ກອງປະຊຸມການປຶກສາຫາລືທົບທວນຄືນການຈັດຕັ້ງປະຕິບັດບົດບັນທຶກການປະສານງານລະຫວ່າງ ອົງການກວດກາແຫ່ງລັດ ກັບ ອົງການກວດສອບແຫ່ງລັດ ປະຈໍາປີ 2025

        ໃນຕອນເຊົ້າຂອງວັນທີ 08 ພຶດສະພາ 2026 ອົງການກວດສອບແຫ່ງລັດ ໄດ້ຈັດກອງປະຊຸມປຶກສາຫາຫລື ທົບທວນຄືນການຈັດຕັ້ງປະຕິບັດບັນທຶກການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ກັບ ອົງການກວດສອບແຫ່ງລັດ ປະຈຳປີ 2025 ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ແລະ ທ່ານ ວຽງທະວິສອນ ເທບພະຈັນ ກຳມະການສູນກາງພັກ, ປະທານອົງການກວດສອບແຫ່ງລັດ ແລະ ມີບັນດາ ຮອງປະທານອົງການກວດກາແຫ່ງລັດ, ຮອງປະທານອົງການກວດສອບແຫ່ງລັດ. ຫົວໜ້າຫ້ອງການ, ຫົວໜ້າກົມ, ຮັກສາການຫົວໜ້າກົມ, ຮອງຫົວໜ້າກົມພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
        ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອການປຶກສາທົບທວນຄືນການຈັດຕັ້ງປະຕິບັດບັນທຶກການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ກັບ ອົງການກວດສອບແຫ່ງລັດ ປະຈຳປີ 2025 ແລະ ຕີລາຄາ ມາດຕະການແກ້ໄຂຜົນການກວດສອບ ຕາມມະຕິກອງປະຊຸມສະພາແຫ່ງຊາດ ການກວດກາຕາມຜົນການກວດສອບ ເພື່ອແນໃສ່ສະກັດກັ້ນປະກົດການຫຍໍ້ທໍ້ທາງດ້ານການເງິນ ແລະ ງົບປະມານແຫ່ງລັດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງ ປະເທດໃຫ້ມີຄວາມໝັ້ນຄົງ ແລະ ຍືນຍົງ.
        ໃນຕອນທ້າຍຂອງກອງປະຊຸມໄດ້ຮັບຟັງການປະກອບຄຳເຫັນຕໍ່ກອງປະຊຸມຈາກ ທ່ານ ວຽງທະວິສອນ ເທບພະຈັນ ກຳມະການສູນກາງພັກ, ປະທານອົງການກວດສອບແຫ່ງລັດ ເພື່ອໃຫ້ສອງອົງການເສີມຂະຫຍາຍມູນເຊື້ອດ້ານດີ-ຜົນງານ, ປັບປຸງແກ້ໄຂດ້ານອ່ອນ-ຂໍ້ຄົງຄ້າງຈຳນວນໜຶ່ງ ໃນການປະສານງານຮ່ວມກັນປະຕິບັດບັນທຶກການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ກັບ ອົງການກວດສອບແຫ່ງລັດ ແລະ ສະໜອງຂໍ້ມູນການຕິດຕາມຊຸກຍູ້ການແກ້ໄຂ ຜົນການກວດສອບໃຫ້ໄດ້ຮັບຜົນດີຂຶ້ນເທື່ອລະກ້າວ.
        ຊຶ່ງທ່ານໄດ້ຕີລາຄາສູງຕໍ່ຜົນສຳເລັດໃນການປະສານງານລະຫວ່າງສອງອົງການໃນໄລຍະຜ່ານມາ, ໄດ້ປະກອບສ່ວນ ເຂົ້າໃນການແກ້ໄຂສະພາບຫຍໍ້ທໍ້ທາງດ້ານງົບປະມານ-ການເງິນພາກລັດ, ການປະສານງານໄດ້ມີຄວາມວ່ອງໄວ, ເຂົ້າອົກ ເຂົ້າໃຈກັນໃນແຕ່ລະຂັ້ນ, ໄດ້ນຳພາ-ຊີ້ນຳ ແລະ ຍົກໃຫ້ເຫັນກົນໄກ, ຂັ້ນຕອນ, ວິທີການແກ້ໄຂຜົນການກວດສອບ ຕາມ ບາດກ້າວ, ຂັ້ນຕອນມີການສະຫຼຸບ ແລະ ລາຍງານ; ກອງປະຊຸມໄດ້ຊີ້ນຳໃຫ້ການນຳແຕ່ລະຂັ້ນຂອງສອງອົງການສືບຕໍ່ ເຊື່ອມຊຶມ ແລະ ຜັນຂະຫຍາດບົດບັນທຶກປະສານງານໃຫ້ແກ່ພະນັກງານ ຕ້ອງໄດ້ສືບຕໍ່ເອົາໃຈສະຫຼຸບ ແລະ ຖອດຖອນ ບົດຮຽນນຳກັນ.
 
ຮູບພາບ ແລະ ຂ່າວສານໂດຍ: ກົມກວດກາ ອົງການກວດສອບແຫ່ງລັດ
Scroll to Top