ພິທີເປີດ ໂຄງການຊ່ວຍເຫຼືອທາງດ້ານວິຊາການ ໃຫ້ແກ່ອົງການກວດສອບແຫ່ງລັດ ຈາກອົງການສາກົນປະເທດສະຫະລັດອາເມລິກາ (USAID) ໂດຍຜ່ານທະນາຄານພັດທະນາອາຊີ (ADB)

        ໃນຕອນບ່າຍ ຂອງວັນທີ 01 ເມ​ສາ 2024 ທີ່ ໂຮງແຮມ ລາວພຣາຊ່າ ໄດ້ມີພິທີເປີດ ໂຄງການຊ່ວຍເຫຼືອທາງດ້ານວິຊາການພາຍໃຕ້ໂຄງການ ການສ້າງຄວາມເຂັ້ມແຂງຄວາມອາດສາມາດ ໃນການຈັດຊື້ ແລະ ການຄຸ້ມຄອງການເງິນ ເພື່ອຮັບໃຊ້ສາທາລະນະ   ຊຶ່ງບໍລິຫານໂຄງການໂດຍ ທະນາຄານພັດທະນາຊີ (ADB). ໂຄງການດັ່ງກ່າວມີເປົ້າໝາຍເພື່ອ ການສ້າງຄວາມເຂັ້ມແຂງ ໃນວຽກງານການຈັດຊື້ເພື່ອຮັບໃຊ້ສາທາລະນະ ແລະ ວຽກງານການກວດສອບພາກລັດ ຂອງລັດຖະບານແຫ່ງ ສປປ ລາວ. ໜຶ່ງໃນກິດຈະກຳຂອງໂຄງການດັ່ງກ່າວແມ່ນເພື່ອສະໜັບສະໜູນ ອົງການກວດສອບແຫ່ງລັດ ຊື່ງຈະນໍາໃຊ້ທືນປະກອບສ່ວນໃນໂຄງການຈາກອົງການ​ເພື່ອ​ການ​ພັດ​ທະ​ນາສາກົນປະເທດສະຫະລັດອາເມລິກາ (USAID) ທີ່ມີມູນຄ່າ 1 ລ້ານ ໂດລາສະຫະລັດ.

        ພິທີເປີດກິດຈະກຳໂຄງການດັ່ງກ່າວໂດຍການເປັນປະທານຮ່ວມຂອງ 3 ພາກສ່ວນ ແລະ ໃຫ້ກຽດກ່າວເປີດໂດຍ ​ທ່ານ  ບຸນ​ເລີດ ເທບ​ວົງ​ສາ, ຮອງປະທານ ອົງການກວດສອບແຫ່ງລັດ ເປັນປະທານ ແລະ ມີຄຳເຫັນໂດຍ ທ່ານ ໄມເຄິລ ຣອນນິ້ງ, ຜູ້ຕາງໜ້າຂອງອົງການ USAID ປະຈໍາ ສປປ ລາວ ແລະ ທ່ານ ນາງ ໂຊໂນມິ ທະນາກະ, ຫົວໜ້າສໍານັກງານທະນາຄານພັດທະນາອາຊີ ປະ​ຈຳ ສ​ປ​ປ​ ລາວ ຊຶ່ງມີ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງຈາກ ກະ​ຊວງ​ແຜນ​ການ ແລະ ລົງ​ທຶນ, ກະ​ຊວງ​ການ​ເງິນ, ບັນດາຜູ້ຮ່ວມພັດທະນາ ແລະ ພະ​ນັກ​ງານ​ພາຍ​ໃນ​ອົງ​ການກວດ​ສອບ​ແຫ່ງ​ລັດ ເຂົ້າ​ຮ່ວມທັງໝົດປະມານ 60 ທ່ານ.

        ທ່ານ ບຸນ​ເລີດ ເທບ​ວົງ​ສາ ຮອງປະທານອົງການກວດສອບແຫ່ງລັດ ໄດ້ສະແດງຄວາມຍິນດີ ແລະ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ທະ​ນາ​ຄານພັດ​ທ​ະ​ນາ​ອາ​ຊີປະຈຳ ສ​ປ​ປ ລາວ ແລະ ຜູ້ຕາງໜ້າຂອງອົງການເພື່ອ​ການ​ພັດ​ທະ​ນາສາກົນປະ​ເທດສະ​ຫະ​ລັດ​ອາ​ເມ​ລິ​ກາປະຈໍາ ສປປ ລາວ ທີ່​ໄດ້ເອົາໃຈໃສ່ເຄື່ອນໄຫວຢ່າງຫ້າວຫັນໃນການປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນຫຼາຍຂົງເຂດ ໂດຍເຫັນໄດ້ບົດບາດຄວາມສໍາຄັນ ຂອງວຽກງານການກວດສອບແຫ່ງລັດ ໃນການປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ກິດຈະກຳຂອງໂຄງການຊ່ວຍເຫຼືອທາງດ້ານວິຊາການ ສະໜັບສະໜູນແກ່ອົງການກວດສອບແຫ່ງລັດ  ເລີ່ມແຕ່ປີ 2024 ຫາ ປີ 2027 ຈະໄດ້ລົງເລິກ 5 ກິດຈະກໍາໃຫຍ່ເຊັ່ນ: 1)  ການສ້າງ ແລະ ປັບປຸງປື້ມຄູ່ມືການກວດສອບ; (2) ພັດທະນາຂີດຄວາມສາມາດ ໃຫ້ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມການກວດສອບ; (3) ການພັດທະນາຫຼັກສູດ ຂັ້ນຂອງນັກກວດສອບແຫ່ງລັດ ໃຫ້ແກ່ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມການກວດສອບ; (4)ຈັດຊື້ບັນດາອຸປະກອນ ຮັບໃຊ້ວຽກງານການກວດສອບ; ແລະ (5) ສະໜັບສະໜູນໃນການກະກຽມແຜນຍຸດທະສາດ ຂອງອົງການກວດສອບແຫ່ງລັດ ປີ 2026-2030.  

        ໃນຕອນທ້າຍ, ທ່ານ ບຸນ​ເລີດ ເທບ​ວົງ​ສາ ຮອງປະທານອົງການກວດສອບແຫ່ງລັດ ໄດ້​ອວຍ​ພອນ ແລະ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ໄມເຄິລ ຣອນນິ້ງ ຜູ້ຕາງໜ້າຂອງອົງການເພື່ອ​ການ​ພັດ​ທະ​ນາສາກົນ ປະ​ເທດ​ສະ​ຫະ​ລັດ​ອາ​ເມ​ລິ​ການປະຈໍາ ສປປ ລາວ ແລະ ທ່ານ ນາງ ໂຊໂນມິ ທະນາກະ ຫົວໜ້າສຳນັກງານ ທະນາຄານພັດທະນາອາຊີ ປະຈໍາ ສປປ ລາວ ແລະ ພະນັກງານອົງການກວດສອບແຫ່ງລັດ ປະສົບຜົນສຳເລັດໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ

        ຮູບພາບ ແລະ ຂ່າວສານໂດຍ: ທະນາຄານພັດທະນາອາຊີ ປະຈຳລາວ (ADB)

Scroll to Top