ຽວຂ້ອງ ທີ່ກົມກຽວ ເພື່ອຄວາມຖືກຕ້ອງ ແລະ ມີຄວາມເປັນເອກະພາບກັນ ຈຶ່ງເຮັດໃຫ້ການກວດສອບ ຂອງພວກເຮົາ ມີປະສິດທິພາບ ແລະ ປະສິດທິຜົນສູງ ແລະ ຮ່ວມມືກັນແກ້ໄຂບັນຫາຢ່າງຖືກຕ້ອງ ແລະ ມີຜົນສຳເຫຼັດ.

  7. ໃຫ້ຖືສຳຄັນ ແລະ ເອົາໃຈໃສ່ໃນການຝຶກອົບຮົມ-ບຳລຸງຍົກລະດັບວິຊາສະ ເພາະ ວຽກງານກວດສອບ, ຄວາມຮູ້ທາງດ້ານການບັນຊີ, ຄວາມຮູ້ທາງດ້ານກົດ ໝາຍ ແລະ ອື່ນໆ ໃຫ້ສະມາຊິກພັກ, ພະນັກງານ ທີ່ເຮັດວຽກງານກວດສອບ ພ້ອມທັງຈັດຕັ້ງ-ແນະນຳ ການເຮັດຕົວຈິງ, ເຮັດໄປນຳ ສະຫຼຸບຖອດຖອນບົດຮຽນໄປນຳ, ເຮັດແຕ່ນ້ອຍຫາໃຫຍ່, ແຕ່ຕ່ຳຫາສູງ ແຕ່ງ່າຍຫາຍາກ. ນອກຈາກ ບຳລຸງຍົກລະດັບ ແລະ ເຮັດຕົວຈິງ ຢູ່ພາຍໃນປະເທດແລ້ວ ກໍ່ເລືອກເຟັ້ນໄປບຳລຸງຍົກລະດັບ ແລະ ຮຽນຮູ້ບົດຮຽນຈາກຕ່າງປະເທດ.

  8. ເພື່ອເຮັດໃຫ້ການກວດສອບ ດໍາເນີນໄປດ້ວຍດີ ແລະ ມີຜົນສໍາເຫຼັດ ຕາມສະພາຮັບຮອງ ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ທະນາ ຄານ ແຫ່ງ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ເຮັດໜ້າທີ່ມະຫາພາກ ຕ້ອງປະຕິບັດສິດ-ໜ້າທີ່ ກໍ່ຄືພັນທະຂອງຕົນ ຕໍ່ອົງການກວດສອບແຫ່ງລັດ ຕາມທີ່ໄດ້ກໍານົດໃນກົດໝາຍ ຂອງອົງການກວດສອບ ແລະ ກົດໝາຍອື່ນໆ ທີ່ກ່ຽວຂ້ອງ, ໝາຍວ່າ ຕ້ອງຮ່ວມໄມ້ຮ່ວມມື ແລະ ສະໜອງຂໍ້ມູນຕ່າງໆ ຕາມທີ່ອົງການກວດສອບ ມີຄວາມຕ້ອງການຈຳເປັນ, ພ້ອມກັນນັ້ນ ອົງການກວດສອບ ກໍ່ຕ້ອງເປັນເຈົ້າການ ປະສານສົມທົບກັບບັນດາກະຊວງ-ອົງການດັ່ງກ່າວ ແລະ ມີການຄົ້ນຄວ້າວິໄຈຂໍ້ມູນເລົ່ານັ້ນ ໃຫ້ເລິກເຊິ່ງ ເພື່ອເປັນພື້ນຖານ ໃຫ້ແກ່ການກວດສອບເປົ້າໝາຍຕ່າງໆ; ອີກບັນຫາໜຶ່ງທີ່ສຳຄັນ ບັນດາຫົວໜ່ວຍງົບປະມານ ທີ່ຖືກກວດສອບ ຕ້ອງຖືສຳຄັນ ແລະ ໃຫ້ການຮ່ວມມື, ອຳນວຍຄວາມສະດວກ ແລະ ສະໜອງຂໍ້ມູນຕ່າງໆ ພ້ອມທັງເຂົ້າຮ່ວມການກວດສອບນຳໜ່ວຍງານພະນັກງານ ທີ່ແຕ່ງຕັ້ງມອບໝາຍ ໃຫ້ປະຕິບັດໜ້າທີ່ກວດສອບຕໍ່ຫົວໜ່ວຍງົບປະມານຂອງຕົນ.

