ປະຕິບັດຕາມບົດບັນທຶກການຮ່ວມມືສອຝ່າຍ ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ອົງການກວດສອບແຫ່ງລັດ ສສ ຫວຽດນາມ, ໃນລະຫວ່າງວັນທີ 16-20 ກໍລະກົດ 2025, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ກັບ ອົງການກວດສອບແຫ່ງລັດ ສສ ຫວຽດນາມ ທີ່ນະຄອນຫຼວງນຮ່າໂນ່ຍ ແລະ ນະຄອນຫຼວງໂຮ່ຈິມິນ ສສ ຫວຽດນາມ ໂດຍໄດ້ຮັບການຕ້ອນຮັບຂອງ: ທ່ານ ໂງ ວັນ ຕວັນ ປະທານອົງການກວດສອບແຫ່ງລັດ ສສ ຫວຽດນາມ, ຊຶ່ງຄະນະຜູ້ແທນໄດ້ເຂົ້າຮ່ວມພົບປະສອງຝ່າຍ ແລະ ແລກປ່ຽນບົດຮຽນກ່ຽວກັບ ການມີສ່ວນຮ່ວມຂອງ ອົງການກວດສອບແຫ່ງລັດ ຕໍ່ການສ້າງແຜນງົບປະມານແຫ່ງລັດ ແລະ ຄວາມເຂົ້າໃຈຕໍ່ກັບກົນໄກ, ຂັ້ນຕອນວິທີການຈັດຕັ້ງປະຕິບັດຄໍາແນະນໍາຜົນຂອງການກວດສອບ. ໃນໂອກາດດັ່ງກ່າວ ຄະນະຜູ້ແທນ ໄດ້ເດີນທາງຢ້ຽມຢາມ ອົງການກວດສອບ ປະຈໍຳເຂດ 4 ນະຄອນໂຮ່ຈິມິນ ສສ ຫວຽດນາມ.
ການພົບປະສອງຝ່າຍກັນໃນຄັ້ງນີ້ ເປັນຂີດໝາຍສຳຄັນ ໃນການສືບຕໍ່ ເສີມຂະຫຍາຍສາຍພົວພັນຮ່ວມມື ພາຍໃຕ້ບົດບັນທຶກວ່າດ້ວຍການຮ່ວມມືສອງຝ່າຍທີ່ໄດ້ເຊັ່ນຮ່ວມກັນ ໃນປີ 2022 ແນໃສ່ຊຸກຍູ້ຊ່ວຍເຫຼືອ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ເພື່ອພັດທະນາຂະແໜງການກວດສອບແຫ່ງລັດ ຂອງສອງປະເທດ ໃຫ້ກ້າວໜ້າຢ່າງບໍ່ຢຸດຢັ້ງ, ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຜັນຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍ່ຄືການເສີມຂະຫຍາຍສາຍພົວພັນທາງການທູດ ຄົບຮອບ 63 ປີ (5/9/1962 – 5/9/2025).
