ກອງປະຊຸມໃຫຍ່ ສະມາຊິກພັກ ອົງຄະນະພັກອົງການກວດສອບແຫ່ງລັດ ຄັ້ງທີ III

        ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ອົງຄະນະພັກອົງການກວດສອບແຫ່ງລັດ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 25 ສິງຫາ 2025 ທີ່ ໂຮງແຮມ ຮໍລິເດອິນ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ ອົງການກວດສອບແຫ່ງລັດ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ສະຫາຍ ສຈ. ປອ. ນ. ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ, ປະທານສານປະຊາຊົນສູງສຸດ, ມີແຂກຖືກເຊີນ, ຜູ້ແທນກອງປະຊຸມ ແລະ ພະນັກງານປະຕິວັດອາວຸໂສບຳນານ ເຂົ້າຮ່ວມ.

        ສະຫາຍ ວຽງທະວີສອນ ເທບພະຈັນ ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການ ໂດຍມີເນື້້ອໃນບາງຕອນສຳຄັນວ່າ:  ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III  ອົງຄະນະພັກ ອົງການກວດສອບແຫ່ງລັດ ໄດ້ໄຂຂຶ້ນຢ່າງເປັນທາງການ ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນທາງດ້ານການເມືອງ, ເປັນການປະຕິບັດຫຼັກການນໍາພາ ແລະ ການຈັດຕັ້ງຂອງພັກ, ແນໃສ່ປັບປຸງພັກ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນໍາພາ; ແມ່ນບັ້ນດໍາເນີນຊີວິດການເມືອງພາຍໃນຄະນະພັກ, ສະມາຊິກພັກ ທີ່ຈະເຮັດໃຫ້ມີຄຸນນະພາບ, ບົດບາດຄວາມສາມາດການນໍາພາຂອງຄະນະພັກ ໄດ້ຮັບການເຊີດຊູສູງຂຶ້ນໃນແຕ່ລະຂົງເຂດວຽກງານ.

       ກອງປະຊຸມໄດ້ໄຂຂຶ້ນ ຢ່າງສະຫງ່າຜ່າເຜີຍ, ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວບັນດາເຜົ່າ ພວມຈັດຕັ້ງສະເຫຼີມສະຫຼອງ, ອອກແຮງສ້າງຜົນງານຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ທີ່ຫາກໍຜ່ານພົ້ນໄປ ແລະ ຈະມາເຖິງໃນມໍ່ໆນີ້ ເວົ້າສະເພາະ ການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດ ໂດຍຖືເອົາຫຼັກການດຳເນີນການກວດສອບ, ການຄຸ້ມຄອງ, ການນຳໃຊ້ງົບປະມານການເງິນ ແລະ ຊັບສິນຂອງລັດໃຫ້ມີປະສິດທິພາບ, ປະສິດທິຜົນ, ປະຢັດ, ໂປ່ງໃສ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວ ແລະ ໝັ້ນຄົງ.

        ກອງປະຊຸມໃຫຍ່ຄັ້ງນີ້, ຈະໄດ້ດໍາເນີນເປັນເວລາໜຶ່ງວັນ; ຕະຫຼອດເວລາດໍາເນີນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III  ອົງຄະນະພັກ ອົງການກວດສອບແຫ່ງລັດ ໃນເທື່ອນີ້, ຈະໄດ້ຮັບຟັງລາຍງານການເມືອງ, ບົດສຳຫຼວດການນໍາພາ ເຊິ່ງຈະກວມລວມທັງດ້ານດີ, ຂໍ້ຄົງຄ້າງ, ສາຍເຫດ ແລະ ຮັບຮອງທິດທາງແຜນການ, ຄາດໝາຍສູ້ຊົນ ຂອງຄະນະພັກ ອົງການກວດສອບແຫ່ງລັດ ແຕ່ນີ້ຮອດປີ 2030; ພ້ອມນັ້ນ, ຍັງຈະໄດ້ຮັບຟັງການປະກອບຄໍາເຫັນ ຂອງບັນດາສະຫາຍຜູ້ແທນສົມບູນ ຕາງໜ້າໃຫ້ຄະນະພັກ ແລະ ກົມວິຊາສະເພາະ, ກົມປິ່ນອ້ອມຈໍານວນໜຶ່ງ.

       ກອງປະຊຸມ ຈະໄດ້ພ້ອມກັນໃຊ້ສິດ ປ່ອນບັດເລືອກຕັ້ງເອົາກຳມະການຄະນະບໍລິຫານງານ ພັກ ອົງການກວດສອບແຫ່ງລັດຊຸດໃໝ່, ປ່ອນບັດເອົາຜູ້ແທນສົມບູນ, ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ຮັບຟັງການໂອ້ລົມຈາກ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຕາງໜ້າຄະນະພັກຂັ້ນເທິງ.

         ໃນໂອກາດນີ້, ສະຫາຍ ວຽງທະວີສອນ ເທບພະຈັນ ຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນກອງປະຊຸມ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບການເມືອງ, ດ້ວຍການເສີມຂະຫຍາຍສິດ ປະຊາທິ ປະໄຕ, ສຸມສະຕິບັນຍາ, ເຫື່ອແຮງຂອງຕົນ ເຂົ້າໃນການຄົ້ນຄວ້າ, ຕົກລົງຮັບຮອງບັນຫາທີ່ ສໍາຄັນຕ່າງໆ ທີ່ກອງປະຊຸມໄດ້ກຳນົດ ໃຫ້ບັນລຸຈຸດປະສົງ ແລະ ມີຜົນສໍາເລັດຢ່າງຈົບງາມ.

ຮູບພາບ ແລະ ຂ່າວສານໂດຍ:​ ຫ້ອງການ ອົງການກວດສອບແຫ່ງລັດ

Scroll to Top