ຄະນະຜູ້ແທນອົງການກວດສອບແຫ່ງລັດ ສປປ ລາວ ເດີນທາງໄປພົບປະ ແລະ ເຮັດວຽກກັບ ສໍານັກງານກວດສອບແຫ່ງຊາດ ມາເລເຊຍ

 
        ໃນລະຫວ່າງວັນທີ 22-25 ພຶດສະພາ 2024, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ກັບສຳນັກງານກວດສອບແຫ່ງຊາດ ມາເລເຊຍ ທີ່ນະຄອນຫຼວງກົວລາລຳເປີ ປະເທດ ມາເລເຊຍ ໂດຍໄດ້ຮັບການຕ້ອນຮັບຂອງ: ທ່ານ ນ. ດາໂຕະ ວັນ ສຸຣາຢະ ວັນ ໂມຮາມັດ ຣາຊິ (Datuk Wan Suraya Wan Mohd Radzi) ປະທານສຳນັກງານກວດສອບແຫ່ງຊາດ ມາເລເຊຍ, ຊຶ່ງຄະນະຜູ້ແທນໄດ້ເຂົ້າຮ່ວມພົບປະສອງຝ່າຍ, ແລກປ່ຽນບົດຮຽນກ່ຽວກັບການເຄື່ອນວຽກງານກວດສອບຂອງສອງອົງການ, ການກວດສອບຜົນການຈັດຕັ້ງປະຕິບັດ ລົງເລິກການກວດສອບການກໍ່ສ້າງເສັ້ນທາງ ແລະ ຢ້ຽມຢາມແລກປ່ຽນບົດຮຽນກ່ຽວກັບການເຄືອນໄຫວ, ຫລັກສູດຝຶກອົບຮົມ ແລະ ການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງສະຖາບັນຝຶກອົບຮົມ.
 
 
        ການພົບປະສອງຝ່າຍກັນໃນຄັ້ງນີ້ ເປັນຂີດໝາຍໃນການສືບຕໍ່ ເສີມຂະຫຍາຍສາຍພົວພັນຮ່ວມມື ພາຍໃຕ້ຂອບການຮ່ວມມືສອງຝ່າຍໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມມືສອງຝ່າຍແຕ່ ປີ 2022 ເປັນຕົ້ນມາ ແນໃສ່ຊຸກຍູ້ຊ່ວຍເຫຼືອ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ເພື່ອພັດທະນາຂະແໜງການກວດສອບແຫ່ງລັດ ຂອງສອງປະເທດ ໃຫ້ກ້າວໜ້າຢ່າງບໍ່ຢຸດຢັ້ງ, ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍ່ຄືການເສີມຂະຫຍາຍສາຍພົວພັນທາງການທູດ ຄົບຮອບ 58 ປີ (1/7/1966-1/7/2024) ທີ່ໃກ້ຈະມາເຖິງນີ້.ໃນກອງປະຊຸມພົບປະສອງຝ່າຍຄັ້ງນີ້ ຄະນະຜູ້ແທນທັງສອງຝ່າຍໄດ້ແຈ້ງກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ເຄື່ອນໄຫວທີ່ພົ້ນເດັ່ນຂອງວຽກງານການກວດສອບ; ພ້ອມທັງທົບທວນຜົນສໍາເລັດ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ ເຊິ່ງໄດ້ເອກະພາບກັນດັ່ງນີ້:
  1. ສືບຕໍ່ແລກປ່ຽນການຢ້ຽມຢາມພົບປະສອງຝ່າຍໃນລະດັບການນໍາຂັ້ນສູງ;
  2. ສືບຕໍ່ທົບທວນບົດບັນທຶກຄວາມເຂົ້າໃຈຮ່ວມມືສອງຝ່າຍ ໂດຍການຄົ້ນຄວ້າການຮ່ວມມືໂດຍສ້າງເປັນແຜນກິດຈະກຳລະອຽດໃນການຈັດຕັ້ງປະຕິບັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານກວດສອບຂອງທັງສອງຝ່າຍ ເປັນຕົ້ນ ວຽກງານສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ ຄື: ການພັດທະນາຫຼັກສູດການຮຽນການສອນ ແລະ ການສ້າງຄູຝຶກ;
  3. ສືບຕໍ່ໃຫ້ການສະໜັບສະໜູນການຝຶກອົບຮົມໃຫ້ແກ່ພະນັກງານຫຼັກແຫຼ່ງຂອງອົງານກວດສອບແຫ່ງລັດ ສ ປປ ລາວ; ແລະ
  4. ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.
 
        ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນດັ່ງກ່າວ, ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ປະທານອົງການກວດອບແຫ່ງລັດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງສໍານັກງານກວດສອບແຫ່ງຊາດ ມາເລເຊຍ ກໍຄືສະຖາບັນຝຶກອົບຮົມ ມາເລເຊຍ ທີ່ໄດ້ໃຫ້ການຕ້ອນຮັບ ແລະ ແບ່ງປັນຄວາມຮູ້ໃຫ້ແກ່ອົງການກວດສອບແຫ່ງລັດ ສປປ ລາວ ຕະຫຼອດມາ ແລະ ຈະສືບຕໍ່ການຮ່ວມມືໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ນັກກວດສອບຂອງອົງການກວດສອບແຫ່ງລັດ ສປປ ລາວ ໃນຕໍ່ໜ້າ. ຈາກນັ້ນ, ທ່ານ ນ ດາໂຕະ ວັນ ສຸຣາຢະ ວັນ ໂມຮາມັດ ຣາຊິ (Datuk Wan Suraya Wan Mohd Radzi) ກໍ່ໄດ້ສະແດງຄວາມຍິນດີ ແລະ ເຊື່ອໝັ້ນວ່າອົງການກວດສອບແຫ່ງລັດ ສປປ ລາວ ແລະ ສຳນັກງານກວດສອບແຫ່ງຊາດ ມາເລເຊຍ ຈະສືບຕໍ່ສະໜັບສະໜູນອົງການກວດສອບແຫ່ງລັດ ສປປ ລາວ ແລະ ຈະເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງອົງການກວດສອບແຫ່ງລັດ ໃຫ້ກ້າວໜ້າຂື້ນເລື້ອຍໆ.
 
 
        ພາຍຫຼັງສຳເລັດກອງປະຊຸມພົບປະສອງຝ່າຍ, ໃນຕອນເຊົ້າຂອງວັນທີ 24 ພຶດສະພາ 2023 ຄະນະຜູ້ແທນຂັ້ນສູງອົງການກວດສອບແຫ່ງລັດ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມສະຖາບັນຝຶກອົບຮົມ ມາເລເຊຍ ເຊິ່ງຕ້ອນຮັບໂດຍ: ຄະນະນຳສະຖາບັນຝຶກອົບຮົມມາເລເຊຍ ພ້ອມດ້ວຍຄະນະ ແລະ ໄດ້ຢ້ຽມຊົມສະຖາບັນຝຶກອົບຮົມມາເລເຊຍ, ເຊິ່ງໄດ້ຮັບການສ້າງຕັ້ງຂື້ນໃນປີ 2015 ເພື່ອເຮັດໜ້າທີ່ຝຶກອົບຮົມວຽກງານກວດສອບ ແລະ ການບັນຊີ ໃຫ້ແກ່ນັກກວດສອບທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນມືອາຊີບ, ສະຖາບັນຝຶກອົບຮົມດັ່ງກ່າວ ມີສິ່ງອຳນວຍຄວາມສະດວກຫຼາຍດ້ານ ເປັນຕົ້ນ: ຕຶກອາຄານ, ສະຖານທີ່ຝຶກອົບຮົມ ມີຄວາມທັນສະໄໝ, ຫລັກສູດທີ່ຫລາກຫລາຍ ແລະ ມີສີ່ງຫ້ອງອຳນວຍຄວາມສະດວກຕ່າງໆຄົບຊຸດ, ຊຶ່ງສະຖາບັນດັ່ງມີຄວາມຍິນດີຈະຈັດຝຶກອົບຮົມໃຫ້ແກ່ນັກກວດສອບ ສປປ ລາວ ຫລາກຫລາຍຫົວຂໍ້ຕາມຄວາມຈຳເປັນ ໂດຍສະເພາະແມ່ນ ການກວດສອບລາຍຮັບ ພາສີ-ອາກອນ, ກວດສອບລັດ-ວິສາຫະກິດ, ກວດສອບການຈັດຊື້-ຈັດຈ້າງ, ເຕັກນິກການເກັບຫລັກຖານກວດສອບ ແລະ ການນໍາໃຊ້ເຕັກໂນໂລຊີເຂົ້າໃນການກວດສອບ (E-audit).
 
ຮູບພາບ ແລະ ຂ່າວສານໂດຍ: ພະແນກເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ, ອົງການກວດສອບແຫ່ງລັດ
Scroll to Top