ໃນກອງປະຊຸມພົບປະສອງຝ່າຍ ຄະນະຜູ້ແທນແຕ່ລະຝ່າຍ ໄດ້ແຈ້ງກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ການຮ່ວມມືທີ່ພົ້ນເດັ່ນ ຂອງວຽກງານການກວດສອບ ໂດຍສະເພາະວຽກງານໂຄງການປັບປຸງບໍລິຫານອົງການກວດສອບແຫ່ງລັດ ຫັນເປັນທັນສະໄປໄໝ (E-Office) ທີ່ໄດ້ຮັບທຶນການຊ່ວຍເຫຼືອຈາກລັດຖະບານ ສສ ຫວຽດນາມ ກໍ່ຄື ອົງການກວດສອບແຫ່ງລັດ ສສ ຫວຽດນາມ ໃນປີ 2024, ປຶກສາຫາລືກ່ຽວກັບແຜນກິດຈະກຳຮ່ວມມືສອງຝ່າຍໄລຍະກາງ ແຕ່ປີ 2026-2028. ພ້ອມດຽວກັນນັ້ນ ກໍໄດ້ແລກປ່ຽນບົດຮຽນດ້ານວິຊາການ ຄື: ການມີສ່ວນຮ່ວມຂອງ ອົງການກວດສອບແຫ່ງລັດ ຕໍ່ການສ້າງແຜນງົບປະມານແຫ່ງລັດ ແລະ ຄວາມເຂົ້າໃຈຕໍ່ກັບກົນໄກ, ຂັ້ນຕອນວິທີການຈັດຕັ້ງປະຕິບັດຄໍາແນະນໍາການກວດສອບ. ກອງປະຊຸມ ໄດ້ຕີລາຄາ ແລະ ເອກະພາບສູງຕໍ່ແຜນການຮ່ວມມື 2026-2028 ໂດຍມອບໃຫ້ ກົມຮ່ວມມືສອງອົງການ ປະສານສົມທົບກັນ ເພື່ອສ້າງແຜນກິດຈະກຳ ລະອຽດ;
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນດັ່ງກ່າວ, ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ປະທານອົງການກວດອບແຫ່ງລັດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ອົງການກວສອບແຫ່ງລັດ ສສ ຫວຽດນາມ ແລະ ອົງການກວດສອບປະຈຳເຂດ 4 ສສ ຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບ ແລະ ແບ່ງປັນຄວາມຮູ້ໃຫ້ແກ່ ອົງການກວດສອບແຫ່ງລັດ ສປປ ລາວ ຕະຫຼອດມາ ແລະ ຈະສືບຕໍ່ການຮ່ວມມືໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ນັກກວດສອບຂອງອົງການກວດສອບແຫ່ງລັດ ສປປ ລາວ ໃນຕໍ່ໜ້າ. ໃນຕອນທ້າຍ ທ່ານ ໂງ ວັນ ຕວັນ ປະທານອົງການກວດສອບແຫ່ງລັດ ສສ ຫວຽດນາມ ກໍ່ໄດ້ສະແດງຄວາມຍິນດີ ແລະ ເຊື່ອໝັ້ນວ່າທັງສອງອົງການກວດສອບແຫ່ງລັດ ສສ ຫວຽດນາມ ແລະ ສປປ ລາວ ຈະສືບຕໍ່ຮ່ວມມືຮອບດ້ານ ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສອງອົງການກວດສອບແຫ່ງລັດ ໃຫ້ກ້າວໜ້າຂື້ນເລື້ອຍໆ.
ໃນໂອກາດດັ່ງກ່າວ ຄະນະຜູ້ແທນຍັງໄດ້ເຂົົ້າຢ້ຽມຂໍ່ານັບ ທ່ານ ເຈິນ ແທັງ ເໝີນ, ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ສສ ຫວຽດນາມ ຊຶ່ງ ທ່ານໄດ້ຊີ້ນຳ ສອງອົງການກວດສອບແຫ່ງລັດ ຈົ່ງໄດ້ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ ໃຫ້ເລິກເຊິ່ງ ໂດຍການຊ່ວຍເຫລືອດ້ານວິຊາການກວດສອບ ຢ່າງຈິງໃຈ.
ພ້ອມດຽວກັນນັ້ນ, ຄະນະຜູ້ແທນຍັງໄດ້ເດີນທາງໄປຢ້ຽມຢາມ ອົງການກວດສອບປະຈຳເຂດ 4 ແລະ ສະຖາພາປະຊາຊົນ ນະຄອນໂຮ່ຈິມິນ ສສ ຫວຽດນາມ, ຊຶ່ງຜ່ານການຮັບຟັງການລາຍງານສະພາບການກວດສອບ ເຫັນວ່າ ອົງການກວດສອບແຫ່ງລັດ ປະຈຳເຂດ 4 ໄດ້ເລັ່ງໃສ່ ການກວດສອບສິ່ງແວດລ້ອມ, ການຂຸດຄົ້ນບໍ່ແຮ່ ແລະ ການປ່ຽນແປງດິນຟ້າອາກາດ ຊຶ່ງເປັນກິດຈະການທີ່ມີຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນໂດຍກົງ.
ຮູບພາບ ແລະ ຂ່າວສານໂດຍ: ກົມຮ່ວມມືສາກົນ ອົງການກວດສອບແຫ່ງລັດ