  9. ເມື່ອກວດສອບແລ້ວ ບັນຫາສໍາຄັນ ທີ່ເປັນຕັບບີ ຂອງການກວດສອບ ແມ່ນຕ້ອງແກ້ໄຂຜົນຂອງການກວດສອບ ໃຫ້ຖືກຕ້ອງ, ເຂັ້ມງວດ ແລະ ທັນການ. ການແກ້ໄຂຜົນຂອງການກວດສອບ ຕາມກົດໝາຍແລ້ວ ແມ່ນຄວາມຮັບຜິດຊອບຂອງຄະນະພັກ ແລະ ການນຳຂອງອົງການເປົ້າໝາຍ ທີ່ຖືກກວດສອບ, ແຕ່ອົງການກວດສອບ ຕ້ອງເຮັດໜ້າທີ່ຕິດຕາມຊຸກຍູ້ ດ້ວຍວິທີການ ແລະ ຮູບການຕ່າງໆ ເພື່ອເຮັດໃຫ້ຜົນການກວດສອບ ໄດ້ຮັບການແກ້ໄຂ, ນຳເອົາເງິນ-ວັດຖຸຕ່າງໆ ກວດສອບເຫັນເຂົ້າລັດ, ທັງແກ້ໄຂໄດ້ຜູ້ລະເມີດ ໃຫ້ເຂັ້ມງວດ ແລະ ຖືກຕ້ອງຕາມລະບຽບກົດໝາຍ.
  10. ວຽກງານກວດກາ-ກວດສອບ ເປັນວຽກທີ່ສຳຄັນ ແລະ ຂາດບໍ່ໄດ້ ສຳຫຼັບ ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ, ດ້ວຍເຫດນັ້ນ ຄະນະພັກ ແລະ ອົງການປົກຄອງທຸກຂັ້ນ ຕ້ອງມີຄວາມຮັບຜິດຊອບໂດຍກົງ ຕໍ່ວຽກງານນີ້ ແລະ ເອົາອັນນີ້ ເປັນມາດຖານ ຫຼື ໄມ້ລາວັດແທກໜຶ່ງ ຕໍ່ການນຳພາຂອງຄະນະພັກ ແລະ ການຄຸ້ມຄອງ ຂອງອົງການປົກຄອງແຕ່ລະຂັ້ນ ກໍ່ຄືກະຊວງ-ອົງການຕ່າງໆ.
  11. ຄະນະພັກ ກໍຄືການນໍາ ຂອງອົງການກວດສອບແຫ່ງລັດ, ອົງການກວດສອບປະຈຳພາກຕ່າງໆ ຕ້ອງເປັນເຈົ້າການ ຄົ້ນຄວ້າປະຕິບັດໜ້າທີ່ຂອງຕົນໃຫ້ສູງຂຶ້ນຕື່ມ, ປະຕິບັດການປະສານສົມທົບ ກັບອົງການກວດກາແຫ່ງລັດ ແລະ ພາກສ່ວນຕ່າງໆ ໃຫ້ກົມກຽວ ເປັນເອກະພາບກັນ, ຮ່ວມປຶກສາຫາລື ຮ່ວມກັນແກ້ໄຂບັນຫາຕ່າງທ ທີ່ເຫັນວ່າມີຄວາມສັບສົນ ແລະ ສົ່ງຜົນກະທົບກວ້າງຂວາງ ຕໍການນຳພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ກະທົບຕໍ່ການພັດທະນາສ້າງສາປະເທດ; ການປະສານສົມທົບກັນ ຕ້ອງບົນພື້ນຖານ ພາລະບົດບາດ,ສິດ-ໜ້າທີ່ ແລະ ຄວາມຮັບຜິດຊອບຂອງແຕ່ລະອົງການ.

ຮູບພາບ ແລະ ຂ່າວສານໂດຍ: ພະແນກເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ, ອົງການກວດສອບແຫ່ງລັດ.

Scroll to Top